ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາຜູ້ນຳ 4 ປະເທດ ສືບຕໍ່ໂອ້ລົມກັນ ເລື້ອງແຜນສັນຕິພາບ ສຳຫລັບຢູເຄຣນ


ຊາຍຄົນນຶ່ງຍ່າງ ຢູ່ໃນເຮືອນຫຼັງນຶ່ງ ທີ່ຖືກທຳລາຍ ໃນຄຸ້ມ Leninsky ເມືອງ Donetsk, ພາກຕາເວັນອອກຂອງຢູເຄຣນ, ວັນທີ 8 ກຸມພາ 2015.
ຊາຍຄົນນຶ່ງຍ່າງ ຢູ່ໃນເຮືອນຫຼັງນຶ່ງ ທີ່ຖືກທຳລາຍ ໃນຄຸ້ມ Leninsky ເມືອງ Donetsk, ພາກຕາເວັນອອກຂອງຢູເຄຣນ, ວັນທີ 8 ກຸມພາ 2015.

ບັນດາ​ຜູ້​ນຳ​ຈາກຣັດ​ເຊຍ ຢູ​ເຄຣນ ​ຝຣັ່ງ ​ແລະ​ເຢຍຣະມັນ ​ໄດ້
ທຳ​ການໂອ້​ລົມທາງ​ໂທລະສັບ ​ໃນ​ວັນ​ອາທິດ​ມື້​ນີ້ ກ່ຽວ​ກັບ​ຮ່າງ​
ແຜນ​ສັນຕິພາບ​ຂອງຝຣັ່ງ​ແລະ​ເຢຍຣະມັນ ​ເພື່ອ​ຍຸດຕິ​ການ​ສູ້​ລົບ
​ກັນ​ໃນ​ຢູ​ເຄຣນນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ ປະທານາທິບໍດີ Vladimir
Putin ​ແຫ່ງຣັດ​ເຊຍ ​ປະທານາທິບໍດີ Petro Poroshenko ​ແຫ່ງ
​ຢູ​ເຄຣນ ປະທານາທິບໍດີ Francois Hollande ​ແຫ່ງຝຣັ່ງ ​ແລະ
ນາຍົກ​ລັດຖະມົນຕີ Angela Merkel ​ແຫ່ງ​ເຢຍຣະມັນ ​ໄດ້​ມີ​ຂຶ້ນ
ທ່າມກາງ​ການ​ຊຸກຍູ້​ທາງ​ດ້ານ​ການ​ທູດ​ຢ່າງ​ຂຸ້ນຂ້ຽວ ​ເພື່ອ​ຍຸດຕິ​
ການ​ກໍ່​ການ​ກະບົດ​ຂຶ້ນ​ຂອງ​ພວກ​ຫົວ​ນິຍົມຣັດ​ເຊຍ ​ໃນ​ພາກ​ຕາ​
ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

​ໂຄສົກ​ລັດຖະບານ​ເຢຍລະ​ມັນ​ທ່ານ​ໜຶ່ງ​ກ່າວ​ວ່າ ພວກ​ຜູ້ນຳ​ທັງ​ສີ່​ທ່ານຫວັງ​ວ່າ​ຈະ​ພົບ​ປະ
ກັນ​ອີກໃນ​ວັນ​ພຸດ​ໜ້າ​ນີ້ ຢູ່​ນະຄອນຫລວງ Minsk ຂອງ​ປະ​ເທດ Belarus ​ເພື່ອ​ສືບ​ຕໍ່
ເຮັດວຽກ​ຫາທາງ​ແກ້​ໄຂ​ວິ​ກິດ​ການຢູ​ເຄຣນນັ້ນ.

​ແຜນການ​ດັ່ງກ່າວ​ແມ່ນອິງ​ໃສ່ ການ​ຢຸດ​ຍິງບໍ່​ປະສົບ​ຜົນສຳ​ເລັດ​ທີ່​ໄດ້​ເຊັນ​ກັນ​ຢູ່ Minsk ນັ້ນ ​ແຕ່​ຈະ​ມີ​ລາຍ​ລະອຽດ​ເພີ້​ມຂຶ້ນ ກ່ຽວ​ກັບ​ກຳໜົດເວລາ​ໃນ​ການ​ຢຸດ​ຍິງ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສທ່ານ​ໜຶ່ງ​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ.

ukraine8february15
please wait
Embed

No media source currently available

0:00 0:00:52 0:00

ທ່ານ Hollande ​ໄດ້ກ່າວ​ວ່າ ​ແຜນການ​ດັ່ງກ່າວ “ແມ່ນເປັນໜຶ່ງ​ໃນບໍ່​ເທົ່າ​ໃດໂອກາດ
ສຸດ​ທ້າຍ“
​ເພື່ອ​ຍຸດຕິ​ການ​ສູ້​ລົບ​ກັນ​ໃນ​ຢູ​ເຄຣນ. ສ່ວນ​ທ່ານ​ນາງ Merkel ກໍກ່າວ​ວ່າ ຍັງ​ບໍ່
ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແຜນການ​ນີ້​ຈະ​ບັນລຸ​ຜົນ​ ຫລື​ບໍ່?

ທີ່​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ທີ່​ນະຄອນ Munich ​ໃນ​ວັນ​ອາທິດ​ມື້​ນີ້ ທ່ານ Frank
-Walter Steinmeier ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ກ່າວ​ວ່າ ພວກ​ນັກ​ເຈລະຈາ​ກ່ຽວ​ກັບ​ແຜນການ​ສັນຕິພາບ​ຂອງຝຣັ່ງ​ແລະ​ເຢຍຣະມັນ “​ແມ່ນຍັງ​ໄກ​ຫລາຍ ຈາກ​ການ​ພົບ​ເຫັນ​ຊ່ອງ​ທາງ​ແກ້​ໄຂ​ບັນຫາທາງ​ດ້ານ​ການ​ເມືອງ” ຕໍ່ຂໍ້​ຂັດ​ແຍ້​ງຂອງ​ຢູ​ເຄຣນ ຫຼັງຈາກ
​ມີ​ການອະພິປາຍ​ກັນ “ຢ່າງ​ເຄັ່ງຂຶມ” ຫວ່າງ​ສອງ​ສາມ​ມື້​ຜ່ານ​ມາ​ນີ້.

ຣັດເຊຍແລະ ພວກປະເທດຕາເວັນຕົກ ກ່າວຫາກັນແລະກັນ ເລື້ອງຢູເຄຣນ:

Russia, Western Powers Trade Accusations Over Ukraine
please wait

No media source currently available

0:00 0:02:57 0:00

XS
SM
MD
LG