ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ມູນມໍລະດົກຫລັງສົງຄາມ ຈັດງານສະຫລອງ ຄົບຮອບ 10 ປີ


ລະເບີດລູກຫວ່ານ ຫລື bombies ແລະລູກລະເບີດຕ່າງໆ ທີ່ ຍັງຕົກຄ້າງບໍ່ທັນແຕກ ຢູ່ໃນເມືອງລາວ ຈາກສະໄໝສົງຄາມ ຫວຽດນາມ.
ລະເບີດລູກຫວ່ານ ຫລື bombies ແລະລູກລະເບີດຕ່າງໆ ທີ່ ຍັງຕົກຄ້າງບໍ່ທັນແຕກ ຢູ່ໃນເມືອງລາວ ຈາກສະໄໝສົງຄາມ ຫວຽດນາມ.

​ເມື່ອ​ເດືອນ​ກໍລະກົດຜ່ານ​ມາ​ນີ້ ອົງການ Legacies of War
ຫລື​ ອົງການ​ມູນ​ມໍລະດົກ​ຫລັງ​ສົງຄາມ ​ຊຶ່ງ​ເປັນ​ອົງການ​ນຶ່ງ​ທີ່
​ໄດ້​ມີ​ບົດບາດ​ ໃນ​ການຊ່ວຍເກັບກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ
ຢູ່​ໃນ​ລາວ​ນັ້ນ ​ໄດ້​ຈັດ​ງານ​ສະ​ຫລອງ​ ຄົບຮອບ 10 ປີ ທີ່​ທາງ​
ອົງການ​ໄດ້​ປະຕິບັດ​ວຽກ​ງານ​ນີ້​ມາ ດ້ວຍ​ຜົນສຳ​ເລັດ​ຫລາຍ
​ຢ່າງເກີນ​ຄາດໝາຍ ພາຍ​ໃຕ້​ການ​ບໍລິຫານ​ງານ​ຂອງ​ສະຕີ​
ລາວ​ອາ​ເມຣິກັນ​ຄົນ​ນຶ່ງ. ກິ່ງ​ສະຫວັນ ນັກ​ຂ່າວ​ຂອງເຮົາ ​ທີ່
ໄດ້​ໄປ​ຮ່ວມ​ໃນ​ງານ​ນີ້ ​ມີ​ລາຍ​ງານ​ກ່ຽວ​ກັບ​ບັນຍາກາດ ການ
ສະ​ເຫລີ​ມສະຫລອງ ມາ​ເລົ່າ​ສູ່​ທ່ານ​ຟັງ​.

ບັນດາແຂກທີ່ເຂົ້າຮ່ວມ ສະຫລອງງານຄົບຮອບ 10 ປີ ອົງການມູມໍລະດົກ
ບັນດາແຂກທີ່ເຂົ້າຮ່ວມ ສະຫລອງງານຄົບຮອບ 10 ປີ ອົງການມູມໍລະດົກ

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ເປັນ​ເວລາ 10 ປີ ທີ່​ຜ່ານ​ມາ
ອົງການ​ມູນມໍລະດົກ​ຫລັງ​ສົງຄາມ ຫລື Legacies of War
​ໄດ້​ປະຕິ​ບັດ​ຊ່ວຍ​ເຫລືອ​ໃນ​ການ ​ເກັບ​ກູ້​ລະ​ເບີດ ທີ່​ຍັງ​ຕົກ​
ຄ້າງ​ມາ​ແຕ່​ປາງ​ສົງ​ຄາມຢູ່​ໃນ​ລາວ. ຈຸດ​ສຳຄັນ​ຂອງ ອົງການ
​ມູນ​ມໍລະດົກ​ຫລັງ​ສົງຄາມກໍ​ຄື ຊອກ​ຫາ​ທຶນ​ມາ​ໃຊ້​ຈ່າຍ​ໃນ
​ວຽກ​ການ​ດັ່ງກ່າວ ທີ່​ມີ​ຫລາຍໆ​ອົງການມາຊ່ວຍຮ່ວມ​ມື.

