ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະ​ຄອນ​ເວ​ທີ ເລື້ອງ 'ຈົດ​ໝາຍ​ຈາກ​ບ້ານ' ຊ່ອຍ​ໃຫ້​ນັກ​ສະ​ແດງ​ຍິງ ຄົ້ນ​ພົບ ​ເຊື້ອຊາດ ຂອງ​ນາງ


'Letters From Home' Helps Actress Discover Her Identity
please wait

No media source currently available

0:00 0:04:14 0:00

ເຊີນຊົມວີດີໂອ ເປັນພາສາອັງກິດ

ລູກ​ເຕົ້າ​ຂອງຊາວ​ອົບ​ພະ​ຍົບ ຜູ້​ທີ່​ເກີດ​ຢູ່ໃນ​ສະ​ຫະ​ລັດ ໂດຍ​ສ່ວນ​ໃຫຍ່ແລ້ວ ຈະສູ້​ຊົນ​ເພື່ອ​ໃຫ້​ເຂົ້າ​ໃຈ​ວ່າ ​ພວກ​ເຂົາ​ເຈົ້າມີເອກ​ກະ​ລັກ​ສະ​ເພາະ​ຕົວ ​ແນວ​ໃດ. ນັກ​ສະ​ແດງ​ຍິງ ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ກຳ​ປູ​ເຈຍຄົນນຶ່ງ ໃຊ້​ສິ​ລະ​ປະ​ຂອງ​ນາງ ເພື່ອ​ຄົ້ນ​ຄວ້າ​ຫາ​ຮາກ​ເງົ້າ​ວົງ​ຕະ​ກູນ​ຂອງ​ລາວ ໂດຍ​ຜ່ານ​ການ​ເລົ່າ​ເລື້ອງ​ທີ່​ເປັນ​ສ່ວນ​ຕົວຂອງ​ລາວແທ້ໆ ​ສູ່​ຄົນ​ຟັງ. ດັ່ງ​ທີ່​ນັກ​ຂ່າວ​ວີ​ໂອ​ເອພະ​ແນກ​ພາ​ສາ​ຂະ​ເໝນ ເຈດ​ທ​ຣາ ຈັບ ​ມີລາຍ​ງານກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ໃນບັນ​ທຶກວີ​ດີ​ໂອຂອງ​ລະ​ຄອນ​ເວ​ທີ ຕອນ​ເປີດ​ໂຕ ​ນັກ​ສະ​ແດງ​ທ່ານນີ້ ກ່າວ​ວ່າ: ພໍ່​ເອີ້ຍ ຂ້ອຍ​ຈະ​ຂຽນ​ບົດ​ລະ​ຄອນ​ເວ​ທີ​ເລື້ອງ​ນຶ່ງ​. ເຈົ້າ​ເລົ່າ​ສູ່​ຟັງ​ຕື່ມ​ອີກ​ໄດ້​ບໍ່ ກ່ຽວ​ກັບ ວິ​ທີ​ທີ່​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຮົາ ຫລົບ​ໜີ​ຈາກ​ພວກ​ຂະ​ເໝນ​ແດງ​ ໄດ້ແນວ​ໃດ? ແລ້ວ​ພວກ​ເຂົາ​ມາ​ອາ​ເມ​ຣິ​ກາ ​ໄດ້​ຈັ່ງ​ໃດ?

ນັກ​ສະ​ແດງ​ຄົນນີ້ ຄື​ທ່ານ​ນາງ ກໍ​ລີ​ຢານ ອຸ້ງ ຜູ້ທີ່ຢູ່​ເທີງ​ເວ​ທີ ກຳ​ລັງ​ສະ​ແດງ​ເລື້ອງ “ຈົດ​ໝາຍ​ຈາກ​ບ້ານ ຫຼື Letters from Home” ຊຶ່ງ​ເປັນ​ລະ​ຄອນ​ເວ​ທີ ກ່ຽວ​ກັບ​ຍາດ​ພີ່​ນ້ອງ​ຊາວກຳ​ປູ​ເຈຍ ຜູ້​ທີ່​ຂຽນ​ຈົດ​ໝາຍຫຼາຍໆ​ສະ​ບັບ​ ມາ​ຫາ​ພໍ່​ຂອງ​ລາວ ໂດຍ​ຂໍ​ຮ້ອງໃຫ້​ເພິ່ນ​ຊ່ອຍ​ພວກ​ເຂົາ ຫລົບ​ໜີ​ຈາກ​ການ​ຂ້າ​ລ້າງເຊື້ອ​ຊາດເຜົ່າ​ພັນ​ຂອງ​ພວກ​ຂະ​ເໝນ​ແດງ.

