ບັນດາຜູ້ນຳຄົນສຳຄັນສອງຄົນ ຂອງຂະບວນການເຄື່ອນໄຫວຄັນຮົ່ມປີ 2014 ຂອງ
ເກາະ ຮົງກົງ ໄດ້ຖືກຕັດສິນຂັງຄຸກ ຍ້ອນບົດບາດຂອງເຂົາເຈົ້າໃນການປະທ້ວງສະໜັບ
ສະໜູນປະຊາທິປະໄຕຂະໜານໃຫຍ່.
ທ່ານ ເບັນນີ ໄຕ ແລະ ທ່ານ ແຈນ ຄິນແມນ ທັງສອງຄົນໄດ້ຖືກຕັດສິນຂັງຄຸກ 16 ເດືອນ
ໃນວັນອັງຄານວານນີ້, ພຽງສອງອາທິດຫຼັງຈາກເຂົາເຈົ້າຖືກຕັດສິນວ່າມີຄວາມຜິດ ກ່ຽວ
ກັບ ການລວມຫົວລົບກວນສາທາລະນະ. ທ່ານ ໄຕ ແລະ ທ່ານ ຄິນແມນ ແມ່ນສອງຄົນ
ຈາກກຸ່ມທີ່ເອີ້ນວ່າ “Umbrella Nine” ເຊິ່ງຖືກຕັດສິນ ວ່າມີຄວາມຜິດຫຼາຍກະທົງໃນ
ຕົ້ນເດືອນນີ້ ກ່ຽວກັບ ການລົບກວນສາທາລະນະ ທີ່ເຊື່ອມໂຍງກັບຂະບວນການເຄື່ອນ
ໄຫວຄັນຮົ່ມ ທີ່ໄດ້ປິດຫຼາຍພາກສ່ວນ ທີ່ສຳຄັນຂອງເກາະດັ່ງກ່າວ ເມື່ອຫ້າປີທີ່ຜ່ານມາ
ເພື່ອຮຽກຮ້ອງໃຫ້ຈັດການເລືອກຕັ້ງຜູ້ບໍລິຫານໃຫຍ່ຂອງເກາະ ຮົງກົງ ໂດຍກົງ.
ຜູ້ຊາຍສອງຄົນດັ່ງກ່າວ, ພ້ອມກັບທ່ານ ຈູ ຢິວ-ໝິງ ທີ່ໜ້າເຄົາລົບນັບຖືນັ້ນ, ໄດ້ກໍ່ຕັ້ງ
ການເຄື່ອນໄຫວເຂົ້າຄອບຄອງສູນກາງໃນປີ 2013 ທີ່ໄດ້ກໍ່ໃຫ້ເກີດການປະທ້ວງນຳ
ໜ້າໂດຍນັກສຶກສາ ທີ່ໄດ້ປິດຫຼາຍພາກສ່ວນທີ່ສຳຄັນຂອງຕົວເມືອງດົນເຖິງ 79 ວັນໃນ
ປີຕໍ່ມາ. ທ່ານ ຈູ ຢິວ ໝິງ ໄດ້ຮັບການລໍຖ້າລົງໂທດທາງອາຍາສອງປີ ໃນວັນອັງຄານ
ວານນີ້, ໃນຂະນະທີ່ສະມາຊິກອີກຫ້າຄົນຂອງກຸ່ມ “Umbrealla Nine” ທ່ານ ຊິວ ຄາ-
ຈຸນ (Shiu Ka-Chun) ເຊິ່ງແມ່ນສະມາຊິກສະພາ ຮົງກົງ ຄົນປັດຈຸບັນ, ອະດີດສະມາ
ຊິກສະພາ ທ່ານ ລີ ຫວິງ-ຕັດ, ອະດີດຜູ້ນຳນັກສຶກສາ ທ່ານ ທອມມີ ຈຶງ ແລະ ທ່ານ ອີສັນ
ຈຸງ, ແລະ ນັກເຄື່ອນໄຫວທາງການເມືອງ ທ່ານ ຣາຟາແອລ ວັອງ ທັງໝົດຖືກຕັດສິນ
ໂທດນັບຈາກການຂັງຄຸກ 8 ເດືອນ ເຖິງການຮັບໃຊ້ຊຸມຊົນ.
ສະມາຊິກອີກຄົນນຶ່ງ, ເຊິ່ງແມ່ນ ສະມາຊິກສະພາ ທ່ານນາງ ແທນຢາ ແຈນ, ໄດ້ຖືກ
ເລື່ອນການຕັດສິນໂທດ ຍ້ອນວ່າລາວໄດ້ຮັບການຜ່າຕັດຄັ້ງໃຫຍ່.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