ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຊົມເຊີຍ ການເລືອກຕັ້ງ ໃນລີເບຍ (ວີດິໂອ)


ພວກຜູ້ຍິງຊີເຣຍຈໍານວນນຶ່ງ ທີ່ໄປປ່ອນບັດເລືອກຕັ້ງໃນວັນເສົາ ທີ 7 ກໍລະກົດ ວານນີ້
ພວກຜູ້ຍິງຊີເຣຍຈໍານວນນຶ່ງ ທີ່ໄປປ່ອນບັດເລືອກຕັ້ງໃນວັນເສົາ ທີ 7 ກໍລະກົດ ວານນີ້

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ໄດ້ຊົມ​ເຊີຍການເລືອກຕັ້ງແບບເສລີ
ຄັ້ງທໍາອິດຂອງລີເບຍ ໃນຮອບຫລາຍທົດສະວັດ ໂດຍເອີ້ນການເລືອກຕັ້ງນັ້ນວ່າ ເປັນ​
ເຫດການ​ສໍາ​ຄັນ​ຄັ້ງ​ປະຫວັດສາດ​ອີກອັນນຶ່ງ ໃນໄລຍະຂ້າມຜ່ານໄປສູ່ປະຊາທິປະໄຕ
ຂອງ​ປະ​ເທດ​ນັ້ນ.

ໃນຄໍາຖະແຫລງ​ສະບັບ​ນຶ່ງ​ທີ່​ນໍາ​ອອກ​ເຜີຍ​ແຜ່ໃນຕອນ​ແລງວັນເສົາວານນີ້ ທ່ານໂອບາ
ມາ ໄດ້ສະແດງຄວາມຊົມເຊີຍຕໍ່ລີເບຍ ຕາງໜ້າປະຊາຊົນອາເມຣິກັນ.

ໃນຄໍາປາໃສຢູ່ທີ່ນະຄອນໂຕກຽວໃນວັນອາທິດມື້ນີ້ ລັດຖະມົນຕີກະຊວງການຕ່າງປະ
ເທດສະຫະລັດ ທ່ານນາງ Hilary Clinton ກໍໄດ້ຊົມເຊີຍປະຊາຊົນລີເບຍ ເຊັ່ນກັນ.

ສຽງ….

ທ່ານນາງຄລິນເຕິນເວົ້າວ່າ: ພວກເຮົາຂໍສະແດງຄວາມຊົມເຊີຍຕໍ່ປະຊາຊົນລີເບຍ
ສໍາລັບ
ເຫດການ​ສໍາ​ຄັນຄັ້ງປະຫວັດສາດອັນນີ້. ພາຍຫລັງທີ່ຢູ່ໄດ້ໃຕ້ການປົກຄອງ
ຂອງ​ລະບອບ ຜະເດັດການມາເປັນເວລາ 4 ທົດສະວັດ ຜູ້ຊາຍແລະຜູ້ຍິງ ຢູ່ທຸກຈອກ
ທຸກແຈຂອງປະເທດລີເບຍ ​ແມ່ນກໍາລັງເລີ້ມຕົ້ນຕັດສິນອະນາຄົດຂອງຕົນເອງ ແລະ
ມັນຈະເປັນ​ໄປ​ຕາມຄວາມສະມັກໃຈຂອງປະຊາຊົນ ບໍ່ແມ່ນຄວາມຕ້ອງການ​ຕາມ​ໃຈ
ຂອງຜູ້ຜະເດັດການອີກຕໍ່ໄປ.”

ຄະນະກໍາມາທິການເລືອກຕັ້ງ ຕີ​ລາຄາວ່າ ມີຜູ້ໄປປ່ອນບັດເລືອກຕັ້ງໃນວັນເສົາວານນີ້
ປະມານ 60%. ຜົນຂອງການນັບຄະແນນສຽງ ຈະປະກາດໃຫ້ຮູ້ໃນເວລາຕໍ່ໄປພາຍໃນ
ທ້າຍອາທິດນີ້.

ຊາວລີເບຍເກືອບຮອດ 3 ລ້ານຄົນໄດ້ໄປຈົດຊື່ລົງທະບຽນ ເພື່ອອອກສຽງໃນການເລືອກ ຕັ້ງເອົາສະມາຊິກເຂົ້າໄປປະຈໍາສະພາແຫ່ງຊາດ ທີ່ມີ 200 ບ່ອນນັ່ງ ໂດຍມີໜ້າ​ທີ່ຈັດຕັ້ງ
ລັດຖະບານຊົ່ວຄາວ ແລະຮ່າງລັດຖະທໍາມະນູນຂຶ້ນລ່ວງ​ໜ້າການ ເລືອກຕັ້ງ ລັດຖະສະ
ພາຄົບ​ຊຸດ ໃນປີໜ້າ.

ເບິ່ງການວີດິໂອກ່ຽວກັບການເລືອກຕັ້ງໃນລີເບຍ

XS
SM
MD
LG