ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການລັກລອບ ຖ່ານຫີນ ເກົາຫຼີເໜືອ ເຂົ້າສູ່ ເກົາຫຼີໃຕ້ ມີຄວາມເປັນຫ່ວງ ຕໍ່ຜູ້ຊ່ຽວຊານ


ຖ່ານຫີນເກົາຫຼີເໜືອກຳລັງຂົນເຂົ້າໃສ່ຢູ່ທ່າເຮືອ ໂພຮັງ ເກົາຫຼີໃຕ້.
ຖ່ານຫີນເກົາຫຼີເໜືອກຳລັງຂົນເຂົ້າໃສ່ຢູ່ທ່າເຮືອ ໂພຮັງ ເກົາຫຼີໃຕ້.

ຫຼັງ​ຈາກໂຊລໄດ້​ປະກາດ​ວ່າ ບັນດາ​ບໍລິສັດ​ເກົາຫຼີ​ໃຕ້​ໄດ້​ນຳ​ເຂົ້າ​ຖ່ານ​ຫີນຈາກ​ເກົາ
ຫຼີ​ເໜືອ ​ຢ່າງ​ຜິດ​ກົດໝາຍ ບັນດາ​ຜູ້​ຊ່ຽ​ວຊານ​ສະຫະລັດ​ພາ​ກັນ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຄ້າຂອງເກົາຫຼີ​ເໜືອ ທີ່​ໄດ້ລະ​ເມີດຕໍ່​ການ​ລົງ​ໂທດຂອງ​ສາກົນ.

ອົງການພາສີ​ເກົາຫຼີ​ ຫຼື KCS ​ໄດ້​ປະກາດ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ສາມ​ບໍລິສັດ​ເກົາຫຼີ​ໃຕ້​
ໄດ້​ນຳ​ເຂົ້າ​ ຖ່ານ​ຫີນຂອງ​ເກົາຫຼີ​ເໜືອ​ຢ່າງ​ຜິດ​ກົດໝາຍ ທີ່​ໄດ້​ຂົນ​ສົ່ງ​ຜ່ານທາງ​ທ່າ​ເຮືອ
ຣັດ​ເຊຍ ​ທີ່ໄດ້ລະ​ເມີດ​ຕໍ່​ມະຕິຂອງສະຫະ​ປະຊາ​ຊາດ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຜ່ານ​ມະຕິການລົງໂທດ ​ໃນ​ວັນ​ທີ 5
ສິງຫາປີ 2017 ໂດຍຫ້າມບໍ່ໃຫ້​ເກົາຫຼີ​ເໜືອ​ ​ສົ່ງ​ອອກຖ່ານ​ຫີນອອກ ເຫລັກ ຂີ້​ກົ່ວ ​ແລະ
ແຮ່​ທາດ​ອື່ນໆ. ມະຕິອີກສະບັບນຶ່ງ ຊຶ່ງມີຂຶ້ນໃນເວລາ​ຕໍ່​ມາ​ ​ເມື່ອ​ວັນ​ທີ 22 ທັນ​ວາ
ຂອງປີດຽວກັນນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກສະຫະ​ປະຊາ​ ຊາດ ​ເພີ້​ມກາ​ນ
ກວດກາ​ກຳ​ປັ່ນ ທີ່​ສົງໄສ​ວ່າຂົນ​ສົ່ງ​ສິ່ງຂອງຕ່າງໆທີ່ເ​ກືອ​ດຫ້າມ.

​ອີງ​ຕາມອົງການພາສີຂອງເກົາຫຼີແລ້ວ ​ການ​ຂົນ​ສົ່ງ 7 ເທື່ອໃນ​ລ​ະຫວ່າງ​ເດືອນ​ເມ​ສາ
​ຫາ​ຕຸລາ​ຂອງ​ປີ​ແລ້ວ​ນີ້ ສາມ​ບໍລິສັດ​ເກົາຫຼີ​ໃຕ້ ​ໄດ້​ນຳເຂົ້າ​ຖ່ານ​ຫີນ​ເກົາຫຼີ​ເໜືອທັງ​ໝົດ
35,038 ​ໂຕນ ​ແລະທາດ​ເຫຼັກ ​ຮວມ​ມີ​ມູນຄ່າ​ເຖິງ 5 ລ້ານ 8 ແສນນຶ່ງໝື່ນ​ໂດ​ລາ.

ຖ່ານ​ຫີນເກົາຫຼີເໜືອ ​ຢູ່ໃນ​ບັນດາ​ກຳ​ປັ່ນລົງທະບຽນ ​ພາຍ​ໃຕ້ຊື່ປະ​ເທດ​ທີ​ສາມ​ຊຶ່ງ
ເດີນທາງໄປມາ ຈາກເມືອງ​ທ່າ​ຕ່າງໆ ເຊັ່ນ ​ຊົງ​ລິ​ມ ວົນ​ຊານ ຈົງຈິງ ​ແລະ​ດາ​ອຽນແລະ​ຖ່າຍເທສິນຄ້າ​ຜ່ານບັນດາ​ທ່າ​ເຮືອ​ຣັດເຊຍເຊັ່ນໂກລ​ມ ວລາ​ດີວັອ​ສ ຕັອກ ​ແລະ​ນາ
ໂຄດກາ ກ່ອນໄປ​ເຖິງທ່າ​ເຮືອ​ດານ​ຈິງ ​ໂພ​ຮັງ ມາ​ຊານ ອິນ​ຈອນ ​ແລະ​ດົງ​ເຮ ຂອງ
ເກົາ​ຫຼີໃຕ້.

ຖ່ານຫີນເກົາເໜືອ ໄດ້ຂົນອອກລົງໃສ່ຢູ່ທ່າເຮືອໂພຮັງ ເກົາຫຼີໃຕ້.
ຖ່ານຫີນເກົາເໜືອ ໄດ້ຂົນອອກລົງໃສ່ຢູ່ທ່າເຮືອໂພຮັງ ເກົາຫຼີໃຕ້.

ປັດຈຸບັນ​ນີ້​ລັດຖະບານ​ເກົາຫຼີໃຕ້​ກຳລັງ​ຊອກ​ຫາ​ການ​ຈັບ​ກຸມ​ສາມ​ບໍລິສັດ​ໃນ​ການ​ນຳ​
ເຂົ້າ​ວັດຖຸທີ່​ຜິ​ດກົດໝາຍ ​ແລະ​ປອມ​ແປງເອກ​ກະສາ​ນພາສີຂອງ​ປ​ະເທ​ດ ທີ່​ລະບຸວ່າ
​ຖ່ານ​ຫິນ ​ແລະ​ແຮ່​ເຫລັກ​ ແມ່ນ​ມາ​ຈາກຣັດ​ເຊຍ. ນອກ​ນັ້ນຍັງ​ໄດ້​ຫ້າມ​ກຳ​ປັ່ນ​ສີ່​ລໍາ
ສະ​ກາຍ ​ແອນ​ເຈີ​ລ ຣິສຈ໌ ກລໍຣີ ຊາຍ​ນິງ ຣິສຈ໌ ​ແລະ​ຈິນ ລອງ ທີ່​ໄດ້​ຂົນ​ສົ່ງ​ຖ່ານ​ຫີນ
​ໄປຍັງທ່າ​ເຮືອຂອງເກົາຫຼີ​ໃຕ້​.

ຖ່ານຫີນເກົາເໜືອ ໄດ້ຂົນອອກລົງໃສ່ຢູ່ທ່າເຮືອໂພຮັງ ເກົາຫຼີໃຕ້.
ຖ່ານຫີນເກົາເໜືອ ໄດ້ຂົນອອກລົງໃສ່ຢູ່ທ່າເຮືອໂພຮັງ ເກົາຫຼີໃຕ້.

ບັນດາ​ຜູ້​ຊ່ຽວຊານ​ກ່ຽວກັບການ​ລົງ​ໂທດ​ກ່າວ​ວ່າ ການ​ນຳເຂົ້າ​ແບບ​ຜິດ​ກົດ​ໝາຍ​ຂອງ
​ຖ່ານ​ຫີນທີ່ຖືກຫ້າມຈາກ​ເກົາຫຼີ​ເໜືອ ໂດຍເກົາຫຼີໃຕ້ນັ້ນ​ເປັນ​ການລະ​ເມີດ​ທີ່​ຮ້າຍແຮງ
ຕໍ່​ການ​ລົງ​ໂທດ​ສະຫະປະຊາ​ຊາດ ​ແລະບັນດາ​ຜູ້​ຊ່ຽວຊານ​ຄະນະ​ກຳມະ ການ​ສະຫະ
​ປະຊາ​ຊາດກ່ຽວ​ກັບ​ເກົາຫຼີ​ເໜືອ ອາດ​ຕ້ອງໄດ້ສືບສວນ​ເພີ້ມຕື່ມ ກ່ຽວ ກັບ​ກຳ​ປັ່ນ​ທີ່​ຂົນ
​ສົ່ງຖ່ານ​ຫີນ ​ໄປຍັງ​ເກົາຫຼີ​ໃຕ້. ​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG