ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກລັດຖະສະພາ ຮຽກຮ້ອງໃຫ້ກະຊວງຍຸຕິທໍາ ປະຕິບັດງານ ຕ້ານການກໍ່ອາດຊະຍາກໍາຍ້ອນຄວາມກຽດຊັງ ໃນ ສຫລ

ປ. ໂຈ ໄບເດັນຍິ້ມຫລັງຈາກເຊັນຮັບຮອງກົດໝາຍຕ້ານການກໍ່ອາຊະຍາກໍາຍ້ອນຄວາມກຽດຊັງທີ່ກ່ຽວກັບ COVID-19, 20 ພຶດສະພາ, 2021 (ຈາກຊ້າຍ ທ.ນ. Tammy Duckworth, ລັດອີລິນອຍ, ທ. Richard Blumenthal, ຮອງ ປ. Kamala Harris, ທ.ນ. Judy Chu, ລັດຄາລິຟໍເນຍ, ທ.ນ. Grace Meng, ລັດນິວຢອກ, ທ. Don Beyer, ລັດເວີຈີເນຍ

ສະມາຊິກສະພາສະຫະລັດສອງຄົນທີ່ເປັນຜູ້ມີບົດບາດສໍາຄັນໃນການຜ່ານນິຕິກໍາຕ້ານອາດຊະຍາກຳຍ້ອນຄວາມກຽດຊັງໃນປີນີ້ ກໍາລັງກົດດັນໃຫ້ກະຊວງຍຸຕິທຳເລັ່ງການປະຕິບັດມາດຕະການດັ່ງກ່າວ ໂດຍເຕືອນວ່າ ການກັບຄືນໄປຫາການຈຳກັດ ທີ່ກ່ຽວຂ້ອງກັບການແຜ່ລະບາດຂອງພະຍາດ ອາດຈະເຮັດໃຫ້ເກີດການໂຈມຕີຫຼາຍຂຶ້ນ-ໂດຍສະເພາະແມ່ນຕໍ່ຊາວອາເມຣິກັນເຊື້ອສາຍເອເຊຍ.

ກົດໝາຍໃໝ່ສະບັບນີ້ ພະຍາຍາມເລັ່ງການທົບທວນຄືນຂອງກະຊວງຍຸຕິທຳກ່ຽວກັບອາດຊະຍາກຳ ທີ່ເກີດຍ້ອນຄວາມກຽດຊັງທີ່ຖືກລາຍງານຕໍ່ເຈົ້າໜ້າທີ່ລັດຖະບານກາງ.

ສະມາຊິກສະພາສູງ Mazie Hirono, ຈາກລັດຮາວາຍກ່າວຢູ່ກອງປະຊຸມຖະແຫລງຂ່າວຫລັງຈາກສະພາສູງຮັບຮອງເອົາກົດໝາຍຕ້ານອາດຊະຍາກໍາທີ່ເກີດຂຶ້ນຍ້ອນຄວາມກຽດຊັງທີ່ກ່ຽວຂ້ອງກັບ COVID-19 ທີ່ຫໍລັດຖະສະພາໃນວັນທີ 22 ເມສາ 2021
ສະມາຊິກສະພາສູງ Mazie Hirono, ຈາກລັດຮາວາຍກ່າວຢູ່ກອງປະຊຸມຖະແຫລງຂ່າວຫລັງຈາກສະພາສູງຮັບຮອງເອົາກົດໝາຍຕ້ານອາດຊະຍາກໍາທີ່ເກີດຂຶ້ນຍ້ອນຄວາມກຽດຊັງທີ່ກ່ຽວຂ້ອງກັບ COVID-19 ທີ່ຫໍລັດຖະສະພາໃນວັນທີ 22 ເມສາ 2021

"ໃນຂະນະທີ່ການແຜ່ລະບາດຂອງພະຍາດແຜ່ລະບາດແລະສາຍພັນຕ່າງໆຂອງໂຄວິດ-19 ເຮັດໃຫ້ລັດ, ທ້ອງຖິ່ນ, ຫຼື ໜ່ວຍງານເອກະຊົນຟື້ນຟູຂໍ້ຈຳກັດຫຼືຄຳສັ່ງດ້ານຄວາມປອດໄພຂອງສາທາ ລະນະຊົນ, ຄວາມບໍ່ພໍໃຈຕໍ່ໄວຣັສຈະກັບຄືນມາປາກົດໃຫ້ເຫັນຢ່າງແນ່ນອນ," ນັ້ນຄືຄໍາເວົ້າ ຂອງສະມາຊິກສະພາສູງເມຊີ ຮິໂຣໂນະ (Mazie Hirono) ສັງກັດພັກເດໂມແຄຣັດຈາກລັດຮາວາຍ, ແລະສະມາຊິກສະພາຕໍ່າເກຣສ ເມັງ (Grace Meng), ສັງກັດພັກເດໂມແຄຣັດຈາກລັດນິວຢອກ ຂຽນລົງໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປຫາລັດຖະມົນຕີກະ ຊວງຍຸຕິທໍາ ເມຣິກ ກາແລນ (Merrick Garland).

ພວກເພິ່ນກ່າວຕື່ມວ່າ “ພວກເຮົາຢ້ານວ່າຜົນກະທົບທີ່ອາດຈະມີຕໍ່ການກໍ່ຄວາມຮຸນແຮງທີ່ມີຄວາມກຽດຊັງຕໍ່ຜູ້ຄົນຢູ່ຕະຫຼອດເວລາ.” "ການຈັດຕັ້ງປະຕິບັດຢ່າງເຕັມສ່ວນກົດໝາຍວ່າດ້ວຍອາຊະຍາກຳຄວາມກຽດຊັງຍ້ອນໂຄວິດ-19 ຈະຊ່ວຍ ຢັບຢັ້ງການຕ້ານຄວາມຮຸນແຮງໄດ້ໃນຕໍ່ໜ້າ."

ຜູ້ສະແຫວງຫາການສະໜັບສະໜູນຊຸມຊົນຊາວອາເມຣິກັນເຊື້ອສາຍເອເຊຍແລະເກາະປາຊີຟິກ ໄດ້ຕຳນິຄຳເວົ້າອັນຫຍາບຄາຍຈາກຜູ້ນຳທາງການເມືອງ, ໂດຍສະເພາະອະດີດປະທານາທິບໍດີດໍໂນລ ທຣຳ, ຜູ້ຖິ້ມໂທດການແຜ່ລະບາດຂອງໄວຣັສໂຄໂຣນາໃສ່ປະເທດຈີນຢ່າງບໍ່ຢຸດຢັ້ງນັ້ນ ເຊິ່ງເປັນການຊຸກຍູ້ໃຫ້ມີອະຄະ ຕິຕໍ່ຄົນເຊື້ອສາຍເອເຊຍ ໃນໄລຍະທີ່ມີການແຜ່ລະບາດຢູ່ນີ້.

ຈົດໝາຍດັ່ງກ່າວມີຂຶ້ນບໍ່ດົນຫລັງຈາກມີລາຍງານວ່າອາດຊະຍາກຳທີ່ເກີດຍ້ອນຄວາມກຽດຊັງຢູ່ໃນສະຫະລັດ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນປີທຳອິດຂອງການແຜ່ລະບາດຂອງໄວຣັສໂຄໂຣນາ, ເພີ່ມຂຶ້ນປະມານ 14 ເປີເຊັນ ເປັນ 8,305 ກໍ ລະນີ, ຊຶ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 2001 ເປັນຕົ້ນມາ ແລະເປັນອັນດັບທີສາມນັບແຕ່ພະແນກຍຸຕິທຳເລີ່ມຕິດຕາມອາດຊະຍາກຳທີ່ເກີດຂຶ້ນຍ້ອນຄວາມອະຄະຕິ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG