ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຫາລືກັບພັນທະມິດ ເພື່ອຮັບມືກັບ ຜູ້ນຳລີເບຍ


ປະຊາຊົນລີເບຍ ກໍາລັງຢືນຕໍ່ຫາງກັນຢູ່ນອກທະນາຄານແຫ່ງນຶ່ງໃນ
ເມືອງ Benghazi ເພື່ອຖອນເງິນສົດ ວັນທີ 1 ເດືອນມີນາ 2011
ປະຊາຊົນລີເບຍ ກໍາລັງຢືນຕໍ່ຫາງກັນຢູ່ນອກທະນາຄານແຫ່ງນຶ່ງໃນ ເມືອງ Benghazi ເພື່ອຖອນເງິນສົດ ວັນທີ 1 ເດືອນມີນາ 2011

ສະຫະລັດ​ກ່າວ​ວ່າ ຕົນ​ພວມ​ປຶກສາ​ຫາລື​ກັບ​ພວກ​ປະ​ເທດ​ພັນທະ​ມິດ​ກ່ຽວກັບ​ທາງ​ເລືອກ​ທາງ​ທະຫານ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ຂອງ​ທ່ານ Moammar
Gadhafi ຜູ້​ນໍາ​ລີ​ເບຍ ​ຕໍ່​ກໍາລັງ​ຂອງຝ່າຍ​ຄ້ານ​ທີ່ພະຍາຍາມ
ໂຄ່ນລົ້ມການ​ຄອງ​ແບບ​ຜະ​ເດັດ​ການ​ເປັນ​ເວລາ 42 ປີ​ຂອງ ທ່ານນັ້ນ ໃຫ້ສິ້ນສຸດລົງ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທຸກ​ທາງ​ເລືອກກໍາລັງ​ຢູ່​ໃນ​ຂັ້ນ​ພິຈາລະນາ ຮວມທັງ​ການວາງ​ກໍານົດ​ເຂດ​ຫ້າມ​ບິນເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກໍາລັງທັບ​ອາກາດ
ຂອງ​ກາດ​ດາ​ຟີ​ທໍາ​ການ​ໂຈມ​ຕີ​ຕື່ມ​ອີກ​ໃສ່​ພວກ​ກະບົດທີ່​ກຳ
ລັງຄວບ​ຄຸມ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງລີ​ເບຍ ​ແລະ​
ຫລາຍ​ເຂດ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ນາຍົກລັດ
ຖະມຸນຕີ​ອັງກິດ​ ທ່ານ DavidCameron ກ່າວ​ວ່າ ລັດຖະ
ບານ​ກຸງ​ລອນ​ດອນ​ກໍາລັງ​ດໍາ​ເນີນ​ການ​ ເພອຮາງແຜນການ​
ນຶ່ງ​ສໍາລັບຈັດ​ຕັ້ງ​ເຂດ​ຫ້າມບິນ​ຂຶ້ນ ເໜືອລີ​ເບຍ​ນັ້ນ.

ພວກ​ຜູ້​ບັນຊາ​ການ​ທະຫານ​ສະຫະລັດ​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ເຄື່ອນຍ້າຍກໍາລັງ​ທັບ​ເຮືອ
ແລະ​ກອງທັບ​ອາກາດ​ເຂົ້າ​ໄປ​ໃກ້​ລີ​ເບຍ​ເພື່ອ​ອໍ​ານວຍ​ໃຫ້ລັດຖະບານ​ທ່ານໂອ​ບາ​ມາ​ມີ​ທາງ
ເລືອກ​ຕ່າງໆ​ສໍາລັບ​ການ​ໃຫ້ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ຫຼືການປະຕິບັດງານອື່ນໆ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ໄດ້​ທໍາ​ການ​ຕິດຕໍ່ພົວພັນ​ກັບ​ພວກ​ກຸ່ມ​ຝ່າຍ​ຄ້ານ​ຂອງ​ລີ​ເບຍ​ໃນ​ຫວ່າງບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້ ​ເພື່ອ​ຢາກ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຕ້ອງການ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ. ແຕ່ທ່ານ​ນາງ Susan Rice ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມັນ ເປັນ​ການ​ໄວ​ເກີນ​ໄປ​ທີ່​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນເລື້ອງ​ການ​ຊ່ອຍ​ເຫລືອທາງ​ດ້ານ​ທະຫານ​ແກ່​ພວກ​ຝ່າຍ​ຄ້ານ​ໃນ​ຂະນະ​ທີ່ກຸ່ມ​ຕ່າງໆພະ ຍາຍາມ​ຈັດ​ຕັ້ງ​ກັນໃຫ້​ເປັນ​ລະບຽບ​ຂຶ້ນ​ນັ້ນ.

ນອກ​ນັ້ນ ສະຫະລັດຍັງ​ໄດ້​ທຳຄວາມ​ກົດ​ດັນ​ທາງ​ດ້ານ​ການ​ເງິນເພີ່ມ​ຂຶ້ນ​ເລື້ອຍໆ​ໃສ່​ລັດຖະ
ບານ​ທ່ານ​ກາດ​ດາ​ຟີ ​ໂດຍ​ທໍາ​ການ​ກັກ​ຊັບ​ສິນ​ມູນ​ຄ່າ 30 ຕື້​ໂດ​ລາ​ຂອງ​ຄອບຄົວ​ທ່ານ​ກາດ
ດາ​ຟີ​ຢູ່​ໃນ​ສະຫະລັດ ຫລັງ​ຈາກ​ປະກາດ​ລົງ​ໂທດໂດຍ​ລໍາພັງ​ແຕ່​ຝ່າຍ​ດຽວ​ໃນ​ສັບປະດາ​ແລ້ວ​ນີ້. ​ເຈົ້າ​ໜ້າທີ່​ກະຊວງ​ການ​ເງິນ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ການ​ກັກ​ຊັບ​ສິນ​ນີ້​ນັບ​ວ່າເປັນ​ການ​ເຄື່ອນ​ໄຫວ​ຄັ້ງ​ໃຫຍ່ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ ທີ່ໄດ້​ຮັບ​ການ​ອະນຸມັດຈາກ​ລັດຖະບານ​ສະຫະ ລັດ ​ໃນ​ດໍາລັດ​ສະບັບດຽວຈາກ​ຝ່າຍ​ບໍລິຫານ​ນັ້ນ.

ສະຫະລັດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ຢາກ​ໃຫ້​ທ່ານກາດ​ດາ​ຟີ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໂດຍ​ທັນທີ ​ໂດຍ​ກ່າວ​ວ່າ ທ່ານ​ກາດດາ​ຟິ​ໄດ້​ສູນ​ເສຍ​ຄວາມ​ຖືກຕ້ອງ​ຊອບທຳຕາມ​ກົດໝາຍ​ແລ້ວ ຫລັງ​ຈາກ​ພວກ​ກໍາລັງ​ຂອງ​ທ່ານ​ໄດ້​ເຂັ່ນຂ້າ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານແລະ​ພວກ​ທະຫານ​ທີ່​ໂຕນ​ໜີ​ຫລາຍ​ຮ້ອຍ​ຄົນ​ ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ທ່ານ​ເປັນ​ເວລາ 2 ສັບ ປະດາຜ່ານ​ມາ​ນີ້.

XS
SM
MD
LG