​ແຕ່ລະ​ປີ ອົງການມູນ​ມໍລະ​ດົກ​ຫລັງ​ສົງຄາມ ​ໄດ້​ປະສົບ​ຜົນ
ສຳ​ເລັດຫລາຍ​ຢ່າງ​ ​ກວ່າທີ່​ຫລາຍໆ​ຄົນ​ໄດ້​ຄິດ​ເອົາ​ໄວ້ ຊື່​ງ
ນັບ​ຕັ້ງແຕ່​ປີ 2004 ​ເປັນ​ຕົ້ນ​ມາ. ວຽກ​ງານສ່ວນ​ນຶ່ງ​ທີ່​ຕ້ອງ​ເຂົ້າ​ໃຈນັ້ນ​ກໍ​ຄື ​ໃຫ້ການ​ສຶກສາ​
ແກ່​ສາທາລະນະ​ຊົນ ​ເປັນ​ປາກ​ກະບອກ​ສຽງ ​ຂໍ​ທຶນ​ຈາກລັດຖະບານ ສະຫະລັດ ​ແລະ​ໃຫ້
ການ​ຊ່ວຍ​ເຫລືອ​ແກ່ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລະ​ເບີດຢູ່​ໃນ ສປປ ​ລາວ. ຕົກ​ມາ​ເຖິງປັດຈຸ
ບັນນີ້ ທຶນ​ທີ່​ໄດ້​ຮັບ​ຈາກ ລັດຖະສະພາ​ສູງ ສະຫະລັດໄດ້ບັນລຸ​ເຖິງ 12 ລ້ານ​ໂດ​ລາຕໍ່​ປີ ຊຶ່ງ
ເປັນ​ຈຳນວນ​ສູງສຸດ ທີ່​ບໍ່​ມີ​ມາ​ກ່ອນ ​ແລະ​ກໍ​ເປັນການເພີ້​ມຂື້ນ​ເຖິງ​ຫົກ​ເທົ້າ ນັບ​ຕັ້ງແຕ່ ອົງ
ການມໍລະດົກ​ຫລັງ​ສົງຄາມ ​ໄດ້​ລິ​ເລີ້ມປະຕິບັດງານມາ.

​ໃນການຊອກ​ຫາ​ທຶນ​ຮອນ​ມາ ປະຕິບັດ​ງງານ​ໃນ​ໂຄງການຂອງ​ຕົນ​ນັ້ນ ​ອົງການ​ນີ້ ​ຕ້ອງ
ໄດ້ອີງ​ອາໄສ ອາສາ​ສະມັກ ຊຶ່ງ​ສ່ວນໃຫຍ່ລ້ວນ​ແລ້ວ​ແຕ່​ເປັນນັກວິຊາການ ເຂົ້າ​ມາ​ຊ່ວຍ
ດ້ານ​ເຮື່ອ​ແຮງ ​ສົມທົບດ້ານ​ແນວ​ຄິດ ​ແລະ ປັດ​ໃຈ.

ອາຫານເພື້ນເມືອງລາວ ທີ່ໜ້າຮັບປະທານ
ອາຫານເພື້ນເມືອງລາວ ທີ່ໜ້າຮັບປະທານ

​ໃນຕອນ​ແລງ​ວັນ​ທີ 9​ ​ເດືອນ​ກໍລະ​ກົດ ທີ່​ຜ່າ​ນມາ​ນີ້​ ແຕ່​ເວລາ
6:00 ຫາ 9:00 ​ໂມງ ຢູ່​ທີ່​ສະ​ໂມ​ສອນ​ແຫ່ງ​ນຶ່ງ​ໃນ ນະຄອນ
ຫລວງ ວໍຊິງ​ຕັນ ດີ.ຊີ ບັນດາ​ແຂກ​ຜູ້​ມີ​ກຽດກວ່າ 200 ຄົນ ໄດ້
ເດີນທາງ​ມາ​ເຕົ້າ​ໂຮມ​ກັນຈາກ​ທົ່ວ​ປະ​ເທດ ເພື່ອສະຫລອງ
ຄົບຮອບ 10 ປີ ຂອງການ​ຈັດ​ຕັ້ງ​ ອົງການ​ມູນ​ມໍລະດົກຫລັງ
ສົງຄາມ. ຢູ່​ໃນ​ພິທີ່​ສັງ​ສັນ​ດັ່ງກ່າວ​ນີ້ ທາງ​ອົງການ​ໄດ້ລາຍ​
ງານກ່ຽວ​ກັບການ​ເກັບ​ກູ້​ລະ​ເບີດ​ຢູ່​ໃນ ສປປ ລາວ ພ້ອມ​ຈັດ
​ໃຫ້​ມີ​ການປະມູນຂາຍເຄຶ່ອງສິນລະປະ​ຫັດ​ຖະກຳລາວ ຮູບ
​ແຕ້ມແລະ​ພາບຖ່າຍຕ່າງໆກ່ຽວ​ກັບ​ເມືອງລາວເພື່ອ​ເປັນ​ການ​
ຫາລາຍ​ໄດ້ ແລະ​ມີ​ການ​ສະ​ແດງ​ຟ້ອນ ​ແລະ​ເສບ​ດົນ​ຕີ​ພື້ນ​ເມືອງ​ລາວ ຂອງ​ເຍົາ​ວະ​ຊົນ
​ລາວອາ​ເມຣິກັນ ແລະສິ່ງ​ສຳຄັນ​ທີ່​ສຸດ​ ທີ່​ຂາດ​ບໍ່​ໄດ້​ນັ້ນ​ກຳ​ຄື ອາຫານພື້ນເມືອງ​ລາວ. ​

ຢູ່​ໃນ​ບັນ​ຍາ​ກາດ​ອັນ​ອົບ​ອຸ່ນ ​ແລະ​ຄຶກຄື້ນນີ້ ທ່ານ Brett Darkinsປ​ະທານ​ຄະນະ​ບໍລິ
ຫານ ອົງການມໍລະດົກ​ຫລັງ​ສົງຄາມ ​ທ່ານDarkins ເຄີຍ​ເປັນນັກ​ອາສາ​ສະມັກ ຢູ່​ໃນ
ສປປ ລາວ ມາ​ກ່ອນ​ແລະ​ໄດ້​ຂຽນ​ປື້​ມຊື່ວ່າ Another Quiet American ທີ່​ນຳ​ອອກ
​ເຜີ​ຍ​ແຜ່ໃນ​ເດືອ​ນຕຸລາປີ 2003. ປື້​ມດັ່ງກ່າວ​ນີ້ ​ໄດ້​ເວົ້າ​ເຖິງ​ປະສົບການຊີວິດສ່ວນ​
ໂຕ​ຂອງ​ທ່ານ ໃນ​ເວລາ​ທ່ານ​ຢູ່​ໃນ​ເມືອງ​ລາວ​ແລະ​ເປັນ​ປື້​ມທີ່​ໜ້າ​ອ່ານ​ທີ່​ສຸດ.​ ທ່າ​ນ
Darkins ໄດ້​ກ່າວ​ເປີດ​ງານ​ວ່າ

ທ່ານ Brett Arkins ປະທານ ອົງການມໍລະດົກ ຫລັງສົງຄາມ
ທ່ານ Brett Arkins ປະທານ ອົງການມໍລະດົກ ຫລັງສົງຄາມ

ລິງໂດຍກົງ

“ສະບາ​ຍດີ ຂ້າພະ​ເຈົ້າ​ຊື່ Brett Darkin ​ມື້ນີ້​ແມ່ນຄໍາ​ ຄືນ​ທີ່​ພວກ​ເຮົາ ພາກັນ​ຢຸດ
ພັກຜ່ອນ​ແລ້ວ​ຫັນ​ໃຈ​ເຂົ້າ​ເລິກໆ ​ແລະ​ເວົ້າ​ວ່າ ​wow ພວກ​ເຮົາ​ ໄດ້​ບັນລຸ​ຜົນສຳ​
ເລັດ​ຢ່າງ​ຫລວງຫລາຍ​ໃນ 10 ປີ​ທີ່​ຜ່ານ​ມາ ຫລາຍ​ກວ່່າ​ທີ່​ເຮົາ​ໄດ້​ຄິດ​ຄາດເອົາ​
ໄວ້ ​ເວລາ​ອົງການ​ມູນ​ມໍລະດົກ​ລາ​ວ ​ໄດ້​ຕັ້ງ​ຂື້ນ​ມາ​ໃນ​ປີ 2004. ​ເພາະສະ​ນັ້ນ ຈຸດປະສົງໃນແລງ​ມື້​ນີ້​ກໍ​ແມ່ນ ພິຈາລະນາ​ເບິ່ງ​ຜົນສຳ​ເລັດ​ຕ່າງໆ ທີ່​ພວກ​ໄດ້​ຮັບ​
ມາ ເຮົາ​ມາ​ພາກັນຫັນ​ໃຈ​ເຂົ້າ​ລົງເລິກໆ ເບິ່ງ​ບັນລຸ​ຜົນ​ຕ່າງໆ ຂອງ​ພວກ​ເຮົາ ທີ່​
ໄດ້​ປະຕິບັດ​ມາ. ​ແລງ​ມື​ນີ້ ພວກ​ທ່ານ​ຈະ​ໄດ້​ຍິນ​ໜ້ອຍ​ນຶ່ງ​ກ່ຽວ​ກັບປະຊາ​ຄົມພົວ
ພັນ​ກັນ​ຫລາຍ​ຮູບ​ແບບ​. ນີ້​ແມ່ນ​ອົງການ​ທີ່​ລິ​ເລີ້​ມດ້ວຍ​ປະຊາ​ຄົມ ປະຊາ​ຄົມ​ລາວ

ອາ​ເມຣິກັນ ປະຊາ​ຄົມ​ມົ້ງ-ອາ​ເມຣິກັນ ສິ່ງ​ທີ່​ໜ້າ​ງຶດ​ງໍ້​ກ່ຽວ​ກັບ ອົງການ​ມູນ​ມໍ​ລະ​
ດົກຫລັງ​ສົງຄາມ ​ນັ້ນ​ກໍ​ຄື ​ເຮົາ​ສາມາດ​ຂະຫຍາຍ​ຈາກ​ລະດັບ ປະຊາ​ຄົມ ຜູ້ໃຫ້
ການ​ສະໜັບ ສະໜູນ​ໄປຮ່ວ​ມ​ເອົາ ບັນດາ​ສະມາຊິກ​ສະພາ ບັນດາ​ນັກ​ຂ່າວ ປະ​
ຊາ​ຄົມ​ ນະ​ໂຍບາຍ​ຕ່າງປະ​ເທດ ປະຊາ​ຄົມ​ນັກ​ການ​ທູດ ຂື້ນ​ຈົນ​ໄປ​ເຖິງ ລັດຖະ
ມົນຕີ ຕ່າງປະ​ເທດ ສະຫະລັດ ​ຄົນ​ທຳ​ອິດ ທີ່​ໄດ້​ໄປ​ຢ້ຽມຢາມ ​ປະ​ເທດ​ລາວ ທ່ານ​
ນາງ Hillary Clinton ​ຊຶ່​ງ​ເປັນລັດຖະມົນ​ຕີ ຕ່າງປະ​ເທດ ສະຫະລັດ ຄົນ​ທຳ​ອິດ​
ໃນ​ຮອບ 50 ປີ ຊຶ່ງ​ເຫ​ດຜົນ​ສ່ວນ​ນຶ່ງ​ກໍ​ຍ້ອນ​ວ່່າ ພວກເຮົາ​ສາມາດ ດຶງ​ຄວາມ​ສົນ
ໃຈໄປໄສ່ ປະເທດ​ລາວ ​ແລະບັນຫາລະ​ເບີດທີ່​ຕົກ​ຄ້າງບໍ່​ທັນແຕກ.

​ເພາະສະ​ນັ້ນພວກ​ເຮົາຈຶ່ງ​ພາກພູມ​ໃຈ​ກັບ ພວກເຝິກ​ງານ ອາສາ​ສະມັກ ທີ່ປຶກສາ
​ແລະ
ສະມາຊິກ​ປະຊາ​ຄົມ ທີ່​ໄດ້ຊ່ວຍ​ເຮັດ​ໃຫ້ການ​ປະຕິບັດ​ງານ​ຂອງ​ເຮົາ​ເປັນ​ໄປ​
ໄດ້ ​ແລະ​ສໍ​າ​ເລັດ​ຜົນ. ທ່ານ​ຮູ້​ບໍ່​ວ່າ ​ເຮົາ​ໄດ້​ບັນລຸ​ຜົນສຳ​ເລັດ​ຫລາຍ​ຢ່າງ ​ແຕ່ຂ້າ
ພະ​ເຈົ້າ ຈະ​ເຈາະ​ຈົງ​ໃສ່ ອັນໃຫຍ່ທີ່​ສຸດ ​ເວ​ລາ​ເຮົາເລີ້ມ​ປະຕິບັດ​ງານນັ້ນ ທຸກໆ​ປີ
​ລັດຖະບານ​ສະຫະລັດ ​ໄດ້ອະນຸມັດເງິ​ນປະມານ ນຶ່ງລ້ານ​ເຄິ່ງ ຫາ​ສອງລ້ານຕໍ່​ປີ​
ສໍາ ລັບຊ່ວຍ​ເຫລືອ​ໃນ​ການເກັບ​ກູ້​ລະ​ເບີດ​ທີ່​ຍັງ​ຕົກ​ຄ້າ​ງໄວ້​ຢູ່​ໃນ​ລາວ ຈາກ​ສົງ
ຄາມ​ຫວຽດ
ນາມ. ຕົກ​ມາ​ເຖິງປີ​ກາຍ​ນີ້​ຈຳນວນ​ເງິນ ​ເພີ້​ມ​ເປັນ 12 ລ້ານ​ໂດ​ລາ
ນັ້ນ​ເປັນ​ການ​
ເພີ້​ມຂື້ນ​ທີ່​ສຳຄັນໂດຍສະ​ເພາະພາຍ​ໃຕ້ສະພາບ​ຄວາມ​ຫຍູ້ງຍາກ
ດ້ານ​ງົບປະມານຂອງ​ປະ​ເທດ​ ທີ່​ເຮົາ​ໄດ້​ຍິນ​ການໂຕ້​ຖຽງ​ກັນ​ຢູ່​ເລື້ອຍໆກ່ຽວ​ກັບ
ງົບປະມານ ​ແລະ​ພວກ​ເຮົາ​ກໍສາມາດ​ຜ່ານ​ຜ່າ​ກັບ​ບັນຫາ ​ແລະ​ໄດ້​ຈຳນວນ​ໂຕ​
ເລກ​ນັ້ນຂື້ນມາ. ​

ເພາະສະ​ນັ້ນ ໃນແລງມື້​ນີ້ເຮົາ​ມາ​ພາກັນ​ຢຸດສຳນຶກ​ ​ແລະ​ສະ​ແດງ​ຄວາມຂອບ
ໃຈ ​ແລະ​ວາງ​ພື້ນ
ຖານສຳ​ລັບ​ອານາ​ຄົດ ​ແລະ​ພວກ​ເຮົາ​ຈະ​ຕ້ອງ​ອີງ​ອາໃສ​ບັນ
ດາ​ທ່ານ ທີ່​ເຕົ້າ​ໂຮມ​ຢູ່​ທີ່​ນີ້ ພ້ອມ​ດ້ວຍ​ບັນດາ​ຜູ້​ສະໜັບສະໜູນ​ຢູ່ທົ່ວ​ປະ​ເທດ
​ເພື່ອ​ໃຫ້ມີ​ການ​ຄໍ້າ ປະ​ກັນ​ງົບປະມານ​ໃນ​ອີກ 10 ປີ​ຂ້າງ​ໜ້າ ​ເພື່ອ​ເຮົາ​ຈະ​ໄດ້
ສືບ​ຕໍ່​ບັນລຸ​ຜົນ ​ທີ່​ຍິງ​ໃຫຍ່ ​ແລະ​ຂະຫຍາຍ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ
​ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວໃຫ້ສີ້ນສຸດ​ໄປ. ປະ​ເທດລາວ ​ເປັນ​ປະ​ເທດ​ທີ່​ຖືກ​ຖີ້ມ
ລະ​ເບີດ​ໃສ່​ຫລາຍ​ທີ່​ສຸດ​ໃນ​ໂລກ ຊຶ່ງ​ເປັນ​ໂຕ​ເລກ​ທີ່ໜ້າຕົກ​ໃຈ ​ໃນ​ຂະ​ນະ​ດຽວ​
ກັນ​ເຮົາ​ໄດ້​ປະຕິບັດ​ຫລາຍ​ຢ່າງ​ໃຫ້​ເປັນ​ທີ່​ສຳ​ເລັດ ​ໃນ​ການ​ເກັບ​ກູ້​ລະ​ເບີດ ​
ພວກ​ເຮົາ​ໄດ້​ທຳ​ຄວາມ​ກ້າວໜ້າ​ ​ແລະ​ກໍຍັງ​ມີ​ຫລາຍ​ໆອີກ​ທີ່​ຈະ​ຕ້ອງ​ໄດ້​ປະຕິບັດ.”

ຜູ້​ແທນ​ສະພາ​ຕໍ່າ ທ່ານ Mike Honda ​ເຊື້ອ​ສາຍ​ຍີ່ປຸ່ນ ຈາກ​ລັດ California ​ເປັນ​ຜູ້
​ແທນ​ທີ່​ຂະຫຍັນຂັນ​ແຂງ ໃນ​ການເປັນ​ປາກ​ກະບອກ​ສຽງ​ອັນແຮງ​ກ້າໃຫ້​ແກ່​ປະຊາ​ຄົ​ມ
​ເຜົ່າ​ນ້ອຍ. ​ໃນ​ປີ 2010 ທ່ານ​ໄດ້​ນຳພາຜູ້​ແທນ​ສະພາຕໍ່າສະຫະລັດ ຄະນະນຶ່ງ ໄດ້ເດີນ
ທາງໄປ​ຢ້ຽມຢາມປະ​ເທດລາວ ​ເພື່ອ​ໄປ​ສັງ​ເກດ​ເບິ່ງ​ບັນຫາລະ​ເບີດທີ່​ບໍ່​ທັນ​ແຕກ ​ແລະ​
ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງປະ​ເທດ. ໃນ​ປີ​ຕໍ່​ມາ ທ່ານ​ໄດ້ກາຍ​ມາເປັນ ຜູ້ສະ
ໜັບສະໜູນ​ຊຸກຍູ້​ແຂງ​ແຮງ ເພື່ອໃຫ້​ລັດຖະສະພາ ສະຫະລັດ ອະນຸມັດ​ງົບປະມານ​ໃຫ້​
ແກ່ ອົງການ​ມໍລະດົກ​ຫລັງ​ສົງຄາມ ​ທ່ານໄດ້​ກ່າວໂດຍ​ຫຍໍ້​ເຖິງ​ຜົນ​ກະທົບ​ຈາກ ​ການ​
ຖິ້ມ​ລະເບີດ​ໃນ​ປາງ​ສົງຄາ​ມ ​ໃຫ້​ບັນດາແຂກຜູ້​ມີ​ກຽດ​ຟັງ​ວ່າ :

ທ່ານ Mike Honda ຜູ້ແທນສະພາຕຳ່ ສະຫະລັດ
ທ່ານ Mike Honda ຜູ້ແທນສະພາຕຳ່ ສະຫະລັດ

ລິງໂດຍກົງ

“ຂ້າພະ​ເຈົ້າ​ເຊຶ່ອວ່າ ຕັ້ງ​ແຕ່​ປີ 1964 ​ໄດ້ມີຫລາຍກ​ວ່າ 50,000 ພັນ​ຄົນ​ທີ່​ໄດ້​ສູນ​
ເສຍ​ຊີວິດ ຫລືຮັບ​ບາດ​ເຈັບ​ຈາກ​ລະ​ເບີດຝັງ​ດິນ ​ແລະ​ຈາກ 1975 ມາ​ຈົນ​ເຖິງ​
ປັດ​ຈຸ​ບັນ​ມີ​ເຖິງ 20,000 ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ. ພວກ​
ເຮົາ​ໄດ້​ຖີ້ມລະ​ເບີດ​ລົງ​ໃສ່​ເກືອບ 2 ລ້ານ 5 ​ແສນໂຕນ​ໃນ​ລະຍະ 9 ປີ. ພວກ​
ເຮົາ​ໄດ້​ໃຊ້​ເງິນ​ 17 ລ້ານ​ໂດ​ລາຕໍ່​ມື້ ທຸກ​ມື້​ເປັນ​ເວລາ 9 ປີ ​ແລະ​ນັ້ນ​ລວມ​ແລ້ວ​
ແມ່ນ​ຕົກ​ເປັນເກືອບຮອດ​ 55 ​ພັນ​ຕື້​ໂດລາ.”

ທ່ານ​ນາງ ຈັນ​ນະພາ ຄຳ​ວົງສາ ຜູ້​ອຳນວຍ​ການ ອົງການ​ມູນ​ມໍລະດົກ​ຫລັງ​ສົງຄາມ ສະຕີ
​ລາວ-ອາ​ເມຣິກັນ ທີ່​ຫ້າວຫັນ ເຮັດ​ວຽກ​ປາດ​ສະ​ຈາກ​ຄວາມ​ອິດ​ເມື່ອຍ. ນາງ​ໄດ້​ເດີນ​ທາງ
​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃນ ສະຫະລັດ ກັບ​ຄອບຄົວ​ໃນ​ຕົ້ນ​ປີ 1980 ​ເວລາ​ນັ້ນ​ມີ​ອາຍຸ​ພ່ຽງ​ແຕ່​
ເຈັດ​ປີ ​ໃນ​ຊີວິດຫລັງໆຕໍ່​ມາ ນາງ​ໄດ້​ຄົ້ນ​ພົບເຖິງຄວາ​ມພິນາດ​ ​ແລະບາດ​ແຜ​ຂອງ​ສົງຄາມ
ອັນ​ເປັນ​ບ້ານ​ເກີດເມືອງ​ນອນຂອງ​ນາວງ ໃນ​ປີ 2004 ຈັນ​ນະພາ ໄດ້ເປັນ​ຜູ້​ລິເລີ້ມ​ກໍ່​ຕັ້ງ
ຊຸກຍູ້​ ອົງການ​ມູນ​ມໍລະ ດົກ​ຫລັງ​ສົງຄາມ ດ້ວຍ​ຊີວິດ​ຈິດ​ໃຈ ມາ​ຈົນ​ເຖິງ​ປັດ​ຈຸ​ບັນ ນາງ​ໄດ້
​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານນາງ ຈັນນະພາ ຄຳວົງສາ ຜູ້ບໍລິຫານ ອົງການມໍລະດົກຫລັງສົງຄາມ
ທ່ານນາງ ຈັນນະພາ ຄຳວົງສາ ຜູ້ບໍລິຫານ ອົງການມໍລະດົກຫລັງສົງຄາມ

