ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 75 “Doozy” ແປ​ວ່າ ຜິດປົກກະຕິ ຫລື ພິ​ລຶກ ອີ່​ຫລີ


English in a Minute: Doozy
please wait

No media source currently available

0:00 0:01:00 0:00

English in a Minute: Doozy ແປ​ວ່າ ຜິດປົກກະຕິ ຫລື ພິ​ລຶກ ອີ່​ຫລີ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A daisy is a kind of flower, but what do you think a doozy is?
ດອກເບັນ​ຈະ​ມາດນ້ອຍ ຫລື daisy ເປັນດອກໄມ້ຊະນິດນຶ່ງ, ແຕ່ເຈົ້າຄິດວ່າ doozy ມັນແມ່ນຫຍັງ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Dan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Well Dan! That is a big book!
ເອີ່ ແດນ! ນັ້ນ​ແມ່ນ​ປຶ້ມ​ຫົວ​ບັກໃຫຍ່ເລີຍ​ເນາະ!

It's called War and Peace. I'm reading it for my book club. It's over 1000 pages.
ມັນເອີ້ນວ່າສົງຄາມ ແລະສັນຕິພາບ. ຂ້ອຍກໍາລັງອ່ານມັນ ສໍາລັບສະໂມສອນອ່ານ​ຫນັງສືຂອງຂ້ອຍ. ມັນມີຫຼາຍກວ່າ 1000 ໜ້າ.

Whoa. That is a doozy of a read! Does it at least have pictures?
ໂອ້. ນັ້ນ​ມັນເປັນການ​ອ່ານ​ທີ່​ເປັນ​ຕາ​ຢ້ານແທ້​! ຢ່າງຫນ້ອຍມັນກໍມີຮູບຢູ່ບໍຫລະ?

Not one. And carrying it around it’s starting to hurt my back.
ບໍ່, ແມ່ນຕາ​ອັນນຶ່ງກະ​ບໍ່​ມີ. ແລະ ການ​ຖື​ມັນ​ໄປມັນ​ມາ ​ມັນກໍ​ເລີ່ມເຮັດ​ໃຫ້​ຫຼັງ​ຂອງ​ຂ້ອຍ​ປວດ​ແລ້ວ​ເດະ​ໜິ.

A doozy means something that is extraordinary and unusual. It can also mean difficult to deal.

A doozy ຫມາຍຄວາມວ່າບາງສິ່ງບາງຢ່າງທີ່ພິເສດ ແລະຜິດປົກກະຕິ ຫລື​ຖ້າ​ຈະ​ທຽບ​ໃສ່​ພາ​ສາ​ລາວ ກໍ​ອາດ​ຈະ​ແມ່ນ ພິ​ລຶກອີ່​ຫລີ. ມັນກໍຍັງຫມາຍຄວາມວ່າ ຍາກທີ່ຈະຈັດການ ຫລື​ຮັບ​ມື​ກັບ​ມັນ​ໄດ້.

The word comes from “Daisy”. In the past, “daisy” describes something unusually good. But today Doozy has a much different meaning.
ຄໍານີ້​ມາ​ຈາກ​ຄຳ​ວ່າ "Daisy". ໃນອະດີດ "daisy" ອະທິບາຍເຖິງສິ່ງທີ່ດີແບບ ພິ​ເສດ​ສຸດໆ​ເລີຍ. ແຕ່ວ່າ ໃນ​ທຸກມື້ນີ້ Doozy ມີຄວາມຫມາຍທີ່ແຕກຕ່າງໄປ​ຈາກນັ້ນຫຼາຍ.

XS
SM
MD
LG