ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Le Pen ເລີ້ມຕົ້ນ ລົງແຂ່ງຂັນ ເປັນ ປະທານາທິບໍດີ ຂອງ ຝຣັ່ງ


ທ່ານນາງ Marine Le Pen ຜູ້ນຳຝ່າຍຂວາຈັດ ສະໝັກລົງ
ແຂ່ງຂັນເປັນປະທານາທິບໍດີ ຝຣັ່ງ, ກາງ, ຢືນຢູ່ພາຍໃນກຸ່ມ
ບັນດາເຈົ້າໜ້າທີ່ຂອງພັກ ໃນຕອນທ້າຍຂອງກອງປະຊຸມໃນ
ນະຄອນ Lyon ຂອງຝຣັ່ງ, ເມື່ອວັນອາທິດ ທີ 5 ກຸມພາ 2017.
ທ່ານນາງ Marine Le Pen ຜູ້ນຳຝ່າຍຂວາຈັດ ສະໝັກລົງ ແຂ່ງຂັນເປັນປະທານາທິບໍດີ ຝຣັ່ງ, ກາງ, ຢືນຢູ່ພາຍໃນກຸ່ມ ບັນດາເຈົ້າໜ້າທີ່ຂອງພັກ ໃນຕອນທ້າຍຂອງກອງປະຊຸມໃນ ນະຄອນ Lyon ຂອງຝຣັ່ງ, ເມື່ອວັນອາທິດ ທີ 5 ກຸມພາ 2017.

ທ່ານນາງ Marine Le Pen ຊາວຝຣັ່ງຊາດນິຍົມ ໄດ້ປະຕິຍານວ່າ ຈະໃຫ້ “ຝຣັ່ງ
ມາກ່ອນ”
ໃນຂະນະທີ່ທ່ານນາງ ເລີ້ມຕົ້ນ ການລົງແຂ່ງຂັນເປັນປະທານາທິບໍດີ
ໃນວັນອາທິດວານນີ້ ໂດຍກ່າວອອກເຖິງການຕໍ່ຕ້ານໂລກາພິວັດ.

ທ່ານນາງ Marine Le Pen ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ຈາກພັກ
ແນວໂຮມແຫ່ງຊາດ ຫຼື National Front ກ່າວວ່າ “ໂຄງການຂອງພວກເຮົາ ທ່ານ
ເຂົ້າໃຈແລ້ວ ແມ່ນໂຄງການກູ້ຢືມຈາກພະລັງທີ່ຍິ່ງໃຫຍ່ ພະລັງຂອງຄວາມດຸ່ນດ່ຽງ.
ພວກເຮົາບໍ່ມີໃຜທີ່ຈະຕ້ອງຮັບໃຊ້ ບໍ່ມີລູກຄ້າທີ່ຈະຕ້ອງຮັກສາໄວ້ ບໍ່ມີເພື່ອນມິດ
ທີ່ຈະຕ້ອງຂອບໃຈ ບໍ່ມີອຳນາດດ້ານການເງິນທີ່ຈະຕ້ອງໄດ້ຍົ້ວຍວນ ບໍ່ມີຕ່າງ
ປະເທດໃດ ທີ່ພວກເຮົາຈະຕ້ອງໄດ້ຂໍຮ້ອງ.”

ທ່ານນາງ Le Pen ເປັນຜູ້ຕາງໜ້າ ຂອງພັກແນວໂຮມແຫ່ງຊາດ ທີ່ເດັ່ນມາໄດ້ຫຼາຍປີ
ແລ້ວ ແລະ ສືບຕໍ່ໄດ້ຮັບຄວາມນິຍົມຊົມຊອບ ໃນຂະນະທີ່ ຝຣັ່ງຕົກເປັນຜູ້ເຄາະຮ້າຍ
ຕໍ່ການໂຈມຕີກໍ່ການຮ້າຍຫຼາຍຂຶ້ນ ເຊິ່ງໄດ້ກະຕຸ້ນໃຫ້ພວກມີສິດອອກສຽງ ເຄື່ອນຍ້າຍ
ໄປເບື້ອງຊາດນິຍົມ ແລະ ນະໂຍບາຍຕ່າງໆ ທີ່ເປັນປະຊານິຍົມ. ທ່ານນາງ Le Pen
ເມື່ອສອງສາມເດືອນມານີ້ ໄດ້ຮຽກຮ້ອງ ໃຫ້ຫ້າມໃສ່ ຜ້າປົກໜ້າຂອງຊາວມຸສລິມ ແລະ
ໝວກທີ່ໃສ່ເທິງຫົວຂອງຊາວຍິວ ຢູ່ຕາມທ້ອງຖະໜົນ.

ທ່ານນາງ ໄດ້ກ່າວຕໍ່ຕ້ານ ພວກຄົນເຂົ້າເມືອງ ເພື່ອເຫດຜົນທາງດ້ານເສດຖະກິດ
ນຳດ້ວຍ ທີ່ເປັນສຽງສະທ້ອນອັນດຽວ ທີ່ອ້າງໂດຍ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ທີ່ວ່າ ພວກຄົນເຂົ້າເມືອງໄດ້ເອົາສະຫວັດດີການສັງຄົມ ໂດຍເອົາເງິນ
ພາສີ ຂອງພົນລະເມືອງ ຢ່າງບໍ່ເປັນທຳ.

France Le Pen
please wait
Embed

No media source currently available

0:00 0:01:07 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG