ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວາ ພູໄຟ ທຳລາຍເຮືອນ ຫຼາຍຮ້ອຍຫຼັງ ໃນເກາະ ຮາວາຍ


ລາວາ ທຳລາຍເຮືອນຫຼາຍຫຼັງໃນຂົງເຂດ ຄາໂປໂຮ, ທິດຕາເວັນອອກຂອງເມືອງ ປາໂຮອາ, ໃນລະຫວ່າງການປະທຸຂຶ້ນຂອງພູໄຢ ຄິໂລເວອາ, ເກາະ ຮາວາຍ. 5 ມິຖຸນາ, 2018.
ລາວາ ທຳລາຍເຮືອນຫຼາຍຫຼັງໃນຂົງເຂດ ຄາໂປໂຮ, ທິດຕາເວັນອອກຂອງເມືອງ ປາໂຮອາ, ໃນລະຫວ່າງການປະທຸຂຶ້ນຂອງພູໄຢ ຄິໂລເວອາ, ເກາະ ຮາວາຍ. 5 ມິຖຸນາ, 2018.

ລາວາຈາກພູໄຟ ຄີໂລເວອາ (Kilauea) ຢູ່ລັດ ຮາວາຍ ໄດ້ທຳລາຍເຮືອນຫຼາຍຮ້ອຍ
ຫຼັງເມື່ອຂ້າມຄືນທີ່ຜ່່ານມາ, ລວມທັງເຮືອນຫຼັງນຶ່ງ ທີ່ເປັນຂອງເຈົ້າເມືອງ ຮາວາຍ ທ່ານ
ແຮຣີ ຄິມ.

ຊຸມຊົນທີ່ຕັ້ງຢູ່ແຄມມະຫາສະໝຸດທັງຫຼາຍ ເຊິ່ງແມ່ນບ່ອນທີ່ບ້ານເຮືອນ ຫຼາຍຫຼັງໄດ້
ຖືກທຳລາຍນັ້ນ ໄດ້ຖືກບອກໃຫ້ອົບພະຍົບອອກຈາກພື້ນທີ່ ຫຼາຍສັບປະດາຜ່ານມາ
ແລ້ວ ສະນັ້ນຈຶ່ງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.

ທ່ານນາງ ຈາແນັດ ສໄນເດີ ໂຄສົກສຳລັບເມືອງ ຮາວາຍ ໄດ້ກ່າວໃນ ວັນອັງຄານ
ວານນີ້ວ່າ “ພວກເຮົາຍັງບໍ່ໄດ້ປະເມີນມູນຄ່າຄວາມເສຍ ຫາຍເທື່ອ, ແຕ່ສາມາດເວົ້າ
ໄດ້ວ່າ ເຮືອນຫຼາຍຮ້ອຍຫຼັງແມ່ນໄດ້ຖືກທຳ ລາຍໃນຊຸມຊົນ ຄາໂປໂຮ ບີຊ ລັອດສ໌
(Kapoho Beach Lots) ແລະ ເວເຄເຊິນແລນ (Vacationland) ເມື່ອຄືນວານນີ້.”

ການສູນເສຍບ້ານເຮືອນ ແມ່ນມີຫຼາຍກວ່າສອງເທົ່າຂອງເຮືອນ 117 ຫຼັງທີ່ມີການຢືນ
ຢັນວ່າ ຖືກທຳລາຍນັບຕັ້ງແຕ່ພູໄຟ ຄີໂອເວອາ ໄດ້ ເລີ່ມລະເບີດຂຶ້ນເມື່ອວັນທີ 3 ພຶດ
ສະພາທີ່ຜ່ານມາ.

ການທຳລາຍແມ່ນປະກອບດ້ວຍ ແຜ່ນດິນໄຫວທີ່ມີຄວາມແຮງ 5.5 ທີ່ໄດ້ສັ່ນໄຫວ
ໃນຫຼາຍພາກສ່ວນຂອງເກາະດັ່ງກ່າວ ໃນວັນອັງຄານວານນີ້. ບາງຄົນໃນຂົງເຂດນັ້ນ
ອາດໄດ້ປະສົບກັບ “ການສັ່ນສະເທືອນທີ່ຮຸນແຮງ,” ແຕ່ກໍບໍ່ມີລາຍງານ ກ່ຽວກັບ ຄື້ນ
ສຸນາມິ, ອີງ ຕາມການກ່າວຂອງສູນເຕືອນຄື້ນ ສຸນາມິ ໃນມະຫາສະໝຸດ ປາຊີຟິກ.

ນອກຈາກລາວາ ແລະ ແຜ່ນດິນໄຫວແລ້ວ, ບັນດາເຈົ້າໜ້າທີ່ກໍໄດ້ ເຕືອນຜູ້ອາໄສຢູ່
ໃສເກາະຮາວາຍ ກ່ຽວກັບ “ໝອກ” ຫຼື ຄວັນພູໄຟ, ທີ່ມີຂຶ້ນເມື່ອແກັສຊັລເຟີໄດອົກໄຊທ໌
ແລະ ສານພິດອື່ນໆຂອງພູໄຟ ໄປປະສົມກັບຄວາມຊຸ່ມ ແລະ ຂີ້ຝຸ່ນ ທີ່ສາມາດກໍ່ໃຫ້
ເກີດການຄັນ ເຄືອງຕາ ແລະ ຫາຍໃຈຍາກ.

ບັນດາເຈົ້າໜ້າທີ່ຍັງໄດ້ເຕືອນ ກ່ຽວກັບ ອັນຕະລາຍຈາກພູໄຟອີິກອັນນຶ່ງ, ເຊິ່ງແມ່ນ
ໃຍແກ້ວທີ່ແຫຼມ ແລະ ບາງຂອງພູໄຟ, ທີ່ຮູ້ຈັກກັນໃນຊື່ “ຜົມຂອງ ເປ່ເລ,” ເຊິ່ງອ້າງອີງ
ເຖິງແມ່ອັກຄະນີຂອງ ຮາວາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG