ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເຈລະຈາຄືຊ່ອງທາງ ແກ້ໄຂບັນຫາເລບານອນ


ຄະນະລັດຖະບານເລບານອນ ເປີດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດກ່ຽວກັບການລາອອກ ຂອງພວກເຂົາເຈົ້າ ທີ່ເຂດຊານເມືອງ ຂອງນະຄອນຫຼວງເບຣຸດ (12 ມັງກອນ 2011)
ຄະນະລັດຖະບານເລບານອນ ເປີດກອງປະຊຸມຖະແຫຼງຂ່າວ ເພື່ອປະກາດກ່ຽວກັບການລາອອກ ຂອງພວກເຂົາເຈົ້າ ທີ່ເຂດຊານເມືອງ ຂອງນະຄອນຫຼວງເບຣຸດ (12 ມັງກອນ 2011)

ນາຍົກລັດຖະມົນຕີຮັກສາການຂອງເລບານອນກ່າວວ່າ
ປະເທດຂອງທ່ານບໍ່ມີທາງເລືອກໃດນອກເໜືອໄປຈາກ
ການເປີດການສົນທະນາຫາລື ເພື່ອຍຸຕິວິກິດການທາງ
ດ້ານການເມືອງ.

ທ່ານ Saad Hariri ກ່າວໃນວັນສຸກວານນີ້ ສອງມື້ຫຼັງ
ຈາກພວກ Hezbollah ໄດ້ບັງຄັບໃຫ້ລັດຖະບານຂອງ
ທ່ານ ພັງລະລາຍລົງ. ທ່ານໄດ້ເດີນທາງກັບຄືນ ໄປນະ
ຄອນເບຣຸດໃນມື້ວານນີ້ ຫຼັງຈາກໄດ້ປຶກສາຫາລື ກັບ
ພວກຜູ້ນຳສະຫະລັດ ຝຣັ່ງ ແລະເຕີກກີກ່ຽວກັບວິກິດ
ການທາງດ້ານການເມືອງ ໃນເລບານອນ.

ທ່ານ Hariri ໄດ້ພົບປະທີ່ກຸງວໍຊິງຕັນ ກັບປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ
ໃນມື້ວັນພຸດແລ້ວ ເວລາສະມາຊິກໃນຄະນະລັດຖະບານຂອງທ່ານ ທີ່ເປັນພັນທະມິດກັບກຸ່ມ
Hezbollah ໄດ້ພາກັນລາອອກ ຊຶ່ງເຮັດໃຫ້ລັດຖະບານຂອງທ່ານ ຕ້ອງພັງທະລາຍລົງ.

ສະມາຊິກສະພາເລບານອນໄດ້ພາກັນລາອອກ ເພື່ອປະທ້ວງຕໍ່ການສືບສວນທີ່ໄດ້ຮັບການ
ສະໜັບສະໜຸນໂດຍອົງການສະຫະປະຊາຊາດຕໍ່ການສັງຫານມື້ລາງບິດາຂອງທ່ານ Hariri
ໃນປີ 2005 ຄືອະດີດນາຍົກລັດຖະມົນຕີ Rafiq Hariri.

ສື່ມວນຊົນລາຍງານວ່າ ມີທ່າທາງວ່າ ການຟ້ອງຮ້ອງຂອງສານສະຫະປະຊາ ຊາດແມ່ນຈະ
ຮວມທັງສະມາຊິກຂອງກຸ່ມ Hezbollah. ກຸ່ມ Hezbollah ໄດ້ປະຕິເສດວ່າ ຕົນບໍ່ໄດ້ພົວ
ພັນໃນການສັງຫານດັ່ງກ່າວ.

ປະທານາທິບໍດີເລບານອນ ທ່ານ Michel Suleiman ຈະເລີ້ມປຶກສາຫາລືກັບກຸ່ມສະພາ
ແຫ່ງຊາດ ໃນມື້ວັນຈັນນີ້ ກ່ຽວກັບການແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່.

XS
SM
MD
LG