ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອັງກິດກ່າວວ່າ ມີການແຕກແຍກກັນ ໃນວົງການລັດຖະບານລີເບຍ


ທ່ານ Moussa Koussa ລັດຖະມົນຕີຕ່າງປະເທດລີເບຍ
ວັນທີ 31 ມີນາ 2011
ທ່ານ Moussa Koussa ລັດຖະມົນຕີຕ່າງປະເທດລີເບຍ ວັນທີ 31 ມີນາ 2011
























ໃນ​ອີກ​ດ້ານ​ນຶ່ງ ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ກ່າວ​ວ່າການ​ລາ​ອອກ​ຂອງ​ທ່ານ Moussa Koussa ລັດຖະມົນຕີ​ການ​ຕ່າງປະເທດ​ລີ​ເບຍ ທີ່​ເດີນທາງ​ໄປ​ຍັງ​ກຸງ​ລອນ​ດອນ​ໃນ​ວັນ​ພຸດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ຂອງ​ທ່ານ Moammar Gadhafi ​ແຕກ​ແຍກກັນ​ແລ້ວ​ພາຍ​ໃຕ້​ຄວາມ​ກົດ​ດັນ​ແລະ​ພວມ​ຈະພັງ​ທະລາ​ຍລົງ.

ທ່ານ William Hague ກ່າວ​ຕື່ມ​ໃນວັນພະຫັດ​ມື້​ນີ້​ວ່າ ອັງກິດ​ບໍ່​ໄດ້ສະ​ເໜີ​ໃຫ້ການ​ຍົກ​ເວ້ນ​ທາງ​ດ້ານ​ການ​ທູດ​ໃດໆ​ຈາກ​ອັງກິດ​ຫລືການ​ດໍາ​ເນີນ​ຄະດີ​ຂອງນາໆ​ຊາດ​ຕໍ່​ທ່ານ Koussa ​ແລະ​ວ່າ​ທ່ານ Koussa ​ເວົ້າ​ກັບພວກ​ເຈົ້າ​ໜ້າ​ທີ່​ອັງກິດ​ດ້ວຍ​ຄວາມ​ສະໝັກ​ໃຈ.

ມີ​ການ​ກ່າວ​ຫາ​ຕ່າງໆ​ວ່າ ນັກ​ການ​ທູດ​ສູງ​ສຸດ​ຂອງ​ລີ​ເບຍ​ທ່ານ​ນີ້ ​ໄດ້​ພົວພັນ​ໃນ​ການ​ວາງ​ລະ​ເບີດ​ໃສ່​ຖ້ຽວ​ບິນ​ 103 ຂອງສາຍ​ການບິນ Pan Am ​ໃນ​ປີ 1988 ທີ່​ຕົກລົງ​ໃນ​ເມືອງ Lockerbie Scotland ທີ່​ໄດ້​ເຮັດ​ໃຫ້​ພວກ​ຄົນ​ໂດຍສານ​ພ້ອມ​ທັງ​ພວກ​ລູກ​ເຮືອ 270 ຄົນ​ເສຍ​ຊີວິດ​ໄປ.

ທ່ານ Koussa ​ເດີນ​ຈາກ​ປະ​ເທດຕູ​ນີ​ເຊຍ​ໄປ​ຍັງ​ກຸງ​ລອນ​ດອນ​ໃນ​ວັນ​ພຸດ​ມື້ວານ​ນີ້ ​ແລະ​ກ່າວ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ອັງກິດ​ວ່າ ທ່ານ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດ​ໃນ​ລັດຖະບານ​ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ​ແລ້ວ. ພວກ​ເຈົ້າ​ໜ້າ​ທີ່ອັງກິດ​ໄດ້ຊັກ​ຊວນ​ໃຫ້​ພວກ​ສະໜັບ
ສະ​ໜຸນ​ທ່ານ​ກາດ​ດາ​ຟີ​ອື່ນໆ​ໂຕນ​ໜີ​ຈາກ​ທ່ານ​ກາດ​ດາ​ຟີ​ເຊ່ນ​ກັນ.

ໂຄສົກ​ປະ​ຈໍາ​ລັດຖະບານ​ລີ​ເບຍ​ປະຕິເສດຕໍ່​ຂ່າວ​ທີ່​ວ່າ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ຕົນ​ໄດ້​ໂຕນ​ໜີ​ນັ້ນ ​ໂດຍ​ກ່າວ​ວ່າ ທ່ານ Koussa ກໍາລັງ​ປະກອບ​ພາລະກິດຢູ່​ໃນ​ອັງກິດ. ພວກ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ​ແລະ​ກະຊວງພາຍ​ໃນ​ຂອງ​ລີ​ເບຍ​ໄດ້​ພາກັນ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ ໃນ​ຕອນ​ທໍາ​ອິດ​ເວລາ​ເກີດ​ວິ​ກິດ​ການ ​ແລະ​ເຂົ້າ​ຮ່ວມ​ກັບ​ພວກ​ກະບົດ​ທີ່​ກໍາລັງ​ພາກັນທໍ​າການ​ຕໍ່ສູ້​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດເອີ້ນ​ການ​ລາ​ອອກ​ຂອງ​ທ່ານ Koussa ນີ້​ວ່າມີ​ຄວາມ​ສຳຄັນ
ຫລາຍ ​ແລະ​ເປັນ​ໂຕ​ຢ່າງ​ອັນ​ນຶ່ງທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ແຕກ​ແຍກ​ກັນ​ຂຶ້ນ​ພາຍ​ໃນ​ວົງ​ການ​ລັດຖະບານ​ລີ​ເບຍ​ນັ້ນ. ລັດຖະມົນຕີ​ຕ່າງປະ​ເທດ​ທ່ານ​ນີ້ໄດ້ເປັນ​ຄົນ​ທີ່ໃກ້ຊິດກັບ​ທ່ານ​ກາດ​ດາ​ຟີມາແລະເຄີຍ​ຮັບ​ໃຊ້​ເປັນ​ຫົວໜ້າ​ອົງການ​ສືບ​ລັບ​ມາ​ຫລາຍ​ກວ່ານຶ່ງທົດ​ສະ​ວັດ.

XS
SM
MD
LG