ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອບິນລົບສະຫະລັດ ຕົກທີ່ລີເບຍ


ຊາວລີເບຍພາກັນເບິ່ງຊາກເຮືອບິນລົບຂອງສະຫະລັດ ທີ່ຕົກລົງເດິ່ນແຫ່ງນຶ່ງໃນເຂດໝູ່ບ້ານ Bu Mariem, ທາງກໍ້າຕາເວັນອອກຂອງເມືອງ Benghazi, ວັນທີ 22 ມີນາ 2011.
ຊາວລີເບຍພາກັນເບິ່ງຊາກເຮືອບິນລົບຂອງສະຫະລັດ ທີ່ຕົກລົງເດິ່ນແຫ່ງນຶ່ງໃນເຂດໝູ່ບ້ານ Bu Mariem, ທາງກໍ້າຕາເວັນອອກຂອງເມືອງ Benghazi, ວັນທີ 22 ມີນາ 2011.

ກອງທັບສະຫະລັດກ່າວວ່າ ເຮືອບິນລົບອາຍພົ່ນລໍານຶ່ງ
ຂອງກອງທັບອາກາດສະຫະລັດ ໄດ້ຕົກທີ່ປະເທດລີເບຍ
ທ່າມກາງການປະຕິບັດງານທາງທະຫານຂອງນາໆຊາດ
ເພື່ອເຮັດໃຫ້ລະບົບປ້ອງກັນໄພທາງອາກາດຂອງຜູ້ນໍາລີ
ເບຍ ທ່ານ Moammar Gadhafi ເປັນອໍາມະພາດ
ແລະປົກປ້ອງພົນລະເຮືອນຈາກການບຸກໂຈມຕີຂອງກໍາ
ລັງຜູ້ກ່ຽວນັ້ນ.

ໂຄສົກຄົນນຶ່ງຂອງກອງບັນຊາການກໍາລັງສະຫະລັດປະຈໍາ
ເຂດພາກພື້ນອາຟຣິກາກ່າວວ່າ ອຸບັດຕິເຫດດັ່ງກ່າວອາດ
ມີສາເຫດມາຈາກບັນຫາທາງເຄື່ອງຈັກ ບໍ່ແມ່ນມາຈາກການ
ຍິງຂອງສັດຕູ. ໂຄສົກເວົ້າຕື່ມວ່າ ນັກບິນຄົນນຶ່ງໄດ້ຖືກ
ຊ່ອຍໄວ້ໄດ້ ແລະອີກຄົນນຶ່ງແມ່ນກຳລັງຢູ່ໃນຂັ້ນຕອນໄດ້
ຮັບການຊ່ອຍເຫຼືອ.

ກໍາລັງ​ຝ່າຍ​ປະສົມ​ໄດ້​ທໍາ​ການ​ໂຈມ​ຕີ​ຢ່າງ​ໜັກ​ໃສ່​ລີ​ເບຍ​ເປັນ​ຄືນ​ທີ 3 ລຽນຕິດ​ໃນ​ຄືນ​ວັນ​ຈັນ​ ວານ​ນີ້.

ນາຍພົນ​ Carter Ham ຈາກ​ກອງທັບ​ສະຫະລັດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກໍາລັງ​ຝ່າຍ
ປະສົມ​ຈະ​ຂະຫຍາຍ​ເຂດ​ຫ້າມ​ບິນ​ທີ່​ໄດ້​ຮັບ​ອະນຸມັດ​ຈາກສະຫະ​ປະຊາ​ຊາດ​ນັ້ນ​ ອອກ​ໄປ
ທົ່ວປະເທດລີເບຍ​. ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ ການ​ຖິ້ມລະ​ເບີດ​ໂຈມ​ຕີ​ຂອງ​ຝ່າຍ​ພັນທະ​ມິດ
ເບິ່ງ​ຄື​ວ່າຈະ​ຫລຸດ​ລົງ ນອກຈາກ​ວ່າ​ມີສິ່ງ​ໃດ​ສິ່ງ​ນຶ່ງ​ເກີດ​ຂຶ້ນ​ຢ່າງ​ບໍ່​ຄາດ​ຫວັງ​ໄວ້ກ່ອນ​ນັ້ນ.

ຮູບກຣາຟິກສະແດງເຂດຫ້າມບິນ ເໜືອລີເບຍ
ຮູບກຣາຟິກສະແດງເຂດຫ້າມບິນ ເໜືອລີເບຍ

ພວກ​ກະບົດ​ທີ່ຖືກພວກ​ກໍາລັງ​
ນິຍົມ​ກາດ​ດາ​ຟີ​ຂັບ​ໄລ່​ໃຫ້ຖອຍ
ຫລັງ​ຄືນ ກ່ອນ​ການ​ໂຈມ​ຕີ​ທາງ
ອາກາດ​ຂອງ​ຝ່າຍ​ພັນທະ​ມິດ​ນັ້ນ
ຍັງ​ບໍ່​ທັນໄດ້​ຮັບ​ຜົນ​ປະໂຫຍດ
ຈາກການ​ໂຈມ​ຕີ​ຂອງ​ກໍາລັງປະ
ສົມ​ເທື່ອຊຶ່ງ​ໄດ້​ພາ​ໃຫ້​ເກີດ​ຄວາມ
ເປັນຫ່ວງ​ຂຶ້ນ​ມາ​ວ່າ ບັນຫາ​ຂັດ​
ແຍ້​ງທີ່​ວ່າ​ນີ້​ ສາມາດ​ຕົກ​ຢູ່ໃນ​ສະ​ພາບ​ບໍ່​ໄປ​ບໍ່ມາໄດ້.

ພວກນັກ​ຕໍ່ສູ້​ຝ່າຍ​ກະບົດ​ທີ່ບໍ່​ມີ
ການຈັດ​ຕັ້ງ​ກັນ​ດີ ແລະກໍາລັງ
ພະຍາຍາມ​ຍຶດເອົາ​ເມືອງ
Ajdabiya ຄືນ​ນັ້ນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຖືກ​ໂຈມ​ຕີ​ຖອຍຄືນ​ໃນ​ວັນ​ຈັນ​ວານ​ນີ້​ຈາກ​ການ​ຍິງ​ຈະ​ຫລວດ​ແລະ​ຍິງ​ຈາກ​ລົດ​ຖັງ​ຂອງພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ກາດ​ດາ​ຟີ ທີ່​ຍັງ​ກໍາລັງຄວບ​ຄຸມທາງ​ເຂົ້າ​ສາຍ​ຕ່າງໆ​ໄປຫາ ​ເມືອງ​ດັ່ງກ່າວ​ນີ້.

ນາຍ​ພົນ Ham ກ່າວ​ວ່າ ຝ່າຍ​ປະສົມ​ບໍ່​ໄດ້ຮັບ​ມອບ​ໝາຍ​ອໍານາດ​ໃຫ້ສະໜອງ​ການ​ສະໜັບ
ສະໜຸນ​ໂດຍ​ກົງ​ແກ່​ຝ່າຍ​ກະບົດ ທີ່​ໄດ້​ເລີ້ມ​ພາກັນ​ລຸກ​ຮື​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້​ ທີ່​ມີ​ວັດຖຸ​ປະສົງ
ເພື່ອ​ຍຸດຕິ​ການ​ປົກຄອງ​ ​ເປັນ​ເວລາ 42 ປີ​ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ.

XS
SM
MD
LG