ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາຍ​ຄວາມ ​ກ່າວ​ວ່າ ພວກ​ເຮົາ​ຫວັງ​ວ່າ ປ. ທ​ຣຳ ແລະ ທ່ານ​ຄານ ຈະ​ຫາ​ລື ກ່ຽວ​ກັບ ທ່ານຊາ​ກິ​ລ ອາ​ຟ​ຣີ​ດີ


ທ່ານ​ຈາ​ມາ​ລ ອ​າ​ຟ​ຣີ​ດີ ຊ້າຍ ນ້ອງ​ຊາຍ ຂອງ​ທ່ານ​ໝໍ​ປາ​ກິ​ສ​ຖານ ທ່ານ​ຊາ​ກິ​ລ ອາ​ຟ​ຣີ​ດີ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່ ເມືອງ ເພ​ຊາ​ວາ​ ປະ​ເທດປາ​ກິ​ສ​​ຖານ ​ເມື່ອວັນ​ທີ 28 ພຶດ​ສະ​ພາ 2012.
ທ່ານ​ຈາ​ມາ​ລ ອ​າ​ຟ​ຣີ​ດີ ຊ້າຍ ນ້ອງ​ຊາຍ ຂອງ​ທ່ານ​ໝໍ​ປາ​ກິ​ສ​ຖານ ທ່ານ​ຊາ​ກິ​ລ ອາ​ຟ​ຣີ​ດີ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່ ເມືອງ ເພ​ຊາ​ວາ​ ປະ​ເທດປາ​ກິ​ສ​​ຖານ ​ເມື່ອວັນ​ທີ 28 ພຶດ​ສະ​ພາ 2012.

ທະ​ນາຍ​ຄວາມ ແລະ​ຄອ​ບ​ຄົວ​ຂອງ ທ່ານ​ຊາ​ກິ​ລ ອາ​ຟ​ຣີ​ດີ ນາຍ​ໝໍ​ຜູ້​ທີ່​ໄດ້​ຊ່ວຍ​ສະ​ຫະ
​ລັດ ຊອກ​ຫ​າ​ອະ​ດີດ​ຫົວ​ໜ້າ​ກຸ່ມ​ກໍ່​ການ​ຮ້າຍ ອາ​ລ-ໄກ​ດາ ທ້າວ​ໂອ​ຊາ​ມາ ບິນ ລາ​ເດັນ
ກ່າວ​ຕໍ່ວີ​ໂອ​ເອ ວ່າ ທ່ານ​ອາ​ຟ​ຣິ​ດີ ​ຍັງ​ສືບ​ຕໍ່ໄດ້​ຮັບຄວາມ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ຄຸກ​ພາຍ
​ໃຕ້ສະ​ພາບການ​ທີ່​ຮ້າຍ​ແຮງ​ສຸດ.

ທ່ານ​ກາ​ມາ​ຣ ນາ​ດິມ ທະ​ນາຍ​ຄວາມ​ຕໍ່​ສູ້​ຄະ​ດີ ​ໃຫ້ທ່ານ​ອາ​ຟ​ຣິ​ດີ ໄດ້​ສ​ະແດງ​ຄວາມ​ຫວັງ​
ໄປ​ໃນ​ແງ່ດີ​ວ່າ ຊາຕາ​ກຳ​ລູກ​ຄວາມ​ຂອງ​ທ່ານຈະ​ຖືກ​ຍົກ​ຂຶ້ນ​ມາ​ສົນທະ​ນາ​ ໃນລະ​ຫວ່າງ
​ແຜນ​ການ​ພົບ​ປະ​ກັນ​ລະ​ຫວ່າງ ປະ​ທາ​ນາ​ທິບໍ​ດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​
ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣາມ ຄານ ໃນ​ອາ​ທິດ​ໜ້າ​ນີ້ ​ທີ່​ທຳ​ນຽບ​ຂາວ.

ທ່ານ​ນາ​ດິມ ກ່າວ​ວ່າ “ດ​ຣ. ອາ​ຟຣີ​ດີ ບໍ່​ສາ​ມາດນອນ​ໄດ້​ຢ່າງ​ເໝາະ​ສົມ ເນື່ອງ​ຈາກ​ສະ
​ພາບ​ການ​ທີ່​ຮ້າຍ​ແຮງ ແລະ​ຮ້ອນ​ເອົ້າ​ ເພາະ​ບໍ່​ມີ​ປ່ອງ​ຢ້ຽມ​ຢູ່​ໃນ​ຄຸກ​ບ່ອນ​ທີ່​ທ່ານ​ຖືກ​ກັກ
​ຂັງ​ໄວ້​ນັ້ນ. ທ່ານ​ອິມ​ຣາມ ຄານ ຈະມາ​ຢ້ຽມ​ຢາມ​ສະ​ຫະ​ລັດ ແຕ່​ວ່າ ຖ້າ​ຫາກ​ທ່ານ​ອາ​ຟ​ຣິ
​ດີ ຍັງ​ຢູ່​ໃນ​ຄວາມ​ທຸກ​ທໍ​ລະ​ມານ ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ການ​ຢ້ຽມ​ຢາມ​ຈະ​ບໍ່
​ເປັນ​ຜົນ​ສຳ​ເລັດ.”

ໃນ​ການກ່າວ​ຕໍ່ວີ​ໂອ​ເອນັ້ນ ທ່ານ​ຈາ​ມິ​ລ ນ້ອງ​ຊາຍຂອງ​ທ່ານ​ຊາ​ກິ​ລ ອາ​ຟ​ຣິດີ ໄດ້​ສະ
​ແດງ​ຄວາມ​ຜິດ​ຫວັງ​ຢ່າງ​ແຮງ ທີ່​ຄະ​ດີ​ຂອງດອກ​ເຕີຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ ໃນໄລ​
ຍະ​ແປດ​ປີ​ທີ່​ຜ່ານ​ມາ.

ທ່ານ​ກ່າວ​ຕໍ່​ ວີ​ໂອ​ເອ ວ່າ “​ມາ​ຮອດ​ດຽວນີ້ ປະ​ທ​ານ​າ​ທິ​ບໍ​ດີ​ທ​ຣຳ ແລະ​ລັດ​ຖະ​ບານ​ສະ​
ຫະ​ລັດ ​ຄວນ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ນີ້​ໄດ້ແລ້ວ.”

ທ່ານ​ຈາ​ມາ​ລ ອາ​ຟ​ຣິ​ດີ ກ່າວ​ວ່າ ທ່ານ​ໄດ້​ຢ້ຽມ​ຢາມ​ອ້າຍ​ຂອງ​ທ່ານ ຜູ້​ທີ່​ທ່ານ​ກ່າວ​ວ່າ​
ເວ​ລານີ້ ແມ່ນ​ອ່ອນ​ເພຍ​ທີ່​ສຸດ ​ເມື່ອ​ວັນ​ທີ 6 ກໍ​ລະ​ກົດ​ທີ່​ຜ່ານ​ມາ​.

ທ່ານ​ກ່າວ​ວ່າ “ທ່ານ​ບໍ່​ສາ​ມາດ​ພັກ​ຜ່ອນ​ໄດ້​ລະ​ຫວ່າງ​ຕອນ​ກາງ​ເວັນ ຫຼື​ສາ​ມາດ​ນອນ​
ໄດ້​ໃນ​ຍາມກາງ​ຄືນ. ທ່ານ​ຢູ່​ໃນ​ຄວາມ​ເຈັບ​ປວດ​ທີ່​ສຸດ.”

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຍັງ​ບໍ່​ທັນ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ເທື່ອ​ວ່າ ພວກ​ຜູ້​ນຳ​ທັງສອງ
ຈະ​ຫາ​ລື​ກັນກ່ຽວ​ກັບ​ຄະ​ດີ​ຂອງ​ທ່ານ​ອາ​ຟ​ຣິ​ດີ​ຫຼື​ບໍ່. ແຕ່​ອີງ​ຕາມ​ຖະ​ແຫຼງ​ການ​ທີ່ນຳ​ອອກ
ເຜີຍ​ແຜ່​ໂດຍ​ທຳ​ນຽບ​ຂາວ​ໃນອາ​ທິດ​ແລ້ວ​ນີ້ ທັງ​ສອງ​ຝ່າຍ​ຈະ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​
ບັນ​ຫາ​ຕ່າງໆ ຮວມ​ທັງການ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ແລະ​ການດຳ​ເນີນ​ງານ​ຮ່ວ​ມກັນ
ລະ​ຫວ່າງ​ສະ​ຫະ​ລັດ​ກັບປາ​ກິ​ສ​ຖານ ໃນ​ຄວາມ​ພະ​ຍາ​ຍາ​ມເພື່ອ​ນຳ​ເອົາ​ສະ​ຖຽນ​ລະ​ພາບ
​ມາ​ສູ່​ຂົງ​ເຂດ​ເອ​ເຊຍ​ໃຕ້.

ພວກ​ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ໄດ້ປະ​ຕິ​ເສດ​ເຖິງຄວາມ​ເປັນ​ໄປ​ໄດ້ກ່ຽວ
​ກັບ​ການ​ຍົກ​ເອົາ​ຄະ​ດີ​ທ່ານ​ອາ​ຟ​ຣິ​ດີ ​ຂຶ້ນ​ມາ​ຫາ​ລື​ກັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG