ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການຟ້ອງ ໃຫ້ເພງ "ສຸກສັນ ວັນເກີດ" ເປັນສົມບັດ ຂອງ ສາທາລະນະ


ເພງສຸກສັນວັນເກີດ ກໍາລັງຖືກຟ້ອງຮ້ອງ ໃຫ້ເປັນ ເພງສາທາລະນະ ໄດ້ໃຊ້ ໂດຍບໍ່ມີກໍາມະສິດ
ເພງສຸກສັນວັນເກີດ ກໍາລັງຖືກຟ້ອງຮ້ອງ ໃຫ້ເປັນ ເພງສາທາລະນະ ໄດ້ໃຊ້ ໂດຍບໍ່ມີກໍາມະສິດ
ເພງ​ທີ່​ຫລາຍ​ໆລ້ານ​ຄົນ​ພາກັນ​ຮ້ອງໃນ​ງານ​ວັນ​ເກີດ ຢູ່​ໃນ​ທົ່ວ
​ໂລກ ແມ່ນ​ເປັນເພງທີ່​ພວມ​ມີການ​ຟ້ອງ​ຮ້ອງ​ໃໝ່ ທີ່ນະຄອນ​
ນິວຢອກ. ນັກ​ສ້າງ​ຮູບ​ເງົາ​ຄົນ​ນຶ່ງ​ຢາກ​ໃຫ້ສານ​ລັດ​ລະ​ບານ
​ກາງປະກາດ​ວ່າ ​ເພງ “Happy Birthday to You” ຫລືສຸກ
ສັນ​ວັນ​ເກີ​ດ​ແກ່​ເຈົ້ານັ້ນ​ ​ເປັນສົມ​ບັດ​ຂອງ​ສາທາລະນະ ​ແລະ​
ດ້ວຍ​ເຫດ​ນີ້ເອງ ຈຶ່ງບໍ່​ໃຫ້​ຢູ່​ພາຍ​ໃຕ້​ກົດໝາຍລິ​ຂະ​ສິດ ຂອງ
ສະຫະລັດ.

ບັນດາ​ຜູ້​ຖື​ກຳມະສິດເປັນ​ເຈົ້າ​ຂອງ​ເພງ ກໍາລັງ​ຖືກ​ຟ້ອງ​ຮ້ອງ​
ຈາກນັກ​ສ້າງ​ຮູບ​ເງົາ ທ່ານ​ນາງ Jennifer Nelson ​ເພາະ
ລາວ​ຕ້ອງການ​ຢາກ​ໃຊ້​ເພງນີ້​ເພື່ອ​ປະກອບ​ຢູ່​ໃນ​ຮູບ​ເງົາສາ
ລະ​ຄະດີ​ໃໝ່ທີ່​ມີ​ຊື່ວ່າ “Happy Birthday” ຫລືສຸກ​ສັນ​ວັນ
ເກີດ. ທ່ານ​ນາງ​ກ່າວວ່ານາງໄດ້​ຖືກ​ບອກ​ໃຫ້​ຈ່າຍ​ເງິນ 1,500 ​
ໂດ​ລາ​ ໃຫ້​ແກ່​ບໍລິ​ສັດ Warner/Chapell ຊຶ່ງ​ເປັນ​ບໍລິສັດ ໃນ​
ເຄືອ ຂອງກຸ່ມ​ບໍລິສັດ​ເພງ Warner Music.

​ເພງ ​ຊຶ່ງ​ເປັນ​ທີ່​ລື້​ງ​ເຄີຍ​ກັນດັ່ງກ່າວ ​ໄດ້​ແຕ່ງ​ຂື້ນ​ມາເມື່ອ 100
ກວ່າ​ປີ​ກ່ອນໂດຍ ​ຄຸນ​ແມ່Patty ​ແລະ ຄຸນ​ແມ່ Mildred Hill ທີ່​ມີ​ຊື່ວ່າ “Good Morning
to All​.” ​ໃນ​ຫລາຍໆປີ​ຕໍ່​ມາ ​ເພງ​ນີ້​ໄດ້​ຄ່ອຍໆຖືກ​ດັດ​ແປງມາ​ເປັນ​ເພງທີ່ຮ້ອງ​ກັນໃນ​ປັດ
​ຈຸ​ບັນ ຊຶ່ງ​ຖືກຈັດ​ໄວ້​ຢູ່​ໃນ​ປື້​ມສະຖິຕິ Geuiness ວ່າ​ເປັນ​ເພງ​ພາສາ​ອັງກິດ ທີ່ຮູ້ກັນຫລາຍ
​ທີ່​ສຸດ​ໃນ​ໂລກ ແລະ​ໄດ້​ແປ​ອອກ​ມາ​ເປັນ​ຫລາຍ​ໆພາສາ.

ສຳນວນຟ້ອງເວົ້າວ່າ ​ເພງ “Happy Birthday to You” ​ເປັນ​ “ການ​ດັດ​ແປງ” ມາຈາກ
ເພງທໍາ​ອິດ ເພາະ​ສະ​ນັ້ນເພງ​ນີ້ຈຶ່ງຄວນ“ ​ເປັນ​ຂອງ​ສາທາລະນະ.”

ທະນາຍຄວາມ​ຂອງ ທ່ານ​ນາງ Nelson ກ່າວ​ວ່າ ສຳນວນຟ້ອງຍັງ​ຮ້ອງ​ຂໍໃຫ້ ບໍລິສັດ
Warner/Chapell ສົ່ງ​ເງິນ​ຄ່າ​ທໍານຽມ ທີ່​ທາງ​ບໍລິສັດ​ເກັບ​ມາ​ເປັນ​ເວລາ ສີ່​ປີ​ ​ປະມານ
2 ລ້ານ​ໂດ​ລາຕໍ່​ປີ ຄືນ​ໃຫ້​ແກ່​ເຈົ້າຂອງ.

​ໂຄສົກ​ຄົນ​ນຶ່ງ​ຂອງບໍລິສັດ Warner/Chapell ບໍ່​ຍອມ​ໃຫ້ຄວາ​ມ​ເຫັນໃດໆ ກ່ຽວກັບ​ເລື່ອງ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG