ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນະ​ຄອນ​ຕ​ຣີ​ໂປລີ​ ປະ​ເທດ​ລີເບຍ ງຽບ​ສະ​ຫງົບລົງ ຫລັງ​ຈາກ​ມີ​ການ​ສູ້​ລົບ​ທີ່​ຮ້າຍແຮງ​ໃນ​ຮອບ​ສອງ​ປີ


ຜູ້​ຊາຍ​ຄົນ​ນື​່ງ​ຢືນ​ເບິ່ງ​ລົດ​ ທີ່​ຖືກ​ໄຟ​ໄໝ້ ລະ​ຫວ່າງ​ການ​ປະ​ທະ​ກັນ ໃນມື້​ວານ​ນີ້ ທີ່​ນະ​ຄອນ​ຕຣີ​ໂປ​ລີ ປະ​ເທດ​ລີ​ເບຍ ວັນ​ທີ 28 ສິງ​ຫາ 2022
ຜູ້​ຊາຍ​ຄົນ​ນື​່ງ​ຢືນ​ເບິ່ງ​ລົດ​ ທີ່​ຖືກ​ໄຟ​ໄໝ້ ລະ​ຫວ່າງ​ການ​ປະ​ທະ​ກັນ ໃນມື້​ວານ​ນີ້ ທີ່​ນະ​ຄອນ​ຕຣີ​ໂປ​ລີ ປະ​ເທດ​ລີ​ເບຍ ວັນ​ທີ 28 ສິງ​ຫາ 2022

ນະ​ຄອນ​ຫລວງ​ຂອງ​ປະ​ເທດ​ລີ​ເບຍ​ ໄດ້​ມິດ​ງຽບ​ລົງໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານ​ນີ້ ນຶ່ງ​ມື້​ຫລັງ​ຈາກ​ມີ​ການ​ສູ້​ລົບ​ກັນຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບສອງ​ປີ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 32 ຄົນ ແລ​ະ​ໄດ້​ຮັບ​ບາດ​ເຈັບ 159 ຄົນ ໃນ​ຂະ​ນະທີ່​ກຳ​ລັງ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ທີ່​ສະ​ພາ​ໜຸນ​ຫຼັງ ບໍ່​ສາ​ມາດ​ຂັບ​ໄລ່​ກຳ​ລັງ​ຂອງ​ລັດ​ຖະ​ບານທີ່​ຕັ້ງ​ຢູ່​ຕ​ຣີ​ໂປ​ລີ.

​ຖະ​ໜົນ​ຫົນ​ທາງ​ຢູ່​ໃນ​ເມືອງດັ່ງ​ກ່າວ ​ເຕັມ​ໄປ​ດ້ວຍ​ຄົນ​ຂີ່​ລົດ​ຈັກ ຮ້ານ​ຄ້າ​ໄດ້​ເປີດ​ຄືນ ແລະ​ຄົນ​ພາ​ກັນ​ມ້ຽ​ນ​ມັດ​ກະ​ຈົກ​ທີ່​ແຕກ ແລະ​ສິ່ງ​ຫັກ​ພັງ​ຈາກ​ຄວາມ​ຮຸນ​ແຮງໃນວັ​ນ​ອາທິດ​ວານ​ນີ້ ພ້ອ​ມ​ດ້ວຍ​ລົດ​ທີ່​ໄຟ​ໄໝ້ ຈອ​ດ​ລຽນກັນ​ຢູ່​ໃນ​ເຂດໃຈ​ກາງເມືອງຂອງ​ນະ​ຄອນ​ຕ​ຣີ​ໂປ​ລີ.

​ການ​ສູ້​ລົບ​ໄດ້ສ້າງ​ຄວາມ​ຢ້ານ​ກົວ​ເພີ້ມ​ຂຶ້ນ ​ຕໍ່​ການ​ເກີດຄວາມ​ຂັດ​ແຍ້ງໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຢູ່ໃນ​ປະ​ເທດ​ລີ​ເບຍ ກ່ຽວ​ກັບ​ກ​ານ​ປະ​ເຊີນ​ໜ້າ​ທາງ​ດ້ານການ​ເມືອງ​ ​ລະ​ຫວ່າງນາ​ຍົກ​ລັດ​ຖະ​ມົນ​ຕີ​ອັບ​ດຸນ​ຮາ​ມິດ​ ອາ​ລ-ເດ​ບາ (Abdulhamid al-Dbeibah) ​ຢູ່​ຕ​ຣີ​ໂປ​ລີ ແລະ ທ່ານ​ຟາ​ທີ ບາ​ຊາກາ (Fathi Bashagha) ​ທີ່​ຢາກ​ສ້າງ​ຕັ້ງ​ລັດ​ຖະ​ບານໃໝ່ ​ຢູ່​ໃນ​ນະ​ຄອນ​ຫລວງຕ​ຣີ​ໂປ​ລີ.

​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານບາ​ຊາ​ກາ ໃນ​ວັນ​ເສົາ​ແລ້ວ​ນີ້ ເພື່ອ​ຈະ​ຢຶດ​ເອົາ​ນະ​ອນຕ​ຣີ​ໂປ​ລີ ​ແມ່ນ​ເປັນ​ຄວາມ​ພະ​ຍາ​ຍາມ​ເທື່ອ​ທີ​ສອງ​ນັບ​ແຕ່​ເດືອນພຶດ​ສະ​ພາ​ທີ່​ຜ່ານ​ມາ.

​ເຖິງ​ຢ່າງ​ໃດກໍ​ດີ ​ບັນ​ດາ​ບໍ​ລິ​ສັດ​ການ​ບິນກ່າວ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ນີ້ວ່າ ​ຖ້ຽວ​ບິນ​ຕ່າງໆ ​ມີ​ການ​ບິນ​ຂຶ້ນ​ລົງ​ຢ່າງເປັນ​ປົກ​ກະ​ຕິ ​ຢູ່​ສະ​ໜາມ​ບິນມີ​ຕິ​ກາ (Mitiga) ໃນ​ນະ​ຄອນ​ຕ​ຣີ​ໂປ​ລີ ​ຊຶ່ງ​ເປັນ​ຮ່ອງ​ຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ ສະຖາ​ນະການດ້ານຄວາມ​ປອດ​ໄພ​ ໄດ້ຜ່​ອນເບົາ​ລົງແດ່​ແລ້ວ ໃນປັດ​ຈຸ​ບັນ​ນີ້.

Libya's capital was quiet early Sunday, a day after the worst fighting there for two years killed 32 people and injured 159 as forces aligned with a parliament-backed administration failed to dislodge the Tripoli-based government.

Roads in the city were busy with motorists, shops were open, and people were clearing away smashed glass and other debris from Saturday's violence, with burned out vehicles lining some streets in central Tripoli.

The fighting has raised fears of a wider conflict in Libya over the political standoff between Prime Minister Abdulhamid al-Dbeibah in Tripoli and Fathi Bashagha, who seeks to install a new government in the capital.

Bashagha's attempt on Saturday to take over in Tripoli was his second such attempt since May.

However, airline companies said early on Sunday that flights were operating normally at Tripoli's Mitiga airport, a sign that the security situation had eased for now.

XS
SM
MD
LG