ທ່ານ​ນາງກໍ​ລີ​ຢານ ອຸ້ງ ເປັນ​ນັກ​ສະ​ແດງ​ລະ​ຄອນ​ເວ​ທີ ໄດ້​ກ່າວ​ເຖິງ​ບົດ​ລະ​ຄອນ ​ດັ່ງ​ກ່າວ​ວ່າ “ເລື້ອງ​ລາວ ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ ໃນ​ປີ 1979 ແລະຜ່ານໄລ​ຍະ​ເວ​ລາ​ສອງ​ສາມ​ປີ​ຕໍ່​ຈາກນັ້ນ. ແລະ​ມັນ​ແມ່ນຈົດ​ໝາຍ​ຫຼາຍໆສະບັບ ຈາກ​ຍາດຕິພີ່ນ້ອງ​ຂອງ​ພວກ​ເຮົາ ຜູ້​ທີ່​ພະ​ຍາ​ຍາມ ທີ່​ຈະ​ອອກ​ໄປ​ຈາກ​ສູນ​ອົບ​ພະ​ຍົບ ໂດຍ​ຂໍ​ຮ້ອງພໍ່​ຂອງ​ຂ້າ​ພະ​ເຈົ້າ​ ໃຫ້​ຊ່ອຍ​ເຫຼືອ​ພວກ​ເຂົາ ເພາະ​ວ່າ ພໍ່ຂອງ​ຂ້າ​ພະ​ເຈົ້າ ໄດ້​ມາຢູ່ອາ​ເມ​ຣິ​ກາ.”

ພໍ່​ຂອງ​ທ່ານ​ນາງ ຊື່​ວ່າ ຈິນ​ນາ​ຣີ ອຸ້ງ ເພິ່ນ​ເປັນ​ນັກ​ປະ​ພັນ​ ​ຜູ້ທີ່​ໄດ້​ຮັບ​ລາງວັນ ແລະ​ເປັນ​ທີ່​ເຄົາ​ລົບ​ນັບ​ຖື​ໂດຍ​ນາ​ນາ​ຊາດ. ເພິ່ນ​ໄດ້​ຮັບ​ທຶນ​ການ​ສຶ​ກ​ສາ ໄປ​ຮ່ຳ​ຮຽນໃນດ້ານ​ດົນ​ຕີ ຢູ່​ໃນ​ສະ​ຫະ​ລັດ ເມື່ອ​ປີ 1964. ໃນ​ຕອນ​ທ້າຍຊ່ວງ​ປີ 1970 ທ່ານ​ຈິນ​ນາ​ຣີ ອຸ້ງ ໄດ້​ຮູ້ເຫັນ​ເປັນ​ສັກ​ຂີ​ພະ​ຍານ ຈາກ​ດິນແດນຫ່າງ​ໄກ ​ໃນ​ການ​ເຂັ່ນ​ຂ້າ​ຊາວ​ກຳ​ປູ​ເຈຍ ນຶ່ງ​ລ້ານ​ເຈັດ​ແສນ​ຄົນ ໂດຍ​ລະ​ບອບ​ການ​ປົກ​ຄອງ​ຂອງ ​ຄ​ອມ​ມິວ​ນິ​ສຂະ​ເໝນ​ແດງ ທີ່​ໂຫດ​ຮ້າຍ​ທາ​ລຸນ​ທີ່​ສຸດ​ຂອງ​ປະ​ເທດ.

ໃນ​ໄລ​ຍະ​ຕໍ່​ມາ ທ່ານ​ຈິນ​ນາ​ຣີ ໄດ້​ແລກ​ປ່​ຽນ​ຈົດ​ໝາຍຫຼາຍ​ຮ້ອຍ​ສະ​ບັບ ກັບ​ພວກ​ຍາດ​ພີ່​ນ້ອງ​ຜູ້​ລອດ​ຊີ​ວິດ ທີ່​ອາ​ໄສ​ຢູ່ສູນ​ອົບ​ພະ​ຍົບ​ໃນ​ປະ​ເທດ​ໄທ. ເພິ່ນ​ໄດ້​ພະ​ຍາ​ຍາມ​ຫາວິ​ທີ​ທາງ ແລະ​ກໍ​ໄດ້​ປະ​ກັນ​ເອົາ​ພວກ​ເຂົາ​ເຈົ້າ​ມາ​ ອາ​ເມ​ຣິ​ກາ.

ທ່ານ​ຈິ​ນ​ນາ​ຣີ ອຸ້ງ ນັກ​ປະ​ພັນແລະ​ເປັນ​ພໍ່​ຂອງ​ທ່ານ​ນາງ ກໍ​ລີ​ຢາ ອຸ້ງ ກ່າວວ່າ “ຫຼັງຈາກ 40 ປີຜ່ານໄປ ຂ້າພະເຈົ້າ ໄດ້ເກັບຈົດໝາຍທັງຫຼາຍມ້ຽນໄວ້ໃນຫີບ. ມັນພຽງແຕ່ເຮັດໃຫ້ຂ້າພະເຈົ້າ ໃຈຮ້າຍເມື່ອອ່ານຈົດໝາຍ​ເຫຼົ່ານີ້. ແຕ່ໃນທີ່ສຸດ ແລ້ວ ຂ້າພະເຈົ້າ ກໍມີຄວາມໄວ້ໃຈ ນາງກໍ​ລີ​ຢານ ອຸ້ງ ເພາະວ່າ ນາງໄດ້ກາຍ ເປັນນັກສະແດງທີ່ມີຄວາມສາມາດຄົນ​ນຶ່ງ.

ໂດຍມີຫ້ອງການຢູ່ໃນນະຄອນລອສ ແອນເຈີເລສ ນັກສະແດງຍິງ ອາເມຣິກັນ ເຊື້ອສາຍກຳປູເຈຍ ອາຍຸ 33 ປີ ດັ່ງ​ກ່າວ ໄດ້ຮັບປະລິນຍາໂທ ຂະ​ແໜງ ສິລະປະສາດດ້ານການສະແດງ ຈາກມະຫາວິທະຍາໄລ ແຊນຕາ ຄຣູສ ຂອງລັດຄາລີຟໍເນຍ ແລະທ່ານນາງ ໄດ້ເຮັດວຽກກັບໂຮງລະຄອນສຳຄັນໆ ທີ່ມີຊື່ສຽງ ແລະບໍລິສັດ ໂອເປຣາຫຼາຍແຫ່ງ ເຊັ່ນວ່າ Critical Mass Performance ແລະ Independent Shakespeare ເປັນຕົ້ນ.

ແຕ່ການ​ເຮັດ​ວຽກ​ ນຳໂຄງການທີ່ເປັນສ່ວນຕົວແບບນີ້ ໄດ້ຮຽກຮ້ອງຕ້ອງການ ບໍ່ພຽງແຕ່ມີ ​ການຝຶກຊ້ອມແລະປະສົບການແບບມືອາຊີບ ຫຼາຍເທົ່ານັ້ນ.

ທ່ານນາງ ກໍ​ລີ​ຢາ ອຸ້ງ ກ່າວ​ເປັນພາສາອັງກິດ ວ່າ “ຂ້າພະເຈົ້າຮູ້ສຶກກົດດັນ ຢ່າງໜັກ ຍ້ອນວ່າ ມັນເປັນເລື້ອງທີ່ເຮັດ​ໃຫ້​ເກີດ​ຄວາມໜັກໃຈ ແລະບົດເລື້ອງ ຫຼາຍຕອນແມ່ນໂສກເສົ້າແທ້ໆເລີຍ ແຕ່​ກໍເປັນຍ້ອນຂ້າພະເຈົ້າໄດ້ເຫັນພໍ່ຂອງ ຂ້າພະເຈົ້າ ໃນທີ່ສຸດແລ້ວ ກໍໄດ້​ຍອມຮັບກັບ​ສະ​ພາບ​ການໄດ້. ແລະພໍ່ຂອງຂ້າ ພະເຈົ້າ ບໍ່ເຄີຍເວົ້າກ່ຽວກັບມັນເລີຍ.”

ຈົດໝາຍຈາກບ້ານ ເປັນການສະແດງດ່ຽວ ທີ່​ໃຊ້​ເວ​ລາເຖິງສອງຊົ່ວໂມງ ທີ່ປະ​ກອບ​ດ້ວຍພາບແສງສີສຽງ ທີ່ອີງຕາມຈົດໝາຍທັງຫຼາຍ ຈາກພໍ່ຂອງທ່ານ​ນາງ ອຸ້ງ ແລະການປ່ຽນແປງດ້ານອາລົມ ຕະຫຼອດ​ໄລ​ຍະໃນການຈັດການກັບສິ່ງທີ່ ໄດ້ເກີດຂຶ້ນ.

ໃນບົດລະຄອນເວທີນີ້, ທ່ານນາງ ອຸ້ງ ໃຊ້ການບັນ​ລະ​ຍາຍ ການຮ້ອງເພງ ແລະ ການເຕັ້ນ ເພື່ອ​ເລົ່າເລື້ອງລາວ ​ເພື່ອ​ເປັນການຍົກຍ້ອງສັນລະເສີນ ຕໍ່ພວກອົບພະຍົບ ພວກຄົນ​ເຂົ້າ​ເມືອງ ແລະບາດ​ແຜຊອກຊ້ຳ​ທາງ​ດ້ານ​ຈິດ​ໃຈ ທີ່ໄດ້ຮັບຕໍ່ໆ​ກັນມາ ຈາກພາຍໃນຄອບຄົວ.

ທ່ານນາງອຸ້ງ ໄດ້ກ່າວວ່າ ການທຳງານໃນໂຄງການນີ້ ໄດ້​ເອື້ອອຳນວຍໃຫ້ນາງ ຄົ້ນຄວ້າຫາເຊື້ອສາຍຄອບຄົວຂອງນາງ ​ຮວມ​ທັງມູນເຊື້ອ ແລະປະເທດບ້ານ ເກີດເມືອງນອນຂອງພໍ່ນາງ.

​ທ່ານ​ນາງ ກໍ​ລີ​ຢານ ອຸ້ງ ​ໄດ້​ພັນ​ລະ​ນາ​ວ່າ “ໃນ​ຂະ​ນະ​ທີ່ ​ຂ້າ​ພະ​ເຈົ້າ ເລີ້ມ​ຕົ້ນສືບ​ສວນເບິ່ງ​ຈົດ​ໝາຍ​ທັງຫຼາຍ ​ແລະ​ໄດ້​ເລີ້ມຄຶດ​ອອກ​ໄດ້​ວ່າ ບົດ​ລະ​ຄອນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເປັນ​ແນວ​ໃດ ຂ້າ​ພະ​ເຈົ້າເລີ້ມສຳ​ນຶກ​ໄດ້​ວ່າ ຂ້າ​ພະ​ເຈົ້າຍັງ​ສາ​ມາດນຳ​ເອົາ​ເລື້ອງລາວ​ຂອງ​ພີ່​ນ້ອງ ຂອງ​ບັນ​ພະ​ບູ​ລຸດ ​ຂ້າ​ພະ​ເຈົ້າ ມາ​ເລົ່າ​ໂດຍ​ຜ່ານ​ແບບລະ​ຄອນ Shakespeare. ສະ​ນັ້ນ​ແລ້ວ ບົດ​ລະ​ຄອນນີ້ ກໍ​ຍັງ​ກ່ຽວ​ກັບ​ເລື້ອງ​ນັ້ນ ​ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ ໃນ​ການ​ເປັນ​ຄົນ​ກຳ​ປູ​ເຈຍນັ້ນ ​ເປັນຄື​ແນວ​ໃດ​ ບາງ​ທີ ການ​ເປັນ​ສິ​ລະ​ປິນ ເປັນ​ຄື​ແນວ​ໃດ ເປັນ​ສິ​ລະ​ປິນ​ຊາວ​ກຳ​ປູ​ເຈຍ.”