ລິງໂດຍກົງ

ບຸກຄົນ​ສຳ​ຄັນ​ທີ່​ ອີກ​ຄົນ​ນຶ່ງ ທີ່ເດີນທາງ​ມາ​ຮ່ວມ​ຈາກ​ລັດ Massachusetts ກໍ​ຄື ດຣ.
ພິດສະ​ໄໝ ສີ​ຈິ​ດ​ໂກ້ຄົງ Uy ທ່ານ​ນາງ​ເກີດ​ຢູ່ຫ້ວຍ​ຊາຍ ​ເດີນທາງ​ມາ ສະຫະ​ລັດ ໃນ​ປີ
1979 ​ເວ​ລາ​ນັ້ນມີ​ຍາ​ຍຸ​ສີ່ປີ. ປັດ​ຈຸ​ບັນ​ນີ້​ເປັນ ອາຈານສອນຢູ່ ມະຫາວິທະຍາ​ໄລ Mass
achusetts ທີ່​ເມືອ​ງ Lowell​. ທ່ານ​ນາງ​ກໍ​ແມ່ນ​ຜູ້​ນຶ່ງ ທີ່​ໄດ້​ມາ​ເຕີບໃຫຍ່​ຢູ່​ໃນ ສະຫະລັດ
​ແລະ​ໄດ້​ຄົ້ນພົບເຖິງ​ຄວາມ​ພິນາດຂອງ​ສົງຄາມ ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ນາງ ດ້ວຍ
​ເຫດ​ນີ້​ເອງ ພິດສະ​ໄໝ ຈຶ່ງ​ໄດ້​ອຸທິດ​ເວລາ​ເຂົ້າ​ມາ​ອາສາ​ສະມັກ​ຊ່ວຍ ອົງການ​ມໍລະດົກ
​ຫລັງ​ສົງຄາມ ນາງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ດຣ ພິດສະໄໝ ສີຈິດໂກ້ຄົງ ນັກອາສາສະມັກ
ດຣ ພິດສະໄໝ ສີຈິດໂກ້ຄົງ ນັກອາສາສະມັກ

ລິງໂດຍກົງ

ນັ້ນ​ແມ່ນ​ການ​ສຳພາດ ບັນດາ​ຄະນະ​ບໍລິຫານ ​ແລະ​ອາສາ​ສະມັກ​ຂອງ ອົງການມໍລະ​ດົກ​ຫລັງ​ສົງຄາມ ​ໃນງານ​ສະຫລອງ​ຄົບ​ຮອບ​ 10 ປີຂອງ​ການ​ປະຕິບັດງານ​ຊ່ວຍ​ເກັບ​ກູ້​ລະ​ເບີດ ຢູ່​ໃນ ສປປ ລາວ. ແລງ​ວັນ​ອາທິດ​ໜ້າ ລາຍການ​ຊີ​ວິຊາ​ວລາວ ຈະ​ກັບມາພົບ​ກັນ​ທ່ານ​ໃນ​ຫົວຂໍ້​ໃໝ່ ​ເຮົາ​ຈະ​ນຳ​ສະ​ເໜີ ​ໃນ​ຫົວ​ຂໍ້​ເລື່ອງ​ໃໝ່ ​ໂປ​ດຕິດຕາມ​ຮັບ​ຟັງ

XS
SM
MD
LG