ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

NASA ຍົກເລີກ ການປະຕິບັດງານ ນອກສະຖານີ ອະວະກາດ ນາໆຊາດ (ວີດິໂອ)


ມີ​ນໍ້າ​​​ເລີ້​​ມກໍ່ຕົວຂຶ້ນ ​ຢູ່​ໃນ​ໝວກ ຂອງນັກ​ບິນ​ອະວະກາດອີຕາ​ລີ
ທີ່​ກໍ​າລັງ​ອອກ​ໄປ​ປະຕິບັດ​ງານ ​ນອກສະຖານີອະວະກາດ.
ມີ​ນໍ້າ​​​ເລີ້​​ມກໍ່ຕົວຂຶ້ນ ​ຢູ່​ໃນ​ໝວກ ຂອງນັກ​ບິນ​ອະວະກາດອີຕາ​ລີ ທີ່​ກໍ​າລັງ​ອອກ​ໄປ​ປະຕິບັດ​ງານ ​ນອກສະຖານີອະວະກາດ.
ອົງການ NASA ​ໄດ້ຕັດ​ເວລາ​ການ​ອອກ​ໄປ​ປະຕິບັດ​ງານຢູ່
​ນອກສະຖານີອະ ວະ​ກາດນາໆ​ຊາດ ​ໃຫ້​ສັ້ນ​ລົງ​ ໃນ​ວັນ​ອັງ
ຄານ​ວານ​ນີ້ ຫລັງຈາກມີ​ນໍ້າ​ເລີ້ມກໍ່ຕົວຂຶ້ນ ​ຢູ່​ໃນ​ໝວກຂອງນັກ
​ບິນ​ອະວະກາດອີຕາ​ລີ ທີ່​ກໍ​າລັງ​ອອກ​ໄປ​ປະຕິບັດ​ງານ​ນອກ
ສະຖານີອະວະກາດນັ້ນ.

ນັກ​ບິນ​ອະວະກາດ Luca Parmitano ​ໄດ້​ອອກ​ໄປປະຕິບັດ​
ງານ​ ຢູ່​ນອກ​ອະ ວະ​ກາດເປັນ​ຄັ້ງ​ທີສອງ ​ໃນ​ອາຊີບ​ຂອງທ່ານ
​ເວລາ​ຜູ້ກ່ຽວລາຍງານ ຮູ້ສຶກ​ຄືວ່າ ມີ​ນໍ້າຢູ່​ທາງຫລັງຫົວຂອງ
​ທ່ານ. ​ໃນ​ຂະນະ​ທີ່​ມີ​ນໍ້າ​ປະລິມານ​ຫຼວງ​ຫລາຍກໍ່​ຕົວ​ຂຶ້ນ ​ຢູ່​ໃນ
​ໝວກຂອງ​ທ່ານ​ນັ້ນອົງການ NASA ​ນຶ່ງ​ໄດ້​ຍົກ​ເລີກ​ການ​
ອອກ​ໄປ​ປະຕິບັດ ງານ​ຢູ່​ນອກ​ສະຖານີ​ອະວະກາດ. ທ່ານ Parmitano ພ້ອມ​ດ້ວຍ​ເພື່ອນ​ນັກ​ບິນ​ອະວະກາດອາ​ເມຣິກັນ ທ່ານ Christopher Cassidy ​ໄດ້ກັບ​ຄືນ​ເຂົ້າໄປ​ໃນ ສະຖານີອະວະກາດ ຫລັງ​ຈາກ​ໄດ້​ປະຕິບັດ​ງານ​ເປັນ​ເວລາ 1 ຊົ່ວ​ໂມງ​ກັບ 32 ນາ​ທີ ຢູ່​ທີ່ຫ້ອງ​ຄົ້ນຄວ້າ ນອກ​ສະຖານີ​ອະວະກາດ.

ອົງການ NASA ກ່າ​ວວ່າ ​ໃນ​ຂັ້ນ​ຕົ້ນຕົນ​ສົງ​ໄສ​ວ່ານໍ້າ​ດື່ມຂອງທ່ານ Partilano ອາດ​ຈະ​ຮົ່ວ​ໄຫລ​ອອກ​ໄປ​ໃສ່​ໝວກ​ຂອງ​ລາວ. ​ແຕ່​ອົງການ​ອະວະກາດສະຫະລັດ ​ກ່າວໃນ​ເວລາ​ຕໍ່​ມາ​ວ່າ ການ​ສື​ບສວນ​ໄດ້​ລົງຄວາມ​ເຫັນ​ວ່າ ມັນ​ເປັນ​ໄປ​ບໍ່​ໄດ້.

​ເວລາ​ນີ້ ອົງການອ​ະວະ​ກາດສະຫະລັດ ກໍາ​ລັງ​ສືບສວນ​ເບິ່ງ​ວ່າ ມີ​ການ​ຮົ່ວ​ໄຫລ ຫລື​ບໍ່​ຂອງລະບົບ​ເຮັດຄວາມ​ເຢັນ​ຊຸດ​ອະວະກາດທີ່​ບັນ​ຈຸ​ນໍ້າ​ສີ່​ລິດ​ນັ້ນ​ ອາດມີ​ທາງ ​ເປັນ​ໄປ​ໄດ້.

ISS Aborted Spacewalk
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG