ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ LDC ເນັ້ນຄວາມສໍາຄັນ ຂອງການລົງທຶນ ຂອງຕ່າງປະເທດ ແລະພາກສ່ວນເອກະຊົນ ໃນການ ຫລຸດຜ່ອນຄວາມທຸກຈົນ.


ພິທີໄຂກອງປະຊຸມຂອງອົງການສະຫະປະຊາຊາດ ກ່ຽວກັບພວກປະເທດທີ່ດ້ອຍພັດທະນາທີ່ສຸດ ຄັ້ງທີ 4 ທີ່ອິສຕັງບູລ ປະເທດເທີກີ, ວັນທີ 9 ຫາ 13 ພຶດສະພາ 2011.
ພິທີໄຂກອງປະຊຸມຂອງອົງການສະຫະປະຊາຊາດ ກ່ຽວກັບພວກປະເທດທີ່ດ້ອຍພັດທະນາທີ່ສຸດ ຄັ້ງທີ 4 ທີ່ອິສຕັງບູລ ປະເທດເທີກີ, ວັນທີ 9 ຫາ 13 ພຶດສະພາ 2011.

ກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດ ກ່ຽວກັບພວກປະເທດຍາກຈົນທີ່ສຸດໃນໂລກ ກໍຄືດ້ອຍພັດທະນາທີ່ສຸດ ຫລື LDC ໄດ້ຮັບຜ່ານເອົາແຜນການນຶ່ງເມື່ອວັນສຸກອາທິດແລ້ວນີ້ ທີ່ເນັ້ນຍໍ້າເຖິງຄວາມສໍາຄັນຂອງການລົງທຶນຂອງຕ່າງປະເທດ ແລະຂອງພາກສ່ວນເອກະຊົນ ໃນການຊ່ວຍດຶງປະຊາຊົນຫລາຍລ້ານຄົນ ອອກຈາກຄວາມທຸກຈົນ. ຜູ້ສື່ຂ່າວວີໂອເອ Dorian Jones ມີລາຍງານກ່ຽວກັບກອງປະຊຸມຫ້າວັນດັ່ງກ່າວ ຈາກນະຄອນອີສຕັງບູນ ປະເທດເທີກີ ຊຶ່ງທອງປານມີລາຍລະອຽດ ມາສະເໜີທ່ານ.

ກອງປະຊຸມຄັ້ງທີ່ສີ່ຂອງພວກປະເທດທີ່ດ້ອຍພັດທະນາທີ່ສຸດ
ໄດ້ສິ້ນສຸດລົງ ພ້ອມກັບການ​ຮັບຮອງ​ເອົາເປົ້າໝາຍທີ່ຈະລົດ
ຈໍານວນປະເທດທີ່ດ້ອຍພັດທະນາທີ່ສຸດຂອງ​ໂລກຫລື LDC
ທີ່​ມີ​ຢູ່​ທັງ​ໝົດ 48 ປະເທດ​ໃນ​ປັດຈຸບັນ​ນີ້ ຮວມທັງ ສປປ ລາວ ນໍາ​ນັ້ນ ລົງໃຫ້ໄດ້ເຄິ່ງນຶ່ງ.

ທ່ານ Upendra Yadav ລັດຖະມົນຕີຕ່າງປະເທດເນປາລ
ຊຶ່ງເປັນຫົວໜ້າຫ້ອງການປະສານງານ LDC ຂອງໂລກ
ກ່າວວ່າ ການບັນລຸເປົ້າໝາຍທີ່​ວ່ານີ້ ແມ່ນຢູ່ໃນຜົນປະ ໂຫຍດ ຂອງປະຊາຄົມໂລກ.

Yadav act: “No country or region can remain aloof...|

ທ່ານ ຢາດາຟ ກ່າວວ່າ “ບໍ່ມີປະເທດ ຫລືຂົງເຂດໃດ
ທີ່ຍັງຈະຕີຕົວຫ່າງຈາກກັນແລະກັນໄດ້. ຄວາມຈະເຣີນຮຸ່ງເຮືອງສໍາລັບ
ໝົດ​ທຸກ​ປະ​ເທດ ແມ່ນຈໍາເປັນເພື່ອສັນຕິພາບທີ່ຍືນຍົງຖາວອນ ແລະຄວາມໝັ້ນຄົງຂອງໂລກ.
ພວກໝູ່ເກາະທີ່ຈະເຣີນຮຸ່ງເຮືອງ
ຈະບໍ່ສາມາດຍືນຍົງຢູ່ ໃນທະເລແຫ່ງຄວາມ
ທຸກຈົນ
ເປັນເວລາດົນນານໄດ້.

ການເນັ້ນໜັກໃສ່ຄວາມສາມາດໃນການຜະລິດ ດ້ານພະລັງງານ ດ້ານໂຄງລ່າງພື້ນຖານ
ແລະດ້ານການກະເສດ ເປັນເຄຶ່ອງໝາຍແຫ່ງຄວາມແຕກຕ່າງທີ່ສໍາຄັນທີ່ສຸດ ຈາກແຜນ
ປະຕິບັດງານຄັ້ງລ່າສຸດຂອງ LDC ທີ່ ນະຄອນຫລວງບຣັສ​ເຊິລ ປະ​ເທດ​ແບ​ລຈຽມ ໃນ
ປີ 2001 ທີ່ເນັ້ນໜັກໃສ່ ດ້ານສຸຂະພາບ ການສຶກສາ ແລະໂຄງການສັງຄົມອື່ນໆ.

ແຜນປະຕິບັດງານ ເກືອບ 50 ໜ້າຂອງອີສຕັນບູລ ​ແມ່ນ​ປະກອບ​ດ້ວຍຄໍາ​ແນະຕ່າງໆ ສໍາລັບພວກປະເທດຍາກຈົນແລະຮັ່ງມີທັງຫລາຍ ແລະກວມເອົາທັງ​ເລື້ອງການປ່ຽນແປງ
ຂອງດິນຟ້າອາກາດ ການຊ່ວຍເຫລືອ ສຸຂະພາບ ແລະການລົງທຶນໂດຍກົງຂອງຕ່າງປະ
ເທດ. ແຜນການເນັ້ນຍໍ້າເຖິງຄວາມສໍາຄັນຂອງການພັດທະນາ ການຮ່ວມມືແລະການ
ສະໜັບສະໜຸນຊື່​ງກັນ​ແລະ​ກັນ ລະຫວ່າງ LDC ແລະພວກປະເທດທີ່ກໍາລັງໂຜ່ໂຕຂຶ້ນ​ມາ ​ເປັນຕະຫລາດ​ໃຫຍ່.

ສໍາລັບເປົ້າໝາຍ​ໃນການທີ່ຈະລົດຜ່ອນຈໍານວນພວກປະເທດທີ່ດ້ອຍພັດທະນາ ຫລື LDC
ລົງໃຫ້ໄດ້ເຄິ່ງນຶ່ງນັ້ນ ທ່ານ Cheick Sidi Diarra ຮອງ ເລຂາທິການ​ໃຫຍ່ອົງການສະຫະ
ປະຊາຊາດ ແລະຜູ້ຕ່າງໜ້າລະດັບສູງ ສໍາລັບ LDC ກ່າວວ່າ ມີຫ້າຫລືຫົກປະເທດທີ່ກໍາລັງ
ຈະພົ້ນຈາກສະຖານະພາບປະເທດທີ່ດ້ອຍພັທະນາທີ່ສຸດໃນສອງປີຕໍ່ໜ້າ ຊຶ່ງໂຮມທັງປະ
ເທດ ເອກີທໍຣິອາລ ກີນີ(Equitorial Quinea), ແອງໂກລາ, ຕີມໍ ແລສເຕ, ບັງກລາເທດ, ແລະເນປາລ

Diarra act//: “All the advantages would be withdrawn..."

ທ່ານດາຍອາຣາ ກ່າວວ່າ “ຜົນປະໂຍດທັງໝົດທີ່​ພວກ​ປະ​ເທດ​ເຫລົ່າ​ນີ້ ​ໄດ້​ຮັບ​ນັ້ນ
ແມ່ນຈະຖືກຖອນ
ໄປຈາກພວກເຂົາເຈົ້າ ຫລັງຈາກພວກເຂົາເຈົ້າ ພົ້ນຈາກຖານະ ເປັນປະເທດດ້ອຍພັທະນາແລ້ວ. ແລະເພື່ອທີ່ຈະໃຫ້ເປັນທີ່ຮັບເອົາໄດ້ ແລະຕົກ
ລົງກັນໄດ້ນັ້ນ ໄດ້
ມີ​ການຕັດສິນໃຈ ໃຫ້​ຈັດ​ຕັ້ງຂັ້ນ​ຕອນ ສໍາລັບໄລຍະຂ້າມຜ່ານທີ່​
ລາບ​ລື່ນຂຶ້ນ​ມາ
ເພື່ອທີ່ພວກປະເທດເຫລົ່ານີ້ຈະບໍ່ສູນເສຍໃນທັນທີທັນໃດ ການ
ຊ່ວຍເຫລືອໃດໆ ທີ່ພວກເຂົາເຈົ້າກໍາລັງໄດ້
ຮັບຈາກປະຊາຄົມນານາຊາດນັ້ນ.

ທ່ານ ດາຍອາຣາ ກ່າວຕໍ່ໄປວ່າ ໃນຂະນະທີ່ໂລກກໍາລັງດິ້ນຮົນຕໍ່ສູ້ ເພື່ອ​ໃຫ້​ລຸດພົ້ນຈາກ
ວິກິດການການເງິນໂລກທີ່ຮຸນແຮງທີ່ສຸດ ນັບຕັ້ງແຕ່ສະພາບເສດຖະກິດຕົກຕໍ່າຮ້າຍແຮງ
ທີ່ສຸດຂອງສະຫະລັດ ຫລື the Great Depression ຄັ້ງຊຸມປີ 1930 ນັ້ນ ການທີ່ຈະບັນ
ລຸເປົ້າໝາຍຕ່າງໆທີ່​ກ່າວ​ມາ​ນັ້ນ ແມ່ນຈະຍາກລໍາບາກຫລາຍ ​ແລະທ່ານດາຍອາຣາ ກ່າວ
ວ່າ ນັ້ນ ​ແມ່ນ​ເຫດຜົນ​ທີ່​ວ່າ ​ເປັນ​ຫຍັງອະນາຄົດຈຶ່ງຈະກາງຕໍ່ນໍາການລົງທຶນໂດຍກົງຈາກ
ຕ່າງປະເທດ ແລະຈາກພວກສ່ວນເອກະຊົນ ຫລາຍ​ກວ່າ​ພາກ​ອື່ນໆ.

ທ່ານ Ahmet Davutoglu ລັດຖະມົນຕີຕ່າງປະເທດເຕີກີ ກ່າວວ່າ ປະເທດເທີກີໄດ້ກາຍ
ເປັນກະບອກສຽງໃຫ້ແກ່ພວກ​ປະ​ເທດ LDC ໄປແລ້ວແລະຈະສືບຕໍ່ປະຕິບັດເຊັ່ນນັ້ນຕໍ່ໄປ.

Davutoglu act//: “Turkey will be happy to host again just..”

ທ່ານ Davutoglu ກ່າວວ່າ “ປະເທດເທີກີຈະມີຄວາມເຕັມໃຈທີ່ຈະເປັນເຈົ້າພາບອີກ
ເພື່ອ​ທໍາ
ການສັ່ງຊາຕີລາຄາທີ່ກວມກວ້າງ ແລະຄົບຖ້ວນສົມບູນ ຫລາຍຂຶ້ນກວ່າ ເກົ່າ ໃນປີ 2015.

ນອກນີ້ແລ້ວ ເທີກີຍັງໄດ້ປະກາດວ່າ ຕົນຈະສືບຕໍ່ສະໜັບສະໜຸນພວກປະເທດທີ່ດ້ອຍພັດທະ
ນາທີ່ສຸດ ຫລື LDC ນັ້ນຕໍ່ໄປ ໂດຍການສະໜອງທຶນການສຶກສາຂັ້ນມະຫາວິທະຍາໄວ​ໃຫ້
1000 ທຶນ. ຖ້າຄິດໄລ່ເປັນເປີເຊັນຂອງຜົນຜະລິດລວມຂອງປະເທດ ຫລື GDP ແລ້ວ
ບັດນີ້ ເທີກີ​ແມ່ນຮວມຢູ່ໃນພວກປະເທດທີ່ໃຫ້ການບໍລິຈາກຊ່ວຍ​ເຫລືອລາຍໃຫຍ່ທີ່ສຸດ ແກ່
ພວກ​ປະ​ເທດກໍາລັງພັດທະນານັ້ນ.

XS
SM
MD
LG