ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 50 “A Day late and a dollar Short” ແປ​ວ່າ ​"ກະ​ຟຸບ​ກະ​ຟາບ ບໍ່​ກະກຽມ​ອັນ​ໃດ ລືມ​ຫັ້ນ ລືມ​ໜີ້ ຢູ່​ເລື້ອຍ"


English in a Minute: A Day Late and a Dollar Short
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

English in a Minute: A Day Late and a Dollar Shortຖ້າທຽບໃສ່ສຳນວນໃນພາສາລາວແລ້ວ ຜູ້ໃດ​ທີ່ເປັນແບບນີ້ ເຮົາກໍອາດຈະເວົ້າວ່າ “ເປັນຄົນກະຟຸບກະຟາບ ບໍ່ກະກຽມອັນໃດ ລືມຫັ້ນ ລືມໜີ້ ຢູ່ເລື້ອຍ.”

Welcome to English in a minute. where we teach you all about idioms in American English. ຍິນ​ດີ​ຕ້​ພອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ ບ່ອນ​ທີ່​ພວກ​ເຮົາຈະ​ສອນ​ທ່ານ​ໃຫ້​ຮູ​ຈັກ​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

ລິງໂດຍກົງ

If you have ever heard American English, you probably have heard this saying “a day late and a dollar short.”
ຖ້າທ່ານເຄີຍ​ໄດ້​ຍິນພາ​ສາ​ອັງ​ກິດແບບອາ​ເມ​ຣິ​ກັນ​, ທ່ານອາດ​ຈະໄດ້ຍິນຄຳ​ວ່າ “a day late and a dollar short.”

What does this mean? Let's find out by listening to an American English conversation.
ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ກັນ​ຫລະ? ພວກ​ເຮົາມາ ພາ​ກັນ​ໄປ​ຟັງບົດສົນ​ທະ​ນາເປັນ​ພາ​ສາ​ອັງ​ກິດ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ໄດ້.

Hey did you hear Steve was late to the birthday party? And he forgot to bring a gift?
ເອີ້​ເຈົ້າ​ໄດ້​ຍິນ​ບໍ​ວ່າ ໄປ​ງານ​ວັນ​ເກີດ​ຊ້າ? ແລະ​ລາວ​ກໍ​ລືມ​ຂອງ​ຂວັນ​ນຳ?

Yes, I did. He is always a day late and a dollar short and everything. ເອີ ຂ້ອຍ​ໄດ້​ຍິນ​ຢູ່. ຍາມ​ໃດ​ລາວ​ກໍ​ໄປ​ຊ້າ ມື້​ນຶ່ງ ແລະ​ຍາມ​ໃດ​ກໍ​ບໍ່​ພໍ​ເງິນ 1 ໂດ​ລາ.

I know! ຂ້ອຍ​ຮູ້!

When people say a day late and a dollar short, they mean you are too late, unprepared or disorganized.
ເວ​ລາ​ຄົນ​ເວົ້າ “a day late and a dollar short” ຊຶ່ງ​ແປ​ວ່າ​ຊ້າມື້​ນຶ່ງ ແລະ​ບໍ່​ພໍ 1 ໂດ​ລາ ເຂົາ​ເຈົ້າ​ໝາຍ​ຄວາມ​ວ່າ ທ່ານ​ມາ​ຊ້າໂພດ, ບໍ່​ກຽມ​ພ້ອມ ຫລື​ວ່າບໍ່​ມີ​ລະ​ບຽບ.

You only want to say this with your friends because it's an informal phrase. You don't want to use this in a formal or a business setting because it may be rude.
ທ່ານ​ຄວນ​ໃຊ້​ປະ​ໂຫຍດນີ້​ເວົ້າ​ກັບ​ໝູ່​ເພື່ອນຂອງ​ທ່ານ​ເທົ່າ​ນັ້ນ ເພາະ​ວ່າ ມັນ​ເປັນ​ຄຳ​ເວົ້າ​ແບບ​ກັນ​ເອງ. ທ່ານບໍ່ຄວນ​ໃຊ້​ປະ​ໂຫຍດນີ້​ຢູ່​ໃນ​ສະ​ພາບ​ທີ່​ເປັນ​ທາງ​ການ ຫລື​ໃນ​ທາງ​ທຸ​ລະ​ກິດ ເພາະ​ມັນ​ອາດ​ຈະ​ບໍ່​ສຸ​ພາບ.

ສຳ​ນວນ​ທີ່​ວ່າ “a day late and a dollar short” ຖ້າ​ທຽບ​ໃສ່ສຳ​ນວນ​ໃນ​ພາ​ສາ​ລາວ​ແລ້ວ ຖ້າ​ຜູ້​ໃດ​ເປັນ​ແບບນີ້ ເຮົາ​ກໍ​ອາດ​ຈະ​ເວົ້າ​ວ່າ “ເປັນ​ຄົນ​ກະ​ຟຸບ​ກະ​ຟາບ ບໍ່​ກະ ​ບໍ່ກຽມ​ອັນ​ໃດ ລືມ​ຫັ້ນ ລືມ​ໜີ້ ຢູ່​ເລື້ອຍ.”

Remember, a lot of American English is delivered by your facial expressions.
ຈົ່ງ​ຈຳ​ໄວ້​ວ່າ ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ ຫລາຍໆ​ອັນ ແມ່ນ​ສະ​ແດງ​ອອກ​ດ້ວຍ​ສີ​ໜ້າ ທ່​າ​ທາງ​ຂອງ​ທ່ານ.

and that's English in a minute.

XS
SM
MD
LG