ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute: ບົດ​ທີ 53 "Throw money at the problem, ແປ​ວ່າ ໃຊ້ເງິນຢ່າງ​ສິ້ນ​ເປືອງ ເພື່ອ​ແກ້​ບັນ​ຫາ


English in a Minute: Throw Money at the Problem
please wait

No media source currently available

0:00 0:00:59 0:00

English in a Minute: Throw Money at the Problem ແປ​ວ່າ ໃຊ້ເງິນຢ່າງ​ຫລວງ​ຫລາຍ ຫລື ແບບສິ້ນ​ເປືອງ ເພື່ອ​ແກ້​ບັນ​ຫາ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Money can fix many things, but this sounds wasteful. ເງິນສາມາດແກ້ໄຂໄດ້ຫຼາຍຢ່າງ, ແຕ່ນີ້ຟັງໆ​ແລ້ວຄືວ່າ ມັນສິ້ນ​ເປືອງ​ໄປ​ຊື່ໆ.
“Throw money at the problem.”

ຄຳ​ວ່າ “Throw money at the problem” ມັນ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດຫລະ? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Ana ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ໄດ້.

My friend is so upset! Her son is failing school.
ຫມູ່ຂ້ອຍເສຍ​ໃຈ​ຫລາຍ! ລູກຊາຍຂອງລາວ​ຮຽນບໍ່ໄດ້.

Oh boy. What is she doing about it? ໂອ້ຕາຍ. ລາວເຮັດຈັ່ງ​ໃດ​ຫລະ ກ່ຽວກັບບັນ​ຫານີ້?

Well, she bought him a new computer, a bunch of educational games and therapy.
ເອີ, ລາວກະຊື້ຄອມພິວເຕີໃຫມ່ໃຫ້ລາວ, ຊື້ເກມການສຶກສາຕັ້ງ​ຫລາຍ​ຢ່າງ ແລະກໍ​ໃຫ້​ລາວໄປ​ຮັບ​ການ​ບຳ​ບັດ​ທາງ​ຈິດ​ໃຈ.

You know to help him with his fear of tests.
ເຈົ້າຮູ້ບໍ່ ເພື່ອຊ່ວຍລາວບໍ່​ໃຫ້​ມີຄວາມຢ້ານກົວໃນການສອບເສັງ.

Sounds like she is just throwing money at the problem. Maybe the kid just needs to study more.
ຟັງໆເບິ່ງແລ້ວ ກໍຄືວ່າ ລາວກະມີແຕ່ດຶກ​ເງິນຖິ້ມໃສ່ບັນຫາເທົ່ານັ້ນ​ຫລະ. ບາງ​ທີ​ເດັກ​ນ້ອຍ​ກໍ​ອາດ​ຈະຕ້ອງ​ໄດ້​ຮຽນ​ເພີ່ມຂຶ້ນໃຫ້​ຫລາຍ​ ເທົ່າ​ນັ້ນ​ຫລະ​.


If something breaks in your house, you can pay someone to fix it. ຖ້າບາງສິ່ງບາງຢ່າງຫັກ​ເພ ຢູ່ໃນເຮືອນຂອງທ່ານ, ທ່ານສາມາດຈ່າຍເງິນໃຫ້ຄົນມາ​ແປງມັນໄດ້.

If you have a health problem you can pay a doctor to help you. But, it can't fix everything.
ຖ້າທ່ານມີບັນຫາທາງສຸຂະພາບ ທ່ານສາມາດຈ່າຍເງິນໃຫ້ໝໍຊ່ວຍທ່ານໄດ້. ແຕ່, ມັນບໍ່ ສາມາດແກ້ໄຂໄດ້ທຸກສິ່ງທຸກຢ່າງ.

To throw money at a problem means to spend a lot of money instead of trying other methods.
To throw money at a problem ຖ້າ​ຈະ​ແປ​ຕາມ​ໂຕ​ແລ້ວ​ກໍ​ແມ່ນ "ແກວ່ງເງິນໃສ່ບັນຫາ ແຕ່​ໃນ​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນແລ້ວ ມັນຫມາຍຄວາມວ່າ ໃຊ້ເງິນຢ່າງ​ຫລວງຫຼາຍສິ້ນ​ເປືອງເພື່ອ​ແກ້​ບັນ​ຫາ ແທນທີ່ຈະພະຍາຍາມໃຊ້ວິທີອື່ນ.

and that's English in a minute.

XS
SM
MD
LG