ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

English in a Minute, ບົດ​ທີ 46 “dressed to kill” ແປ​ວ່າ ນຸ່ງ​ຖືດີ ແບບ​​ຈັບ​ຈິດ​ຈັບ​ໃຈ​ຄົນ


English in a Minute: Dressed To Kill
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ລາຍ​ການ​ບົດ​ຮຽນ​ພາ​ສາ​ອັງ​ກິດ English in a Minute: Dressed To Kill ແປ​ວ່າ ນຸ່ງ​ຖືດີ ແບບ​​ຈັບ​ຈິດ​ຈັບ​ໃຈ​ຄົນ

Welcome to English in a minute, where we teach you all about idiom in American English.
ກັບ​ມາພົບ​ກັນ​ອີກ​ເທື່ອ​ນຶ່ງເນາະ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີຂອງ​ພວກ​ເຮົາ ບ່ອນ​ທີ່​ພວກ​ເຮົາ​ສອນ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສຳ​ນວນ​ພາ​ສາ​ອັງ​ກິດ​ແບບ​ອາ​ເມ​ຣິ​ກັນ.

If you've ever heard someone say that they were dressed to kill. Don't worry, you're not in any danger. It's just the opposite.

ທ່ານອາດ​ຈະໄດ້ຍິນບາງຄົນ​ບອກ​ທ່ານເປັນ​ພາ​ສາ​ອັງ​ກິດ​ວ່າ dressed to kill” ຊຶ່ງ​ຖ້າຈະ​ແປ​ຕາມ​ໂຕ​ແລ້ວ​ກໍແມ່ນ “ນຸ່ງ​ເຄື່ອງ​ເພື່ອ​ໄປ​ຂ້າ”. ຟັງ​ແລ້ວ​ກໍ​ເປັນ​ຕາ​ຢ້ານ​ເນາະ​ທ່ານ. ບໍ່​ຕ້ອງ​ເປັນ​ຫ່ວງດອກ ມັ​ນບໍ່​ເປັນ​ອັນ​ຕະ​ລາຍ​ເລີຍເພ​າ​ະວ່າ ​ສຳ​ນວນນີ້ທີ່​ຈິງ​ແລ້ວ ມັນ​ຈະມີ​ຄວາມ​ໝາຍກົງ​ກັນ​ຂ້າມ​ກັນ​ເລີຍ. ພວກ​ເຮົາລອງ​ມາ​ຟັງການ​ສົນ​ທະ​ນາ​ຕໍ່​ໄປນີ້​ກ່ອນ​ເນາະ ບາງ​ທີ​ທ່ານ​ອາດ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ​ກໍ​ເປັນ​ໄດ້.

Do you see the couple over there? ເຈົ້າ​ເຫັນ​ຜົວ​ເມຍ​ຄູ່ນັ້ນ​ບໍ່?

Yeah, it looks like they're going into that new restaurant.
​ເຫັນ, ເບິ່ງ​ຊົງ​ພວກ​ເຂົາ​ເຈົ້າ​ຄື​ຊິ​ພາ​ກັນ​ເຂົ້າ​ໄປ​ໃນ​ຮ້ານ​ອາ​ຫານ​ໃໝ່​ຫັ້ນ​ເນາະ?

They look great. ພວກ​ເຂົາ​ເຈົ້າ​ນຸ່ງ​ເຄື່ອງ​ບັກ​ງາ​ມໆ ເນາະ!

Oh yeah. They are dressed to kill
ແມ່ນ​ແທ້, ເຂົາ​ເຈົ້າ​ນຸ່ງ​ເຄື່ອງ​ຈົບ​ງາມ​ອີ່​ຫລີ.

In American English “Dressed to kill” It's a different way of saying dressed very attractively or dressed to impress.
ໃນພາ​ສາ​ອັງ​ກິດແບບ​ອາ​ເມ​ຣິ​ກັນ ຄຳວ່າ dressed to kill” ເປັນ​ຄຳ​ເວົ້າ​ອີກ​ແບບ​ນຶ່ງ ​ທີ່​ໃຊ້ແທນ​ຄຳ​ວ່າ dressed very attractively ຊຶ່ງ​ແປ​ວ່າ ນຸ່ງ​ຖື​ໃຫ້​ດຶງ​ດູດ​ສາຍ​ຕາ ຫລື dressed to impress ນຸ່ງ​ຖື​ໃຫ້​ຈັບ​ຈິດ​ຈັບ​ໃຈ​ຄົນ.

ສຳ​ນວນນີ້ມີ​ກົກ​ເຄົ້າ​ມາຈາກ​ພວກອາດ​ຊະ​ຍາ​ກອນ. ໃນສະ​ໄໝ​ກ່ອນ ພວກ​ອາ​ດຊະ​ຍາ​ກອນ​ມືອາ​ຊີບ​ມັກ​ຈະ​ນຸ່ງ​ເສື້ອຜ້າ​ຈົບ​ງາມ ເພື່ອ​ປິດ​ບັງ​ຄວາມ​ຈິງ​ທີ່​ວ່າ ​ພວກ​ເຂົາໄດ້​ກະ​ທຳ​ສິ່ງ​ຮ້າຍ​ກາດ. ດັ່ງນັ້ນ ໃນ​ສະ​ໄໝ​ດັ່ງ​ກ່າວ ຖ້າເຈົ້າຈະ​ໄປ​ຂ້າ​ຄົນ ເຈົ້າ​ກໍ​ຈະແຕ່ງຕົວ ນຸ່ງ​ເຄື່ອງ​ດີໆ ແລະ​ຈົບ​ງາມໄປ.

ຄຳ​ວ່າ dress, d-r-e-s-s =dress ແປ​ວ່າ​ ນຸ່ງ​ເຄື່ອງ​ຫລື​ນຸ່ງ​ຖື

ຄຳ​ວ່າ kill, k-i-l-l =kill ແປ​ວ່າ​ ຂ້າ ຫລື ສັງ​ຫານ ແລະ​ຖ້າ​ໄປ​ກັບ verb to be ກໍ​ຈະ​ແປ​ວ່າ​ຕາຍ​ ເຊັ່ນ​ວ່າ Five people were killed in this accident ມີ​ຫ້າ​ຄົນ​ເສຍ​ຊີ​ວິດ​ໃນ​ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້.

ແຕ່​ສຳ​ນວນ “dressed to kill” ແປ​ວ່າ ນຸ່ງ​ຖື​ດີ ຫລຶ​ນຸ່ງ​ເຄື່ອງ​ແບບ​ບາດ​ຕາ​ບາດ​ໃຈ​ຄົນ​ກໍ​ວ່າ​ໄດ້

English in a minute.

XS
SM
MD
LG