ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຝ່າຍລັດຖະບານລີເບຍ ທໍາການໂຈມຕີທາງອາກາດ ຕໍ່ເມືອງ Misurata


ພວກກຸ່ມກະບົດລີເບຍ
ພວກກຸ່ມກະບົດລີເບຍ

ໂທລະພາບຂອງລັດລີເບຍ ກ່າວ​ໃນວັນອາທິດມື້ນີ້ວ່າ
ພວກກໍາລັງທີ່ຈົ່ງຮັກພັກດີຕໍ່ຜູ້​ນໍາ​ລີ​ເບຍ ທ່ານ ມວມມາ
ກາດດາຟີ ໄດ້ຍຶດເອົາເມືອງບໍ່ນໍ້າມັນ Brega ນັ້ນຄືນໄດ້
ແລ້ວ.

ຂ່າວ​ໂທລະພາບ​ອ້າງຄໍາ​ເວົ້າ​ຂອງແຫລ່ງຂ່າວທາງທະຫານ
ທີ່ກ່າວວ່າ​ເມືອງ Brega ​ໄດ້​ຖືກ​ສະ​ສາງ​ໃຫ້​ໝົດ​ສີ້​ນໄປ​ຊຶ່ງ
ພວກແກ໊ງປະກອບອາວຸດນັ້ນ​ແລ້ວ ແຕ່ລາຍງານຍັງບໍ່ໄດ້
ຮັບ​ການຢືນຢັນຈາກ​ແຫ​ລ່ງຂ່າວອິດສະລະເທື່ອ. ໂທລະ
ພາບລີເບຍ​ເຄີຍໄດ້ອອກລາຍງານທີ່ບໍ່ມີມູນຄວາມຈິງໃນ
ອະດີດທີ່ອ້າງ​ເອົາ​ດິນ​ແດນ​ຕ່າງ​ໆ. ຢ່າງ​ໃດ​ກໍ​ຕາມ ຜູ້ສື່
ຂ່າວຄົນນຶ່ງປະຈໍາອົງການຂ່າວຝຣັ່ງ ກ່າວ​ໃນຕອນເຊົ້າ
ຂອງວັນທິດມື້ນີ້ວ່າ ພວກກະບົດລີເບຍຫລາຍສິບຄົນກໍາ
ລັງພາກັນຖອນອອກຈາກເມືອງ Brega ທ່າມກາງການ
ລະດົມຍິງປືນ​ໃຫຍ່​ໂຈມ​ຕີຢ່າງໜັກ ຈາກກໍາລັງທີ່ຈົ່ງຮັກພັກ
ດີຕໍ່ທ່ານ​ກາດດາຟີ.

ບັນດາອົງການຂ່າວຕາເວັນຕົກ ລາຍງານ​ໃນວັນເສົາວານນີ້ວ່າ ກໍາລັງຂອງຝ່າຍລັດຖະບານ
ໄດ້ທໍາການໂຈມຕີທາງ ອາກາດ ຕໍ່ເມືອງ Misurata ທີ່ຢູ່ຢ່າງຫ່າງຈາກນະຄອນຫລວງທຣີ
ໂປລີ ປະມານ 200 ກິໂລ​ແມັດ.

ນອກນີ້ ໃນວັນເສົາວານນີ້ ລັດຖະບານລີເບຍຍັງໄດ້ພາພວກນັກຂ່າວຫລາຍຄົນ​ໄປ​ເບິ່ງເມືອງ
Ras Lanuf ແລະ ເມືອງ Bin Jawad ທີ່ຖືກຍຶດຄືນໄດ້ຈາກພວກກໍາລັງຝ່າຍຄ້ານນັ້ນ.

XS
SM
MD
LG