ທ່ານ​ນາງ ກໍ​ລີ​ຢານ ອຸ້ງ ໄດ້​ທຳ​ການ​ສະ​ແດງ “ຈົດ​ໝາຍ​ຈາກ​ບ້ານ” ມາ​ໄດ້ຫຼາຍກວ່າ 20 ຄັ້ງ​ແລ້ວ​ ໃນ​ທົ່ວ​ສະ​ຫະ​ລັດ ແລະ​ທ່ານ​ນາງ ມີ​ກຳ​ນົດ ຈະ​ນຳ​ເອົາ​ລະ​ຄອນ​ເວ​ທີ​ເລື້ອງນີ້ ໄປ​ສະ​ແດງ​ຢູ່​ທີ່​ປະ​ເທດ​ໄທ ແລະ ກຳ​ປູ​ເຈຍ ໃນ​ເດືອນ​ມິຖຸ​ນານີ້.

Children of immigrants, who are born in United States, often struggle to understand their own identity. A Cambodian-American actress is using her art to explore her roots through a very personal story. VOA's Chetra Chap reports.

(Opening Trailer Clip: Dad, I'm going to write a play. Can you tell me more about how our relatives escaped the Khmer Rouge? How did they get to America? )

This is Kalean Ung on stage performing "Letters from Home," a play about her Cambodian relatives who wrote letters to her father asking him to help them escape the Khmer Rouge genocide.

( Kalean Ung, Theatrical Performer)
They began in 1979 and spanned over the next several years. And they were letters from family members, who were trying to get out of the refugee camps, asking for my father to help them because my father was in America."

Her father, Chinary Ung, is an internationally respected, award-winning composer. He got a scholarship to study music in the U.S. in 1964. In the late 1970s, Chinary Ung witnessed from afar some 1.7 million Cambodians executed by the country's most destructive communist regime, the Khmer Rouge.

Later, he exchanged hundreds of letters with his surviving relatives living in refugee camps in Thailand. He was trying to find and sponsor them to America.

(Chinary Ung, Composer and Kalean's Father)
After 40 years, I buried the letters in the box. It just upsets me to read those letters. But finally, I have faith on Kalean because she became a capable actor."

Based in Los Angeles, the 33-year-old Cambodian-American actress earned her Master of Fine Arts in Acting from the University of California Santa Cruz, and she has worked with critically acclaimed theater and opera companies such as Critical Mass Performance and Independent Shakespeare.

But working on such a personal project demanded more than just professional training and experience.

(Kalean Ung, Theatrical Performer, in English)

"I felt overwhelmed because it is overwhelming and the passages were very sad, but also because I was watching my father finally deal with it. And my father never talked about it."

Letters from Home is a two-hour, multimedia solo performance based on the letters from Ung's father and his emotional journey dealing with what happened.

In the play, Ung speaks, sings and dances to tell a story that pays tribute to refugees, immigrants, and the traumas passed down within families.

Ung said working on this project allowed her to explore her connection to her family, legacy and the country of her father's birth.

(Kalean Ung, Theatrical Performer)

"As I started investigating the letters, and as I started figuring out what my play was, I started realizing that I could also channel my relatives, my ancestors through Shakespeare. So the play is also about that, about understanding what it is to be Cambodian perhaps; what it is to be an artist, a Cambodian artist."

Kalean Ung has performed "Letters from Home" more than 20 times across the U.S., and she is scheduled to bring the play to Thailand and Cambodia in June.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG