ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຝ່າຍຕາເວັນຕົກ ສືບຕໍ່ໂຈມຕີລິເບຍ (ເບິ່ງຮູບສະລາຍດ໌)


ລົດຖັງຄັນນຶ່ງຂອງກໍາລັງທີ່ນິຍົມທ່ານກາດດາຟີ ລະເບີດຂຶ້ນເປັນໄຟ ຫລັງຈາກຖືກລູກສອນໄຟ ທີ່ຍິງມາຈາກກໍາລັງຂອງຝ່າຍພັນທະມິດຕາເວັນຕົກ. ວັນທີ 20 ມີນາ 2011.
ລົດຖັງຄັນນຶ່ງຂອງກໍາລັງທີ່ນິຍົມທ່ານກາດດາຟີ ລະເບີດຂຶ້ນເປັນໄຟ ຫລັງຈາກຖືກລູກສອນໄຟ ທີ່ຍິງມາຈາກກໍາລັງຂອງຝ່າຍພັນທະມິດຕາເວັນຕົກ. ວັນທີ 20 ມີນາ 2011.

ພວກ​ກໍາລັງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ທໍາ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ
ໄຟ​ ຮອບ 2 ຕໍ່​ ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Moammar
Gadhafi ຜູ້​ນໍາ​ລີ​ເບຍ ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ຄວາມ​ພະຍາ
ຍາມ​ເພື່ອ​ຍັບ​ຍັ້ງ​ການ​ບຸກ​ໂຈມ​ຕີຂອງ​ພວກ​ກໍາລັງ​ເຫລົ່າ​ນີ້​
ຕໍ່ພວກ​ຫົວ​ເມືອງ​ຕ່າງໆ​ທີ່ຢູ່​ພາຍ​ໃຕ້​ຄວາມຄຸ້ມຄອງ​ຂອງ​
ພວກ​ກະບົດ​ຕໍ່ຕ້ານ​ລັດຖະບານ​ກາດ​ດາ​ຟີ​ນັ້ນ.

ກອງທັບ​ສະຫະລັດ​ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ
Tomahawk ຖະລົ່ມ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ເຮັດ
ໃຫ້​ລະ​ບົບປ້ອງ​ກັນ​ທາງອາກາດ​ຂອງ​ທ່ານ​ກາດ​ດາ​ຟີ​ເຊື່ອມ
ໂຊມ​ລົງ.

ສະຫະລັດ​ໄດ້​ປະກອບສ່ວນ​ໃນ​ການ​ໂຈມ​ຕີ​ຮ່ວມ​ກັບ​ກອງທັບ
ອັງກິດ ຝຣັ່ງ​ແລະ​ປະ​ເທດພັນທະ​ມິດ​ອື່ນໆ​ ເພື່ອ​ຈັດ​ຕັ້ງ​ປະຕິ
ບັດ​ຕາມ​ມະຕິຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ ທີ່​ໄດ້​ຮັບ​ອະນຸມັດຈາກ​ສະຫະ​ປະຊາ​ຊາດນັ້ນ. ​ເຂດ
ຫ້າມ​ບິນແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນລີ​ເບຍ​ ຈາກ​ການ​ໂຈມ​ຕີ​
ໂດຍ​ກໍາລັງທີ່​ນິຍົມ​ທ່ານ​ກາດ​ດາ​ຟີ ທີ່ພວມ​ພະຍາຍາມຈະທັບມ້າງທໍາລາຍການ​ລຸກ​ຮື
ຂຶ້ນມາ​ເປັນ​ເວລາ​ນຶ່ງ​ເດືອນ​ ຕໍ່ຕ້ານການ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 42 ປີຂອງ
ກາ​ດດາ​ຟີ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ຜູ້​ນໍາ​ລີ​ເບຍ​ເອງ​ບໍ່​ໄດ້​ເປັນ​ເປົ້າ​ໝາຍ ​ແຕ່ມີ​ລາຍ​ງານ​ວ່າ
ຕຶກ​ອາຄານ​ຝ່າຍ​ປົກຄອງຫລັງ​ນຶ່ງໃນ​ບໍລິ​ເວນ​ບ້ານ​ພັກ​ຂອງ​ທ່ານ​ກາດ​ດາ​ຟີ​ໃນ​ນະຄອນ
ຫລວງຕຣີ​ໂປ​ລີ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃນ​ຕອນ​ແລງ​
ວັນ​ອາທິດ​ວານ​ນີ້.

ທ່ານ Robert Gates ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ທາງ​ກຸງ​ວໍ​ຊິງ​ຕັນ
ຄາດ​ວ່າ​ ຈະໂອນການ​ຄວບ​ຄຸມ​ການ​ປະຕິບັດພາລະກິດ​ໃນ​ລີ​ເບຍ​ນັ້ນໄປໃຫ້​ກຸ່ມ​ປະສົມ ບາງ
ທີ​ອາດ​ຈະ​ຢູ່ພາຍ​ໃຕ້​ການ​ນໍາພາ​ຂອງຝຣັ່ງ ​ແລະ​ອັງກິດ ​ຫລື​ກຸ່ມ​ເນ​ໂຕ້ ພາຍ​ໃນ​ເວລາບໍ່​ເທົ່າ​
ໃດ​ມື້​ຂ້າງ​ໜ້ານີ້.

ທ່ານ Gates ກ່າວ​ຕື່ມ​ວ່າ ສະຫະລັດ​ຈະ​ເປັນ​ສະມາຊິກໃນ​ຄະນະ​ປະສົມ ​ແຕ່​ຈະ​ບໍ່​ມີ​ບົດ
ບາດເດ່​ນ​ໃດໆ. ທ່ານ Gates ກ່າວ​ເຊ່ນ​ນີ້​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ຕິດຕາມ​ທ່ານ​ໄປໃນ​ການ
ເດິີນທາງ​ໄປ​ຍັງຣັດ​ເຊຍ ທີ່​ຄັດຄ້ານ​ຕໍ່​ການ​ໂຈມ​ຕີ​ທາງ​ທະຫານຂອງ​ນາໆ​ຊາດຕໍ່​ລີ​ເບຍ​ນັ້ນ.

XS
SM
MD
LG