ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ໂຈມຕີກຳປັ່ນລົບ ຂອງລີເບຍ

In late 2009, Greece's government admitted that public debt was far higher than official statistics showed. That led it to accept a bailout package of 110 billion euros in May 2010. When the economy kept weakening, a second bailout was confirmed in February 2012 for another 130 billion euros.

ອົງການເນໂຕ້ກ່າວວ່າຕົນໄດ້ໂຈມຕີກຳປັ່ນລົບ 8 ລຳທີ່ໃຊ້
ໂດຍກຳລັງຈົງຮັກພັກດີຕໍ່ຜູ້ນຳລີເບຍ ທ່ານ Moammar
Gadhafi ໃນການໂຈມຕີທາງອາກາດຈຳນວນນຶ່ງ ທີ່ເລີ່ມ
ມາແຕ່ແລງວັນພະຫັດວານນີ້.

ຖະແຫຼງຂ່າວສະບັບນຶ່ງຂອງອົງການເນໂຕ້ກ່າວວ່າ ກຳປັ່ນ
ທັງ 8 ລຳທີ່ຖືກໂຈມຕີແມ່ນຈອດຢູ່ທ່າກຳປັ່ນຕຣີໂປລີ ທ່າ
ກຳປັ່ນເມືອງ Sirte ແລະທ່າກຳປັ່ນ Al Khums ເຈົ້າໜ້າ
ທີ່ຄົນນຶ່ງຂອງກຸ່ມພັນທະມິດກ່າວວ່າ ອົງການເນໂຕ້ແມ່ນ
ບໍ່ມີທາງເລືອກແຕ່ໄດ້ເອົາມາດຕະການແບບເດັດຂາດຫຼັງ
ຈາກກຳລັງນິຍົມ Gadhafi ປະຕິບັດການວາງທຸ່ນລະເບີດແລະເພີ່ມການປະຕິບັດງານ
ຂອງກຳລັງທາງທະເລ.

ພວກທີ່ເຫັດເຫດການກ່າວວ່າ ເຂົາເຈົ້າໄດ້ຍິນສຽງລະເບີດດັງ ແລະເຫັນຄວັນກຸ້ມຂຶ້ນຈາກ
ທ່າກຳປັ່ນນະຄອນຕຣີໂປລີ.

ໃນຕອນເຊົ້າວັນພະຫັດວານນີ້ ອົງການເນໂຕ້ກ່າວວ່າ ການໂຈມຕີທາງອາກາດຂອງຕົນ
ເຮັດໃຫ້ກຳລັງ Gadhafi ອ່ອນແອລົງກວ່າເກົ່າຢ່າງຫຼວງຫຼາຍ. ເລຂາທິການໃຫຍ່ຂອງ
ອົງການເນໂຕ້ທ່ານ Anders Fogh Rasmussen ທຳນາຍວ່າ ການກົດດັນທາງທະ ຫານແລະທາງການເມືອງແບບຍືນຍົງພ້ອມໆກັບການໃຫ້ຄວາມສະໜັບສະໜຸນຕໍ່ກຸ່ມຝ່າຍ
ຄ້ານນັ້ນ ຈະເຮັດໃຫ້ອຳນາດການປົກຄອງ ຂອງ Gadhafi ພັງທະລາຍລົງ.

ສ່ວນຢູ່ບ່ອນອື່ນໆນັ້ນກຳລັງທີ່ນິຍົມ Gadhafi ໄດ້ຍິງປືນໃຫຍ່ໂຈມຕີພວກນັກລົບຝ່າຍ
ກະບົດໃນເຂດພູຜາແຫ່ງນຶ່ງ ທາງພາກຕາເວັນຕົກສຽງໃຕ້ ຂອງນະຄອນຫຼວງຕຣີໂປລີ.
ເປັນທີ່ປາກົດວ່າ ທັງສອງຝ່າຍພວມທຳການຕໍ່ສູ້ເພື່ອເຂົ້າຄວບຄຸມຖະໜົນຫົນທາງສາຍ
ຕ່າງໆທີ່ເນັ່ງໄປຫານະຄອນຫຼວງຂອງລີເບຍຊຶ່ງເປັນທີ່ໝັ້ນຂອງທ່ານ Gadhafi ນັ້ນ.

XS
SM
MD
LG