ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

English in a Minute: ບົດ​ທີ 52 “Turn over a new leaf” ແປ​ວ່າ ປ່ຽນ​ແປງ​ໃໝ່​ທັງ​ໝົດ​ເລີຍ


Turn Over a New Leaf ຖ້າຈະແປຕາມໂຕເລີຍ ກໍແມ່ນວ່າ “ປີ້ນໃບໃຫມ່" ແຕ່ຖ້າ​ຈ​ະ​ເວົ້າ​ອີກ​ຢ່າງ​ນຶ່ງກໍ​ໝາຍ​ເຖິງ​ ການ​ປ່ຽນ​ແປງ​ໃໝ່​ທັງ​ໝົດນັ້ນ​ເອງ​

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ລິງໂດຍກົງ

Leaves grow on trees, you know that, but the word ‘leaf’ has a few other meanings in the English language. “Turn over a new leaf.”
ໃບໄມ້ເຕີບໃຫຍ່ຢູ່ເທິງຕົ້ນໄມ້, ເຈົ້າຮູ້ບໍ່, ແຕ່ຄຳວ່າ 'ໃບໄມ້' ຍັງມີຄວາມໝາຍ ອັນ​ອື່ນອີກສອງສາມຢ່າງ ໃນພາສາອັງກິດ.

“Turn over a new leaf,” ຖ້າ​ຈະ​ແປ​ຕາມ​ໂຕ​ເລີຍ ກໍ​ແມ່ນ​ວ່າ “ປີ້ນໃບໃຫມ່." ມັນ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດຫລະ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາ ລະ​ຫວ່າງ Ana ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ໄດ້.

Wow! Ana, you seem a lot happier and more awake than you usually do in the morning.
ວ້າວ ອານາ, ເຈົ້າເບິ່ງ ຄືວ່າ ມີຄວາມສຸກຫຼາຍ ແລະຫ້າວ​ຫັນຫຼາຍກວ່າປົກ​ກະ​ຕິ ທີ່ເຈົ້າເຄີຍເປັນ​ມາໃນຕອນເຊົ້າ.

I am, because now I'm a morning person.
ແມ່ນຂ້ອຍ​ເປັນ​ແນວນັ້ນ​ແທ້, ເພາະວ່າດຽວນີ້ ຂ້ອຍເປັນຄົນມີ​ກຳ​ລັງ​ວັງ​ຊາ​ໃນຕອນເຊົ້າ ແລ້ວ.

Since when? ຕັ້ງ​ແຕ່​ຕອນ​ໃດຫລະ?

Jonathan! I've turned over a new leaf.
ໂຈນາທານ! ຂ້ອຍໄດ້ turned over a new leaf.

I wake up early, I run. I read the entire newspaper all before 7:00. ຂ້ອຍຕື່ນແຕ່ເຊົ້າ, ຂ້ອຍແລ່ນ. ຂ້ອຍອ່ານໜັງສືພິມແລ້ວໝົດກ່ອນຈະ​ຮອດ 7:00 ໂມງ.

Wow! ວ້າວ!

To turn over a new leaf is about new beginnings. To turn over a new leaf ແມ່ນ​ກ່ຽວ​ກັບ​ການເລີ່ມຕົ້ນໃໝ່.

It means to change your behavior or lifestyle in a positive way, and this expression leaf refers to a page in a book, another definition of the word.
ມັນຫມາຍຄວາມວ່າ ການປ່ຽນພຶດຕິກໍາ ຫຼືແບບ​ແຜນ​ດຳ​ລົງຊີວິດຂອງທ່ານໄປໃນທາງບວກ, ແລະ ຢຸ່ໃນ​ສຳ​ນວນນີ້ leaf ຊຶ່ງ​ແປ​ວ່າ ໃບໄມ້ ແມ່ນຫມາຍເຖິງຫນ້າເຈ້ຍໃນ​ປຶ້ມ ຊຶ່ງ​ເປັນ ຄໍານິຍາມອີກ​ອັນ​ນຶ່ງຂອງຄໍາສັບນີ້. ສະ​ນັ້ນຄຳ​ວ່າ To turn over a new leaf ຖ້າ​ຈ​ະ​ເວົ້າ​ອີກ​ຢ່າງ​ນຶ່ງກໍ​ແປ​ວ່າ ​ເປີດ​ໄປ​ໜ້າ​ໃໝ່ ຊຶ່ງ​ໝາຍ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ນັ້ນ​ເອງ.​

and that's English in a minute.

XS
SM
MD
LG