ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍຈະປະກາດຕັ້ງ ລັດຖະບານຊົ່ວຄາວ ໄວໆນີ້


ພວກນັກລົບຕໍ່ຕ້ານກາດດາຟີຢືນຍາມ ຫຼັງຈາກພວກເຂົາເຈົ້າເຂົ້າຢຶດເອົາປະຕູຂົງ El-Khamseen ຊຶ່ງຕັ້ງຢູ່ທາງ ທິດຕາເວັນອອກຂອງເມືອງ Sirte ບ້ານເກີດກາດດາຟີ (24 ກັນຍາ 2011)
ພວກນັກລົບຕໍ່ຕ້ານກາດດາຟີຢືນຍາມ ຫຼັງຈາກພວກເຂົາເຈົ້າເຂົ້າຢຶດເອົາປະຕູຂົງ El-Khamseen ຊຶ່ງຕັ້ງຢູ່ທາງ ທິດຕາເວັນອອກຂອງເມືອງ Sirte ບ້ານເກີດກາດດາຟີ (24 ກັນຍາ 2011)

ສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງລີເບຍກ່າວວ່າ ຕົນຈະປະກາດກ່ຽວກັບຂອບ
ຂອງການຈັດຕັ້ງລັດຖະບານຊົ່ວຄາວຂອງປະເທດ ພາຍໃນໄລຍະສອງສາມມື້ຂ້າງໜ້ານີ້.

ໂຄສົກຄົນນຶ່ງກ່າວວ່າ ລັດຖະບານດັ່ງກ່າວ ຈະມີລັດຖະມົນຕີ 22 ທ່ານ ແລະຮອງນາຍົກ
ລັດຖະມົນຕີທ່ານນຶ່ງ.

ຂະນະດຽວກັນ ພວກນັກລົບ ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ ໄດ້ບຸກໂຈມຕີ
ເມືອງ Sirte ບ້ານເກີດຂອງອະດີດຜູ້ນຳກາດດາຟີໃນມື້ວັນສຸກວານນີ້.

ພວກນັກລົບໄດ້ຍິງຖະຫຼົ່ມຫົວເມືອງແຄມທະເລເມດີແຕເຣນຽນແຫ່ງນີ້ ດ້ວຍປືນໃຫຍ່ໃນການ
ດຳເນີນຄວາມພະຍາຍາມອີກຄັ້ງນຶ່ງ ເພື່ອຂັບໄລ່ພວກທີ່ຈົງຮັກພັກດີຕໍ່ກາດດາຟີອອກໄປຈາກ
ເມືອງດັ່ງກ່າວ. ພວກທີ່ເຫັນເຫດການເວົ້າວ່າ ມີພົນລະເຮືອນຫຼາຍຮ້ອຍຄົນພາກັນຫຼົບໜີ.

ພວກນັກລົບຂອງອຳນາດການປົກຄອງຊົ່ວຄາວຍັງໄດ້ທຳການສູ້ລົບກັບພວກທີ່ຈົງຮັກພັກດີ
ຕໍ່ກາດດາຟີໃນທີ່ໝັ້ນອີກແຫ່ງນຶ່ງທີ່ຢູ່ທາງເໜືອ ຄືເມືອງ Bani Walid.

ນອກນັ້ນໃນມື້ວານນີ້ ລູກສາວຂອງກາດດາຟີ ໄດ້ນຳເຜີຍແຜ່ສຽງທີ່ບັນທຶກໄວ້ທີ່ນາງເວົ້າວ່າ ພໍ່ຂອງນາງຍັງມີຈິດໃຈເຂັ້ມແຂງແລະພວມສູ້ລົບຄຽງບ່າຄຽງໄຫຼ່ກັບພວກສະໜັບສະໜຸນທ່ານ.

ເນື້ອໄນຂອງສຽງບັນທຶກທີ່ວ່ານີ້ ໄດ້ອອກອາກາດໄປແລ້ວໂດຍໂທລະພາບຊີເຣຍ. ນາງ Ai-
sha Gadhafi ໄດ້ກ່າວຫາພວກຜູ້ນຳຊຸດໃໝ່ຂອງລີເບຍວ່າ ເປັນພວກຂາຍຊາດຍ້ອນບາງ
ຄົນໃນຈຳນວນນີ້ແມ່ນເຄີຍເປັນພາກສ່ວນນຶ່ງຢູ່ໃນອຳນາດການປົກຄອງຂອງກາດດາຟີ.

XS
SM
MD
LG