ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງຄົນລາວຈຶ່ງເຂົ້າໄປກວດຫາໄວຣັສໂຄໂຣນາໜ້ອຍກວ່າເກົ່າ? 


ຖະໜົສນຫຼວງໃນນະຄອນວຽງຈັນ ທີ່ແປນເປົ່າ
ຖະໜົສນຫຼວງໃນນະຄອນວຽງຈັນ ທີ່ແປນເປົ່າ

ເຖິງແມ່ນວ່າຈະມີການສະໜອງການກວດຫາການຕິດເຊື້ອໄວຣັສ ໂຄໂຣນາ ຟຣີ ຢູ່ໃນ
ໂຮງໝໍໃຫຍ່ຕ່າງ ໃນນະຄອນຫລວງ ກໍຕາມ ແຕ່ວ່າ ກໍມີຈໍານວນຄົນທີ່ເຂົ້າໄປ ກວດຫາ
ເຊື້ອໄວຣັສ ທີ່ພາໃຫ້ເກີດພະຍາດ ໂຄວິດ-19 ທີ່ເປັນອັນ ຕະລາຍ ຮ້າຍແຮງນີ້ຫລຸດລົງ
ເມື່ອທຽບໃສ່ຕອນທີ່ມີການລະບາດເຊື້ອໄວຣັສນີ້ ໃໝ່ຢູ່ໃນ ຫລາຍປະເທດເພື່ອນບ້ານ
ຂອງລາວ ໃນຕົ້ນເດືອນກຸມພາຜ່ານມານັ້ນ. ດ້ວຍເຫດໃດ ຈຶ່ງເປັນເຊັ່ນນັ້ນ ກິ່ງສະຫວັນ
ຈະນຳເອົາລາຍງານເລື້ອງນີ້ ຈາກນັກຂ່າວຂອງວີໂອເອ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຂະນະທີ່ຫລາຍໆປະເທດໃນໂລກ ລວມທັງສະຫະລັດອາເມຣິກາ ແລະອື່ນໆ ຍັງບໍ່
ມີຄວາມສາມາດສະໜອງການກວດກາຫາເຊື້ອໄວຣັສໂຄໂຣນາຕາມຄວາມຕ້ອງການ
ຂອງປະຊາຊົນ ທີ່ຢາກຮູ້ວ່າ ຕົນເອງເປັນພະຍາດ ໂຄວິດ-19 ທີ່ລະ ບາດຢູ່ທົ່ວໂລກໃນ
ເວລານີ້ຢູ່ນັ້ນ ແຕ່ຢູ່ໃນນະຄອນຫລວງວຽງຈັນ ກັບມີຄົນເຂົ້າໄປຂໍກວດພະຍາດໃນໂຮງ
ໝໍໜ້ອຍລົງເມື່ອທຽບໃສ່ກັບ ໃນໄລຍະເດືອນກຸມພາ ທີ່ຜ່ານມານັ້ນ, ອີງຕາມການສັງ
ເກດການ ຂອງທ່ານໝໍທ່ານນຶ່ງ ທີ່ມີໜ້າທີ່ກ່ຽວ ຂ້ອງໃນການກວດພະຍາດທີ່ວ່ານີ້ ໃນ
ໂຮງໝໍມິດຕະພາບຢູ່ນະຄອນຫລວງວຽງຈັນ. ໃນຕອນທີ່ມີຂ່າວວ່າ ພະຍາດທີ່ລະບາດ
ຂຶ້ນທໍາອິດ ຢູ່ ເມືອງວູຫານຂອງຈີນ ໄດ້ເລີ້ມແຜ່ຜາຍໄປຫາໄທ ແລະຫວຽດນາມ ປະ
ເທດເພື່ອນບ້ານທີ່ມີການພົວພັນກັນຢ່າງໃກ້ຊິດກັບລາວອີກນັ້ນໃນຕົ້ນເດືອນກຸມພາ
ທ່ານໝໍເວົ້າວ່າ ມີຄົນໄປຂໍລໍຖ້າກວດຫາເຊື້ອໄວຣັສດັ່ງກ່າວ ມື້ລະປະມານ 100 ຫາ
200 ຄົນ ແຕ່ວ່າທາງເຈົ້າໜ້າທີ່ແພດກໍບໍ່ສາມາດສະໜອງການກວດໃຫ້ ຕາມຄວາມ
ຕ້ອງການຂອງເຂົາເຈົ້າໄດ້ໃນເວລານັ້ນ ເພາະລາວຍັງມີຊຸດກວດພະຍາດນີ້ໜ້ອຍ.
ສະນັ້ນເພິ່ນຈະກວດໃຫ້ ແຕ່ພວກມີອາການສົງໄສເທົ່ານັ້ນ ແຕ່ວ່າ ຕົກມາ ໃນເດືອນ
ເມສາຫາກໍຜ່ານໄປນີ້ ແມ່ນມີຄົນສົນໃຈຢາກຮູ້ວ່າ ຕົນມີເຊື້ອໄວຣັສນີ້ຫລືບໍ່ ນັ້ນເຂົ້າ
ໄປຂໍກວດມື້ລະປະມານ 20 ປາຍຄົນເທົ່ານັ້ນ ເຖິງແມ່ນວ່າ ການກວດ ຈະບໍ່ໄດ້ເສຍ
ຄ່າກໍຕາມ ເພາະໝໍ່ໆ ມານີ້ ລາວໄດ້ຮັບການຊ່ວຍເຫລືອ ໃນດ້ານຊຸດກວດພະຍາດ
ນີ້ ມາຈາກຕ່າງປະເທດ ເຊັ່ນຫວຽດນາມ ແລະຈີນ ຫຼາຍສົມຄວນ. ພ້ອມກັນນັ້ນ ການ
ປິ່ນປົວກໍບໍ່ໄດ້ເສຍຄ່າເຊັ່ນກັນ ຖ້າພົບເຫັນວ່າ ເປັນພະຍາດນີ້, ອີງຕາມຄໍາເວົ້າຂອງ
ທ່ານໝໍ ທ່ານນັ້ນ.

ເຊີນຊົທ ວີດີໂອ
please wait

No media source currently available

0:00 0:00:50 0:00

ຕໍ່ສະພາບການນີ້ ທາງວີໂອເອກໍໄດ້ສໍາພາດພໍ່ຄ້າຂາຍຍ່ອຍ ໃນນະຄອນຫຼວງ ວຽງຈັນ
ທ່ານນຶ່ງ ຊຶ່ງຜູ້ກ່ຽວໃຫ້ຄໍາເຫັນ ບໍ່ໄດ້ເສຍຄ່າກວດ ດັ່ງທີ່ທ່ານໝໍ ວ່າ:



“ກວດເຮັດຫຍັງ ໄປກວດຫາວ່າ ເຮົາເປັນບໍ່ເປັນຫັ້ນເບາະ ຮຸ້ຍຂ້ອຍບໍ່ໄປດອກຫຼາຍໆ
ຄົນກະຄິດ
ຄືຂ້ອຍແມ່ນບໍ່, ໄປກວດແລ້ວ ນຶ່ງກະເສຍເວລາ ກະເສຍເງິນພ້ອມແມ່ນບໍ?
ເຮົາກະຢູ່ແບບບໍ່ໄດ້ຫຍຸ້ງກັບໃຜກະແລ້ວໄປ ຢູ່ກິນເຜັດກິນຮ້ອນມັນກະຊ່ວຍໄດ້, ມັນ
ບໍ່ກ່ຽວ.”

ພ້ອມກັນນັ້ນ ຜູ້ກ່ຽວກໍເວົ້າອີກວ່າ:

“ບໍ່ແມ່ນ ຄືເງິນຜູ້ໃດຈ່າຍເຂົາ ກະຈ່າຍແມ່ນບໍ່ຄ່າກວດ ແຕ່ວ່າເສຍເວລາພ້ອມ ບັນຫາ
ເຮົາເປັນບໍ່ເປັນເຮົາ ກະບໍ່ໄດ້ສີລຽດຫຍັງ ຂະໜາດນັ້ນ ແມ່ນລະ ບໍ່ກ່ຽວເລື້ອງສັກສີມັນ
ກ່ຽວເລື້ອງ ຂອງເງິນ, ຮື້ ມັນເປັນເລື້ອງຂອງລັດຖະບານ ຖ້າລັດຖະບານຄິດວ່າຢາກໃຫ້
ຊາວບ້ານກວດ ລັດຖະບານຕ້ອງມີຂອງພຣີ ບໍ່ແມ່ນໃຫ້ຊາວບ້ານເສຍເງິນ ເພາະລັດຖະ
ບ້ານ ຢາກຮູ້ວ່າມີ ຫຼືບໍ່ມີເປັນໜ້າທີ່ຂອງລັດຖະບານ ແມ່ນຄິດໄລ່ອອກມາເລີຍ ໃຫ້ເຂົາ
ໄປເສຍເວລາ ເຮັດຫຍັງ ແຕ່ລະບ້ານກະມີບຸກຄະລາກອນ ມີຢູ່ແລ້ວແຕ່ລະບ້ານກະມີຢູ່
ແລ້ວ ປຸບບໍ່ມີຈົບ.”

ແຕ່ກົງກັນຂ້າມ ປະຊາຊົນຈໍານວນນຶ່ງແມ່ນມີໃຈປະສົງຢາກໄປກວດພະຍາດນີ້ ແຕ່ບໍ່ຮູ້
ຈັກວ່າ ຈະໄປກວດແນວໃດ ເພາະບໍ່ມີຄໍາສັ່ງ ຈາກພາກສ່ວນກ່ຽວຂ້ອງ ເພາະເຂົ້າເຈົ້າ
ພ້ອມແລ້ວ ທີ່ຈະກວດຫາພະຍາດນັ້ນ ດັ່ງການໃຫ້ສໍາພາດ ຂອງ ຊ່າງແປງໂມງຢູ່ຕະ
ຫລາດຫົວຂົວໃນນະຄອນຫລວງວຽງຈັນຜູ້ນຶ່ງທີ່ຕ້ອງໄດ້ຜ່ານ ການກວດອຸຫະພູມທຸກຄັ້ງ
ທີ່ເຂົ້າໄປໃນຕະຫຼາດດັ່ງກ່າວ ເພື່ອຢາກຮູ້ວ່າ ຜູ້ກ່ຽວມີອາການທີ່ໜ້າສົງໄສ ຫລືບໍ່. ຊຶ່ງ
ທ່ານເລົ່າສູ່ຟັງດັ່ງນີ້:

