ຄະນະສືບສວນຂອງສະພາສູງສະຫະລັດ ໄດ້ພົບເຫັນວ່າ ການຄວບຄຸມທີ່ບໍ່ ຄ່ອຍດີຂອງ
ທະນາຄານ HSBC ຊຶ່ງເປັນທະນາຄານລະດັບໂລກນັ້ນອຳນວຍ ໃຫ້ພວກຄ້າຢາເສບຕິດ
ຂອງເມັກຊິໂກ ແລະກຸ່ມອາຊະຍາກຳອື່ນໆ ຟອກເງິນ ຫລາຍພັນລ້ານໂດລາ ເຂົ້າມາໃນ
ສະຫະລັດ.
ລາຍງານສະບັບນຶ່ງທີ່ໄດ້ອອກເຜີຍແຜ່ກ່ອນການຮັບຟັງຄຳໃຫ້ການຂອງສະພາສູງສະຫະລັດ
ກ່ຽວກັບເລື້ອງດັ່ງກ່າວ ໃນວັນອັງຄານມື້ນີ້ ເວົ້າວ່າ ທະນາຄານ HSBC ຊຶ່ງມີສຳນັກງານ
ໃຫຍ່ຢູ່ທີ່ກຸງລອນດອນ ຍັງໄດ້ທໍາທຸລະກິດກັບບໍລິສັດ ທີ່ພົວພັນກັບກຸ່ມກໍ່ການຮ້າຍ ແລະໄດ້
ຫຼີກລ່ຽງການລົງໂທດດ້ານການເງິນຂອງ ສະຫະລັດ ຕໍ່ປະເທດອັນທະພານຕ່າງໆ ເຊັ່ນ
ອີຣ່ານເປັນຕົ້ນ.
ລາຍງານກ່າວວ່າ ບັນດາຜູ້ບໍລິຫານຂອງ HSBC ແລະພວກເຈົ້າໜ້າທີ່ຄວບຄຸມກົດລະບຽບ
ຂອງສະຫະລັດ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຕືອນ ທີ່ມີຂຶ້ນເປັນປະຈຳ ແລະບໍ່ສາມາດຍຸຕິການປະຕິ
ບັດທີ່ຜິດກົດໝາຍລະຫວ່າງປີ 2000 ຫາປີ 2010 ຊຶ່ງໂດຍທາງກົງແລ້ວແມ່ນເປີດປະຕູໃຫ້
ແກ່ພວກອາຊະຍາກອນແລະພວກກໍ່ການ ຮ້າຍ ເຂົ້າມາຊົມໃຊ້ລະບົບການເງິນຂອງສະຫະລັດ.
HSBC ຊຶ່ງເປັນທະນາຄານທີ່ໃຫ່ຍທີ່ສຸດໃນຢູໂຣບ ໄດ້ອອກຖະແຫລງການກ່າວວ່າ ຄະນະບໍ
ລິຫານຂອງຕົນຈະທຳການຂໍຂະມາໂທດໃນການຮັບຟັງຄຳໃຫ້ການ ທີ່ນະຄອນຫລວງວໍຊິງຕັນ
ຊຶ່ງໃນໂອກາດດັ່ງກ່າວ ບັນດາສະມາຊິກລັດຖະສະ ພາ ຈະພາຊັກຖາມເຈົ້າໜ້າທີ່ທະນາຄານ
ແລະຜູ້ຄວບຄຸມກົດລະບຽບຂອງສະ ຫະລັດ.