ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ດຳເນີນການ ເຈລະຈາຮອບໃໝ່ກັບ ລີເບຍ ໂດຍຫວັງໃຫ້ ເປັນຮອບຊີ້ຂາດ


ນັກປະທ້ວງຊາວ ລີເບຍ ເຂົ້າຮ່ວມໃນການຊຸມນຸມເພື່ອສະໜັບ
ສະໜູນກຸ່ມ "Fajr Libya" (Libya Dawn) ເຊິ່ງເປັນພັນທະມິດ
ສ່ວນໃຫຍ່ຂອງ ອິສລາມ. ໃນໃຈກາງຈະຕຸລັດ Martyr ເມືອງ Tripoli, ທີ 13 ກຸມພາ 2015.
ນັກປະທ້ວງຊາວ ລີເບຍ ເຂົ້າຮ່ວມໃນການຊຸມນຸມເພື່ອສະໜັບ ສະໜູນກຸ່ມ "Fajr Libya" (Libya Dawn) ເຊິ່ງເປັນພັນທະມິດ ສ່ວນໃຫຍ່ຂອງ ອິສລາມ. ໃນໃຈກາງຈະຕຸລັດ Martyr ເມືອງ Tripoli, ທີ 13 ກຸມພາ 2015.

ສະຫາ​ປະຊາ​ຊາດ​ພວມດຳ​ເນີນ​ການ​ປະຊຸມ​ຮອບ​ຫຼ້າ​ສຸດ​ລະຫວ່າງ​ຄູ່ປໍ​ລະ​ປັກ​ກັນ​ຂອງ​ລັດຖະບາ​ນ ລີ​ເບຍ ​ໃນວັນ​ຈັນ​ມື້​ນີ້ຢູ່​ປະ​ເທດ ​Morocco ​ແລ​ະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ເຈລະຈານີ້ “ຈະມີ​ການ​ຕັດສິນ​ຊີ້​ຂາດ​ໄດ້.”

ຫ້ອງປະຈຳລີ​ເບຍຂອງອົງການ​ສະຫະ​ປະຊາ​ຊາດ​ (UNSMIL) ​ໄດ້​ສະ​ເໜີແຜນການ​ໃນ​ຫຼາຍ​ພາກສ່ວນ​ສຳລັບ​ຄວາມ​ສາມັກ​ຄີ​ຂອງ​ລັດຖະບານ​ເພື່ອ​ໂຮມ​ທັງ​ສອງ​ຝ່າຍ​ໃຫ້​ກັບ​ເຂົ້າກັນ​ຄື​ນ ​ພ້ອມ​ທັງ​ລັດຖະທຳ​ມະນູນ ​ແລະ ​ແຜນ​ການ​ສຳລັບ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຫຼັງຈາກ​ໄດ້ເລີ່​ມປະຕິບັດ​ການ. ອົງການ ດັ່ງກ່າວເວົ້າວ່າ ການ​ເຈລະຈາ​ໃນ​ວັນ​ຈັນ​ມື້​ນີ້ ​ຈະ​ລວມ​ເອົາຮ່າງແຜນການຫຼ້າ​ສຸດ​ເຂົ້ານໍາ.

UNSMIL ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ເພື່ອ​ປະກາດ​ການ​ເຈລະຈາ​ໂດຍ​ເວົ້າ​ວ່າ. “​ໃນ​ການ​ດຳ​ເນີນ​ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງສຳຄັນ​ບັ້ນ​ນີ້, UNSMIL ​ໄດ້ຮຽກຮ້ອງ​ໃຫ້​ທຸກໆ​ພາກສ່ວນ​ໃນ ລີ​ເບຍ ແບກ​ຫາມ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ແຫ່ງ​ປະຫວັດສາດ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ສະໜັບ​ສະ​ໜູນ​ຜົນ​ປະ​ໂຫຍດສູງ​ສຸດ​ຂອງ​ປະ​ເທດຂອງ​ພວກ​ເຂົາ​ເຈົ້າ, ​ແລະ ເຕືອນ​ໃຫ້​ພວກ​ເຂົາເຈົ້າໄດ້​ຮູ້​ວ່າ ການ​ແກ້​ໄຂ​ດ້ວຍ​ກຳລັງ​ທະຫານ​ແມ່ນ​ບໍ່​ສາມາດ​ເຮັດ​ໄດ້​ສຳລັບການ​ຂັດ​ແຍ້​ງກັນ​ໃນ ລີ​ເບຍ, ​ແລະ ​ມັນ​ກໍ​ບໍ່ແມ່ນ​ວິທີ​ແກ້​ບັນຫາ​ອື່ນໆ​ນອກ​ເໜືອ ​ໂຄງ​ຮ່າງ​ດ້ານ​ການ​ເມືອງ.”

ລີ​ເບຍ ​ໄດ້​ປະກົດ​ມີ​ການໃຊ້​ຄວາມ​ຮຸນ​ແຮງຮ່ວມກັບ​ນັກ​ຕໍ່ສູ້​ທີ່​ເປັນ​ພັນທະ​ມິດ​ກັບ​ລັດຖະບານເປັນ​ທີ່​ຮັບ​ຮູ້ຂອງ​ສາກົນ ​ແລະ ພວກກໍ່​ຕັ້ງຕົນ​ເອງ​ຂຶ້ນ​ມາ​ເອງ, ລັດຖະບານ​ທີ່ໜູນ​ຫຼັງ​ໂດຍ​ພວກ ທະຫານ ບ້ານທີ່​ປະຕິ​ບັດ​ການ​ຢູ່​ນອກ​ນະຄ​ອນຫຼວງ, ພ້ອມ​ກັບ​ການ​ກຳເນີດ​ຂຶ້ນ​ຂອງ​ພວກ​ຫົວ​ຮຸນ​ແຮງທີ່​ເຂົ້າ​ຮ່ວມ​ກັບ​ລັດ​ອິສລາມ.

ຄວາມ​ບໍ່ໝັ້ນຄົງ​ທາງ​ດ້ານ​ການ​ເມືອງຂອງ​ ລີ​ເບ​ຍ ​ເຄີຍ​ມີ​ຢູ່​ຕັ້ງແຕ່​ສະ​ໄໝ​ການ​ປົກຄອງ​ໂດຍ​ຜູ້ນຳ​ຜະ​ເດັດ​ການ Moamar Gadhafi ທີ່​ໄດ້​ຖືກໂຄ່ນ​ລົ້ມ ​ແລະ ຖືກ​ຂ້າ​ຕາຍ​ໃນ​ປີ 2011.

The United Nations is convening its latest round of peace talks with Libya's rival governments Monday in Morocco and expressing the belief that the negotiations "will be decisive."

The U.N. mission in Libya (UNSMIL) has proposed a multi-part plan for a unity government to meld the two factions, as well as a new constitution and plans for elections to take place after it is implemented.Monday's talks will involve the latest draft of that plan, the mission said.

"At this critical juncture of the political dialogue process, UNSMIL calls on all parties in Libya to shoulder their historic responsibilities to uphold their country's higher national interest, and reminds them that there can be no military solution to the current conflict in Libya, and there is no other solution outside the political framework," UNSMIL said in a statement announcing the talks.

Libya has seen violence among fighters allied to the internationally recognized government and the self-declared, militia-backed government operating out of the capital, as well as the rise of militants affiliated with the Islamic State group.

The political instability has persisted since longtime dictator Moammar Gadhafi was overthrown and killed in 2011.

XS
SM
MD
LG