ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

English in a Minute, ບົດ​ທີ 59 “On the Edge of my Seat” ແປ​ວ່າ ​ຕື່ນ​ເຕັ້ນ ຈົນ​ຕ້ອງໄດ້ຕັ້ງ​ໃຈ​ເບິ່ງ​ ຫລື ​ຟັງ​ດ້ວຍ​ໃຈ​ຈົດ​ຈໍ່


English in a Minute: On the Edge of Your Seat
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອລາຍ​ການ English in a Minute: Lesson 59 “On the Edge of my Seat” ແປວ່າ ຕື່ນເຕັ້ນ ຈົນຕ້ອງຕັ້ງໃຈເບິ່ງ ຫລືຟັງດ້ວຍໃຈຈົດຈໍ່

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

This idiom sounds like it's about a chair “Edge of your seat”. ສຳ​ນວນນີ້ຟັງໆ​ແລ້ວ ຄືວ່າມັນກ່ຽວກັບຂອບເກົ້າອີ້ທີ່ທ່ານນັ່ງ. “Edge of your seat”. That sounds a little risky right?

“on the edge of my seat” ຖ້າ​ຈະ​ແປ​ຕາມ​ໂຕ​ກໍ​ແມ່ນຢູ່ ຢູ່ເທິງຂອບຕັ່ງນັ່ງຂອງ​ຂ​ອ້ຍ. ຟັງເບິ່ງ​ແລ້ວມັນຄື​ວ່າ ມີຄວາມສ່ຽງຢູ່ຫນ້ອຍນຶ່ງ ແມ່ນບໍ? ແລ້ວ​ສຳ​ນວນນີ້ ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ແທ້? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ​?

Hey, what are you watching? ເຮີ້ຍ, ເຈົ້າກໍາລັງເບິ່ງຫຍັງຢູ່?

This movie is so exciting. It has had me on the edge of my seat the entire time.
ຮູບເງົາເລື້ອງນີ້ຕື່ນເຕັ້ນຫຼາຍໄດ໋. ມັນເຮັດ​ໃຫ້​ຂ້ອຍຕື່ນ​ເຕັ້ນຈົນ​ຕ້ອງ​ໄດ້​ຕັ້ງ​ໃຈ​ເບິ່ງຢູ່ຕະຫຼອດເວລາເລີຍ​ຫລະ.

I can't wait to see how it's going to end.
ຂ້ອຍອົດມ​ຈ​ລໍເບິ່ງວ່າມັນຈະຈົບລົງແນວໃດ ບໍ່​ໄດ້​ແລ້ວ​ຫລະ.

Oh, I've seen this movie. You're right. It kept me on the edge of my seat to. I can't believe the main character dies. Oh, thanks.
ໂອ້, ຂ້ອຍໄດ້ເບິ່ງຮູບເງົາເລື້ອງນີ້ແລ້ວ. ເຈົ້າເວົ້າຖືກ. ມັນເຮັດ​ໃຫ້​ຂ້ອຍ​ຕື່ນ​ເຕັ້ນຄື​ກັນ. ຂ້ອຍບໍ່ຢາກເຊື່ອເລີຍວ່າ ຕົວລະຄອນເອກຈະຕາຍ.

Thanks. Thanks a lot. ໂອ້​ ຂອບ​ໃຈ. ຂອບ​ໃຈ​ຫຼາຍໆ.

If something keeps you on the edge of your seat, you are feeling excited or maybe nervous about. What is going to happen next? We usually use this expression when talking about watching a movie, a performance or reading a book. ຖ້າບາງສິ່ງບາງຢ່າງເຮັດໃຫ້ທ່ານຢູ່ນັ່ງ​ຢູ່ຂອບຕັ່ງຂອງທ່ານ​ໝາຍ​ຄວາມ​ວ່າ ທ່ານຮູ້ສຶກຕື່ນເຕັ້ນ ຫຼື ອາດຈະຮູ້​ສຶກ​ກະວົນກະ​ວາຍໃຈ​ແດ່ກ່ຽວ​ກັບ​ມັນ ຈົນ​ຕ້ອງ​ໄດ້​ຕັ້ງ​ໃຈ​ເບິ່ງ, ຕັ້ງ​ໃຈ​ຟັງ​ເພື່ອຢາກ​ຮູ້​ວ່າ ຈະມີຫຍັງເກີດຂຶ້ນໃນ​ຕອນຕໍ່ໄປ? ພວກເຮົາມັກຈະໃຊ້ສຳນວນນີ້ ເມື່ອເວົ້າເຖິງການເບິ່ງ​ຮູບ​ເງົາ, ການສະແດງ ຫຼື ອ່ານ​ປຶ້ມ​ເລື້ອງ.

and that's English in a minute.

XS
SM
MD
LG