ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການມໍລະດົກຫລັງສົງຄາມ ສະຫລອງຄົບຮອບ 5 ປີ


ທ່ານຜູ້ຟັງທີ່ເຄົາລົບ ລາຍການ ຊີວິດຊາວລາວໃນຕ່າງແດນ ໃນສັບປະດານີ້ ເຮົາຈະໄດ້ ນໍາເອົາລາຍງານກ່ຽວກັບ ອົງການ Legacies of War ຫລື ມໍລະດົກຫລັງສົງຄາມ ຊຶ່ງ ເປັນອົງການເອກກະຊົນ ທີ່ ຊອກຫາທຶນມາສຸກຍູ້ເພື່ອໄຊ້ໃນການເກັບກູ້ລະເບີດ ທີ່ຍັງບໍ່ ທັນແຕກໃນປາງ ສົງຄາມລັບ ຢູ່ໃນລາວ. ອົງການມໍລະດົກຫລັງສົງຄາມ ໄດ້ຕັ້ງຂື້ນມາ ເປັນເວລາ ແປດປີແລ້ວ ເພາະສະນັ້ນ ໃນຕອນແລງຂອງວັນຈັນ ທີ່ 18 ມິຖຸນາ ທີ່ ຜ່ານມານີ້ ອົງການມໍລະດົກຫລັງສົງຄາມ ໄດ້ເຕົ້າໂຮມຊູ່ມນູ່ມລາຍງານ ແລະສະຫລອງ ວັນຄົບຮອບຊຶ່ງ ກິ່ງສະຫວັນ ຈະນໍາລາຍງານເລື້ອງນີ້ມາສະເໜີທ່ານ ໂປດຕິດຕາມຮັບຟັງໄດ້ນະບັດນີ້.

Legacies of War ຫລື “ມໍຣະດົກ​ຫລັງ​ສົງຄາມ” ​ແມ່ນ​ອົງການ​ຈັດ​ຕັ້ງເອກ​ກະ​ຊົນທີ່​ຕັ້ງ​ຂື້ນ
​ມາ​ໃນ​ປີ 2004 ​ເປັນ​ອົງການ​ທີ່​ບໍ່​ສ້າງ​ຜົນ​ກໍ​າ​ໄລ ​ໄດ້​ຮັບ​ທຶນ​ມາ​ຈາກ​ຫລາຍໆແຫ່ງ ​ເພື່​ອນໍາ​
ມາ​ບໍລິຫານກິດຈະການ ຊຶ່ງມີ​ຫ້ອງການ​ຕັ້ງຢູ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ໂດຍ​ການ
ເປັນ​ຜູ້​ອໍານວຍ​ການ​ບໍຣິການຂອງ ທ່ານ​ນາງ ຈັນ​ນະພາ ຄໍາ​ວົງສາ. ຈຸດ​ປະ​ສົງຂອງ ອົງການ
ມໍລະດົກ​ຫລັງ​ສົງຄາມ ກໍ​ຄື ​ສຸກ​ຍູ້ ຍົກ​ລະດັບ ຄວາມ​ຮູ້​ກ່ຽວ​ກັບ​ ປະ​ຫວັດ​ສາດ​ສົງຄາມ​ຫວຽດ
ນາມ ​ແລະ​ການ​ຖີ້ມລະ​ເບີດ​ໃນ​ສະ​ໃໝ ສົງຄາ​ມລັບ ຢູ່​ໃນ​ລາວ. ​ມໍລະດົກ​ຫລັງ​ສົງຄາມ ​ແມ່ນ​
ປາກ​ກະບອກ​ສຽງ​ ​ຂໍ​ຮ້​ອງສະພາ​ຄອງ​ ​ ແກ​ຣສ ຮັບ​ຮູ້ ​ອະນຸມັດທຶນ​ໄຊ້ຈ່າຍເກັບ​ກູ້ລະ​ເບີ​ດທີ່​
ຍັງ​ບໍ່​ທັນ​ແຕກ ຢູ່​ໃນ​ເມືອງ​ລາວ ​ເພື່ອເຮັດໃຫ້​ມີ​ເນື້ອ​ທີ່ເປັນ​ບ່ອນຢູ່​ອາ​ໃສ ​ມີ​ບ່ອນປູກຝັງ​ທໍາ​ມາ
​ຫາ​ກິນ ​ປິ່ນປົວບາດ​ແຜ​ສົງຄາມ ​ແລະ​ສ້າງ​ຄວາມຫວັງ​ໃຫ້ມີຄວາ​ມ ສ​ະງົບ​ໃນ​ອານາ​ຄົດ.

​ອົງການ​ມໍລະດົກ​ຫລັງ​ສົງຄາມ ​ໄຊ້​ເຄື່ອງມື​ທາງ​ດ້ານ ສີນ​ລະ​ປະ ວັດທະນາ​ທໍາ ການ​ສຶກສາ
ການ​ປູ້​ມລູມຈາກ​ປະຊາ​ຄົມ ​ແລະ​ການ​ສົນທະນາ​ຕິດ​ຕໍ່​ກັນ ​ເພື່ອ​ສ້າງ​ບັນຍາ​ກາດ​ປ່ຽນ​ແປງ
ຈາກຄວາມ​ພິນາດ​ອັນ​ເປັນຊາກຫັກ​ພັງຂອງສົງຄາ​ມ.

ອົງການ​ມໍລະດົກ​ຫລັງ​ສົງຄາມ ບໍ່​ໄດ້​ໃຫ້ການ​ຊ່ວຍ​ເຫລື​ອ​ ​ແລະ​ກໍ​ບໍ່​ໄດ້ເປັນ​ຜູ້​ໃຫ້​ທຶນ​ໂດຍ​ຕົງ
ແຕ່​ວ່າເປັນ​ຜູ້​ໃຫ້ການ​ສຶກສາ ​ລະ​ດົມ​ຊາວ​ລາວ​ ອາ​ເມຣິກັນ ​ແລະ​ສາທາຣະນະ​ທົ່ວໆ​ໄປ ​ເພື່ອ
​ຊ່ວຍ​ເປັນ​ປາກ​ກະບອກ​ສຽງ ສຸກຍູ້ການເພີ້​ມ​ທຶນເກັບ​ກູ້​ລະ​ເບີດ ການ​ສຶກສາ ​ແລະ​ໃຫ້ການ
​ຊ່ວຍ​ເຫລື​ອ​ແກ່ຜູ້​ເຄາະ​ຮ້າຍ​ຈາກ​ລະ​ເບີດ. ​ເປົ້າ​ໝາຍ​ຈາກ​ກອງທຶນນ້ອຍໆ​ດັ່ງກ່າວ​ນີ້ ມີ​ຈຸດ​ມຸ້ງ
ໝາຍທີ່​ຈະ​ເຮັດ​ໃຫ້​ ​ເກີດຜົນ​ກະທົບແກ່ປະຊາ​ຄົມຢ່າງກວ້າງຂວາງ​ອອກໄປ. ນອກຈາກ​ນັ້ນ​
ອົງການມໍລະດົກຫລັງສົງຄາມ ຍັງມີກິດຈະການຕ່າງໆ​ອີກຫລາຍຢ່າງທີ່ປະກອບ ຢູ່ໃນພາ
ລະກິດ ຂອງໂຄງການ.

ທ່ານ​ນາງ ຈັນ​ນະພາ ຄໍາ​ວົງສາ ​ຜູ້​ອໍານວຍ​ການບໍຣິຫານ ອົງການ ມໍລະດົກ​ຫລັງ​ສົງຄາມ
ໄດ້ອະ​ທິປາຍຕໍ່ ວີ​ໂອ​ເອ ວ່າ”

Channapha act:

​ໃນ​ຕອນ​ແລງ​ຂອງ​ວັນຈັນ ທີ່ 18 ມິຖຸນາ ທີ່​ຜ່ານ​ມາ​ນີ້ ອົງການ ອົງການມໍລະດົກ​ຫລັງ​
ສົງຄາມ ໄດ້​ຈັດ​ພິທີ່ ພົບ​ປະ​ສັງ​ສັນ ຄົບ​ຮອບ​ 8 ປີ ທີ່​ໄດ້​ປະ​ຕິບັດ​ງານ​ມາຢູ່​ທີ່​ ນະຄອນ
ຫລວງ​ວໍ​ຊິງ​ຕັນ ດີ.ຊີ ຊຶ່ງ​ມີແຂກ​ຜູ້​ມີ​ກຽດ​ທີ່​ຖືກ​ເຊີນເຂົ້າ​ຮ່ວມ ປະມານ 200 ຄົນ ຢູ່​ໃນ​
ນັ້ນ​ມີ​ບັນດາ ຜູ້​ແທນ​ສະພາ​ຄອງ​ແກ​ຣສ ​ໂດ​ຍ ສະ​ເພາະ​ຢ່າ​ງຍິງ ທ່ານ Mike M.
Honda ສະມາຊິກ​ສະພາ​ຕໍ່າ ຈາກ​ລັດ ຄາ​ລີ​ຟໍ​ເນຍ ຜູ້​ເປັນ​ປາກ​ກະບອກ​ສຽງ ທີ່​ໄດ້​ຕິດ​
ຕາມຢ່າງ​ໄກ້​ສິດ​ ນອກ​ນັ້ນ​ກໍ​ມີ​ບັນດາ​ ອະດີດ​ເອກ​ອັກ​ຄະ​ລັດ​ທະ​ທູດ ສະຫະລັດ ອາ​ເມ​
ຣິກາ ​ປະ​ຈໍາ ສປປລາວ ເຊ​ນວ່າ ທ່ານ Douglas A.Hartwick (2001-2004)​ ແລະ
ທ່ານນາງ Patricia Haslach (2004-2006) ພ້ອມ​ດ້ວຍ​ບັນດາ​ແຂກ​ຜູ້ສໍາ​ຄັນ​ ​ແລະ
​ສະມາຊິກປະຊາຄົມ​ລາວ ອາ​ເມຣິກັນອີກ​ຫລາຍໆ​ທ່ານ.

ທ່ານ Titus Peachey ສະມາຊິກ​ປົກ​ຄອງ ອົງການ​ມໍລະດົກ​ຫລັງ​ສົງຄາມ ​ໄດ້​ເດີນທາງ
ມາຈາກ​ລັດ Pensyvania ເຂົ້າຮ່ວມ​ໃນ​ພິທີ່ ໄດ້​ໃຫ້ການ​ສໍາພາດ​ຕໍ່ ວີ​ໂອ​ເອ ວ່າ:

Titus Peachey act: ​

​ຜູ້​ແທນ​ສະພາ​ຕໍ່າ ທ່ານ Mike Honda ແຂກ​ກິດ​ຕິ​ມະ​ສັກ ໄດ້​ກ່າວເປີດ​ພິທີ່ເຖິງຈຸດ​ສໍາ
ຄັນ​ກ່ຽວ​ກັບ ​ອົງ​ການມໍລະດົກ​ຫລັງ​ສົງຄາມ ດັ່ງ​ທີ່ ສະຫລຸບ​ໄດ້​ດັ່ງນີ້:

Representative Mike Honda Act:

ຫລັງ​ຈາກ​ນັ້ນ ທ່ານ Douglas A. Hartwick ອະດີດ​ເອກ​ອັກຄະ​ລັດ​ຖະ​ທູດ ສະຫະລັດ​
ອາ​ເມຣິກາ ປະ​ຈໍາ ສປປລາວ (2001-2004) ​ກ່າວຫຍໍ້ໆດັ່ງ​ມີ​ເນື້ອ​ຄວາມ​ສໍາ​ຄັນ​ດັ່ງ​ນີ້:

Embassador Hartwick act:

ເພື່ອ​ເປັນ​ການກ່ອ​ມອາຣົມ​ແກ່​ແຂກ​ທີ່​ເຂົ້າ​ຮ່ວມ ບັນດາ​ເຍົາວະ​ຊົນ​ລາວ ອາ​ເມຣິກັນ ພາຍ​
ໃຕ້​ການ​ນໍາພາ​ຂອງ ອົງການ​ມູນ​ມໍຣະດົກ​ລາວ ​ໄດ້​ພາ ກັນ​ມາ​ສະ​ແດງ​ສິນລະປະເປົ່າ​ແຄນ ​
ແລະ​ຟ້ອນ ​ໃຫ້​ບັນດາແຂກ​ຜູ້​ມີ​ກຽດໄດ້​ຮັບ​ຊົ​ມ. ​ໃນ​ຂະນະ​ດຽວ​ກັນ ອາຫານພື້ນ​ເມືອງ​ລາວ
ຫລາຍ​ຢ່າງໄດ້ຖືກ​ຕົກ​ແຕ່ງ​ວາງ​ໄວ້​ ​ໃຫ້​ບັນດາ​ແຂກ​ໄດ້​ຮັບ​ປະທານ. ພິທີ່​ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​
ຄວາມ​ມ່ວນ​ຊື່ນ ​ແລະໄດ້​ຮັບ​ການສຶກສາ ກ່ຽວ​ກັບປະຫວັດ​ກາ​ນຖີ້ມລະ​ເບີດຢູ່​ໃນສົງຄາມ​ລັບ
ໃນ​ລາວ ​ພ້ອມ​ດ້ວຍ​ຮິດຄອງ​ປະ​ເພນີ ສີນ​ລະ​ປະວັດ​ທະ​ນາ​ທໍາ ທີ່​ປະ​ຊາ​ຄົມ​ລາວ ອາ​ເມຣິກັນ
​ຍັງ​ຄົງ​ຮັກສາ​ເອົາ​ໄວ້.

XS
SM
MD
LG