“ເດໄປຕະຫລາດເດເຂົາກໍແຕ໊ດເຮົາໂລດໃດ ເຂົາກະວັດໃຫ້ໂລດໃດ, ໄປ ໄປກວດ ແຕ່
ວ່າເຂດພາຍໃນເມືອງເຮົາມັນບໍ່ມີ ເມືອງໄຊເສດຖານໍ. ໄປ ໄປ ເພິ່ນສັ່ງມາກະຕ້ອງໄດ້
ໄປ ເຮົາກະຕ້ອງໄປ ບໍ່ຄິດດອກ ເຮົາກະຕ້ອງໄປຕາມຄໍາສັ່ງຫັ້ນລະ, ໜຶ່ງກະເພື່ອຄວາມ
ໝັ້ນໃຈ ເຮົາຫັ້ນລະ.”

ອັນນີ້ກໍສະແດງໃຫ້ເຫັນວ່າ ທາງປະຊາຊົນທົ່ວໄປອາດຈະບໍ່ຮູ້ວ່າ ການກວດຫາພະຍາດ
ໂຄວິດ-19 ອັນຕະລາຍຮ້າຍແຮງນີ້ ແມ່ນບໍ່ໄດ້ເສຍຄ່າ ເຖິງຈະພົບວ່າ ເປັນ ຫລືບໍ່ເປັນ
ພະຍາດກໍຕາມ ແລະເຂົາເຈົ້າສາມາດຍ່າງເຂົ້າໄປໂຮງໝໍ ເພື່ອຂໍ ກວດພະຍາດນີ້ໄດ້.

ດັ່ງທີ່ໄດ້ລາຍງານໄປ ໃນເດືອນກຸມພານັ້ນ ຍ້ອນຂາດເຂີນອຸປະກອນການກວດ ຢູ່ໃນໂຮງໝໍ 103 ຊຶ່ງເປັນໂຮງໝໍແຫ່ງນຶ່ງໃນຕອນນັ້ນ ໄດ້ສະໜອງການກວດ ພະຍາດນີ້ໃຫ້
ແກ່ຄົນທີ່ມີອາການ ໜ້າສົງໄສເທົ່ານັ້ນ. ດັ່ງການໃຫ້ສໍາພາດຂອງ ພະນັກງານແພດທ່ານ
ນຶ່ງເວົ້າວ່າ ໄດ້ມີຄົນທີ່ມີອາການສົງໄສປະມານ 30 ຄົນໄດ້ເຂົ້າໄປກວດ ແລະເຫັນວ່າ ບໍ່
ໄດ້ຕິດເຊື້ອໄວຣັສ ນີ້ ແຕ່ກໍບໍ່ມີຄວາມແນ່ໃຈ ຈຶ່ງໄດ້ ສົ່ງຕົວຢ່າງຂອງເຂົາເຈົ້າ ໄປກວດ
ຢູ່ຕ່າງປະເທດຕໍ່.

ໃນວັນທີ 1 ພຶດສະພາ ຜ່ານມານີ້ ໜ່ວຍສະເພາະກິດຕ້ານ ໂຄວິດ-19 ລາຍ ງານວ່າໃນ
ໄລຍະສາມເດືອນກວ່າໆມານີ້ ມີຜູ້ເຂົ້າໄປຮັບການກວດກາໃນທົ່ວ ປະເທດທັງໝົດມີ
2,000 ກວ່າຄົນ. ໃນນັ້ນມີຜູ້ໄດ້ຮັບການຢືນຢັນວ່າຕິດເຊື້ອ 19 ຄົນ ຊຶ່ງບໍ່ໄດ້ເພີ້ມຂຶ້ນມາ
ໄດ້ສອງອາທິດກວ່າໆແລ້ວແລະມີຜູ້ປົວດີ 8 ຄົນແລ້ວ.

ສ່ວນການປະຕິບັດມາດຕະການ ໃຫ້ຄົນຢູ່ຫ່າງກັນນັ້ນ ໃນວັນທີ 1 ພຶດສະພາ 2020​
ຜ່ານມານີ້ ທາງການລາວກໍໄດ້ຍືດເວລາໃນການປິດເມືອງ ແລະແຂວງ ຕ່າງໆອອກໄປ
ອີກ ຈົນຮອດວັນ 17 ພຶດສະພາ 2020 ແທນທີ່ຈະສິ້ນສຸດລົງ ໃນວັນທີ 3 ພຶດສະພາ
ຕາມຄໍາແຈ້ງການສະບັບກ່ອນ.

XS
SM
MD
LG