ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ Scotland ສອບຖາມທ່ານ Koussa


ທ່ານ Moussa Koussa ອະດີດລັດຖະມົນຕີການຕ່າງປະເທດລີເບຍ ທີ່ໂຕນໜີໄປອັງກິດ
ທ່ານ Moussa Koussa ອະດີດລັດຖະມົນຕີການຕ່າງປະເທດລີເບຍ ທີ່ໂຕນໜີໄປອັງກິດ

ຕຳຫຼວດ Scotland ທີ່ພວມສືບສວນ ການວາງລະເບີດ
ໃສ່ເຮືອບິນໃນປີ 1988 ເໜືອນ່ານຟ້າເມືອງ Lockerbie
ໃນເຂດ Scotland ນັ້ນ ໄດ້ທຳການສຳພາດຫຼືສອບ
ຖາມທ່ານ Moussa Koussa ອະດີດລັດຖະມົນຕີ
ການຕ່າງປະເທດຂອງລີເບຍ.

ຕຳຫຼວດ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບການໂອ້ລົມ
ສົນທະນາໃນວັນພະຫັດວານນີ້ກັບທ່ານ Koussa ທີ່ໄດ້
ໂຕນໜີໄປອັງກິດໃນສັບປະດາແລ້ວແລະລາອອກຈາກຕຳ
ແໜ່ງຂອງທ່ານໃນລັດຖະບານລີເບຍ.

ອະດີີດສາຍລັບຂອງລີເບຍ ນາຍ Abdel Baset
al-Megrahi ແມ່ນບຸກຄົນດຽວທໍ່ນັ້ນ ທີ່ໄດ້ຖືກພົບເຫັນວ່າ
ມີຄວາມຜິດ ໃນການວາງລະເບີດໂຈມຕີ ເຮືອບິນອາຍພົ່ນ
ໂດຍສານຂອງສາຍການບິນ Pan Am ທີ່ເຮັດໃຫ້ມີຜູ້ເສຍ
ຊີວິດ 270 ຄົນຊຶ່ງສ່ວນໃຫຍ່ແລ້ວແມ່ນຊາວອະເມຣິກັນ.

ທ່ານ Koussa ອາດໃຫ້ຂໍ້ມູນທີ່ເປັນປະໂຫຍດກ່ຽວກັບການວາງແຜນໂຈມຕີຈາກຄວາມ ສາມາດໃນການມອງເບິ່ງເຫດການຂອງຫົວໜ້າໜ່ວຍສືບລັບລີເບຍຄົນນຶ່ງ.

ເຈົ້າໜ້າທີ່ອັງກິດກ່າວວ່າ ທ່ານ Koussa ແລະສະມາຊິກຄົນອື່ນໆໃນຄະນະລັດຖະບານ
ລີເບຍຈະບໍ່ໄດ້ຮັບການສະເໜີເພື່ອໃຫ້ມີການຍົກເວັ້ນຈາກການຖືກລົງໂທດ.

XS
SM
MD
LG