ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

English in a Minute, ບົດ​ທີ 78 “Bite off More than You Can Chew” ​ແປ​ວ່າ ພະ​ຍາ​ຍາມ​ເຮັດ​ຫຼາຍຢ່າງ ​ຈົນເກີນ​ໄປ


English in a Minute: Bite Off More Than You Can Chew
please wait

No media source currently available

0:00 0:00:59 0:00

ເບິ່ງວີ​ດິ​ໂອ ລາຍ​ການ English in a Minute: Bite Off More Than You Can Chew ຊຶ່ງ​ແປ​ວ່າ ພະ​ຍາ​ຍາມ​ເຮັດ​ຫຼາຍສິ່ງ ຫລາຍຢ່າງ ​ຈົນເກີນ​ໄປ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Biting and chewing are things we do when we eat. So what could this mean?
ການກັດ ແລະຫຍ້ຳ​ແມ່ນສິ່ງທີ່ພວກເຮົາເຮັດໃນເວລາທີ່ພວກເຮົາກິນອາຫານ. ສະ​ນັ້ນ ສຳ​ນວນນີ້ມີ ຫມາຍຄວາມວ່າແນວໃດກັນ​ຫລະ?

Bite off more than you can chew.
ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Jonathan how was your European vacation?
Jonathan ການ​ໄປພັກຜ່ອນ​ໃນ​ຢູ​ໂຣບຂອງເຈົ້າເປັນແນວໃດຫລະ?

Very tiring. I don't think visiting 10 countries in 10 days was the best idea.
ເມື່ອຍຫຼາຍ​ຂະ​ໜາດ. ຂ້ອຍບໍ່ຄິດດອກວ່າການໄປທ່ຽວ 10 ປະເທດໃນ 10 ມື້ ເປັນຄວາມຄິດທີ່ດີທີ່ສຸດ.

Sounds like you bit off more than you could chew my friend.
ຟັງໆ​ແລ້ວ ​ຄື​ວ່າ​ເຈົ້າກັດ​ເອົາ​ຫລາຍກວ່າ​ຊິ​ຫຍ້ຳ​ໄດ້, ​ໝູ່​ເອີ້ຍ.

Yeah I would definitely not recommend it.
ແມ່ນແລ້ວ, ແນ່ນອນ, ຂ້ອຍຈະບໍ່ແນະນໍາໃຫ້ເຮັດແນວນັ້ນ.

If you take a huge bite of food, it's hard to chew. In life, if you bite off more than you can chew, you try to do too much. It usually doesn't go well. And it's not a pleasant feeling while eating or while traveling.
ຖ້າ​ເຈົ້າ​ກັດກິນ​ອາຫານ​ຄຳ​ບັກໃຫຍ່, ມັນ​ຍາກ​ທີ່​ຈະ​ຫຍ້ຳ​ໄດ້. ໃນ​ຊີ​ວິດຂອງ​ຄົນ, ຖ້າ​ຫາກ​ວ່າ​ທ່ານ​ກັດອາ​ຫານ​ຫຼາຍ​ກວ່າ​ຄວາມ​ສາ​ມາດທີ່​ທ່ານ​ຈະ​ຫຍ້ຳ​ໄດ້, ທ່ານ​ພະ​ຍາ​ຍາມ​ເຮັດ​ຫຼາຍ​ຈົນເກີນ​ໄປ. ປົກກະຕິແລ້ວມັນຈະບໍ່ ໄດ້​ຮັບ​ຜົນດີ. ແລະມັນບໍ່ແມ່ນຄວາມຮູ້ສຶກທີ່ ດີເລີຍໃນຂະນະທີ່ກິນອາຫານ ຫຼືໃນຂະນະທີ່ເດີນທາງໄປ.
And that's English in a minute.

XS
SM
MD
LG