ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຈາກ ສະຫະລັດ ອອສເຕຣເລຍ ຍີ່ປຸ່ນ ແລະອິນເດຍ ຈະພົບປະກັນ ຢູ່ນະຄອນຫຼວງວໍຊິງຕັນ ໃນວັນສຸກມື້ນີ້


ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ມາຣີສ ເພນ, ລັດຖະມົນຕີການຕ່າງປະເທດສະຫະລັດ ໄມຄ໌ ພອມພຽວ, ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໂຕຊີມິດຊຸ ໂມເຕກິ ແລະລັດຖະມົນຕີການຕ່າງປະເທດອິນເດຍ ຊູບຣາມານີຢາມ ໃຈຊັງກາຣ ເຂົ້າຮ່ວມກອງປະຊຸມກຸ່ມຄວດໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 6 ຕຸລາ 2020.
ລັດຖະມົນຕີການຕ່າງປະເທດອອສເຕຣເລຍ ມາຣີສ ເພນ, ລັດຖະມົນຕີການຕ່າງປະເທດສະຫະລັດ ໄມຄ໌ ພອມພຽວ, ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໂຕຊີມິດຊຸ ໂມເຕກິ ແລະລັດຖະມົນຕີການຕ່າງປະເທດອິນເດຍ ຊູບຣາມານີຢາມ ໃຈຊັງກາຣ ເຂົ້າຮ່ວມກອງປະຊຸມກຸ່ມຄວດໃນນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ວັນທີ 6 ຕຸລາ 2020.

ບັນດາຜູ້ນຳຂອງສະຫະລັດ ຍີ່ປຸ່ນ ອອສເຕຣເລຍ ແລະອິນເດຍ ຄາດວ່າຈະພົບປະກັນແບບເຊິ່ງໜ້າ ໃນວັນສຸກມື້ນີ້ ຢູ່ທີ່ນະຄອນຫຼວງວໍຊິງຕັນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ໃນເຂດອິນໂດ-ປາຊີຟິກ ຕໍ່ການປະເຊີນກັບອຳນາດທີ່ເພີ້ມທະວີຂຶ້ນເລື້ອຍໆຂອງຈີນຢູ່ໃນຂົງເຂດດັ່ງກ່າວ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ, ນາຍົກລັດຖະມົນຕີ ສະກັອດ ມໍຣິສັນຂອງອອສເຕຣເລຍ, ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ຂອງອິນເດຍ ແລະນາຍົກລັດຖະມົນຕີ ໂຢຊີຮິເດະ ຊູກະ ຂອງຍີ່ປຸ່ນ ໄດ້ພົບປະກັນຜ່ານທາງອອນໄລ ໃນເດືອນມີນາຜ່ານມາ ແຕ່ໃນຄັ້ງນີ້ ຈະເປັນເທື່ອທຳອິດຂອງກຸ່ມທີ່ຈະພົບປະກັນແບບເຊິ່ງໜ້າ.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວ ໃນຖະແຫລງການວ່າ “ບັນດາຜູ້ນໍາຂອງກຸ່ມຄວດ ຫຼື ກຸ່ມສີ່ປະເທດຈະເພັ່ງເລັງໃສ່ເພື່ອເຮັດໃຫ້ສາຍພົວພັນຂອງພວກເຮົາເລິກເຊິ່ງຂຶ້ນຕື່ມແລະຜັນຂະຫຍາຍການຮ່ວມມືຕາມຄວາມເປັນຈິງໃນດ້ານຕ່າງໆເຊັ່ນການຕໍ່ສູ້ກັບພະຍາດໂຄວິດ-19, ການແກ້ໄຂວິກິດການດ້ານດິນຟ້າອາກາດ, ການຮ່ວມມືກັນກ່ຽວກັບເທັກໂນໂລຈີແລະໃນດ້ານໄຊເບີ ທີ່ກຳ ລັງພົ້ນເດັ່ນທັງຫຼາຍ ແລະສົ່ງເສີມໃຫ້ເຂດອິນໂດ-ປາຊີຟິກ ເປັນເຂດທີ່ເສລີແລະເປີດກວ້າງ.”

ຈີນໄດ້ເສີມສ້າງຄ້າຍທະຫານຕ່າງໆຢູ່ໃນຂົງເຂດຢ່າງຕໍ່ເນື່ອງ ແລະນຳໃຊ້ພວກມັນເພື່ອການກ່າວອ້າງວ່າ ຕົນຄວບຄຸມເສັ້ນທາງທະເລທີ່ສຳຄັນ.

ການພົບປະກັນໃນວໍຊິງຕັນມີຂຶ້ນທ່າມກາງການປະກາດຂອງຂໍ້ຕົກລົງເມື່ອບໍ່ດົນມານີ້ ລະຫວ່າງສະຫະລັດ ອັງກິດ ແລະອອສເຕຣເລຍ ເພື່ອສະໜອງເຮືອດຳນ້ຳພະລັງນິວເຄລຍແປດລຳ ໃຫ້ແກ່ອອສເຕຣເລຍ. ຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ ຝຣັ່ງບໍ່ພໍໃຈ ຍ້ອນວ່າເປັນການທຳລາຍຂໍ້ຕົກລົງ ທີ່ຕົນໄດ້ເຮັດກັບອອສເຕຣເລຍ ເພື່ອທີ່ຈະສະໜອງເຮືອດຳນ້ຳ ແລ່ນດ້ວຍນ້ຳມັນກາຊວນຂອງຕົນ. ຝຣັ່ງຈຶ່ງໄດ້ຮຽກໂຕເອກອັກຄະລັດຖະທູດຂອງຕົນ ທັງຈາກ ສະຫະລັດ ແລະອອສເຕຣເລຍ ໃຫ້ກັບຄືນປະເທດ ເພື່ອເປັນການປະທ້ວງ.

ຈີນ ໄດ້ກ່າວປະນາມຕໍ່ຂໍ້ຕົກລົງດັ່ງກ່າວ ໂດຍເອີ້ນມັນວ່າເປັນການທຳລາຍສັນຕິ ພາບຢູ່ໃນຂົງເຂດ.

ການພົບປະກັນຂອງກຸ່ມຄວດ ຫຼື ກຸ່ມສີ່ປະເທດຍັງມີຂຶ້ນ ທ່າມກາງການປະກາດ ທີ່ແຮງຂຶ້ນໂດຍສະຫະລັດແລະບັນດາພັນທະມິດຂອງຕົນໃນການສະໜັບສະໜຸນຕໍ່ໄຕ້ຫວັນ ຊຶ່ງຈີນມອງເຫັນວ່າ ເປັນແຂວງທີ່ແຍກໂຕອອກໄປ ແລະເປັນການຮື້ພື້ນຄວາມພະຍາຍາມຄືນໃໝ່ ໂດຍສະຫະພາບຢູໂຣບ ເພື່ອ “ເສີມຂະຫຍາຍ” ການມີໜ້າຂອງກອງທັບເຮືອຂອງຕົນ ຢູ່ໃນພາກພື້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG