ຮ້ານອາຫານ ເປັນທຸລະກິດນຶ່ງ ທີ່ຄົນລາວຫຼາຍໆຄົນຢາກດໍາເນີນກິດ ຈະການ, ແຕ່ຜູ້ປະກອບການ ມີເປົ້າໝາຍທີ່ຈະໄປເປີດຮ້ານອາຫານ ໃນຕ່າງ ປະເທດຄວນຈະດໍາເນີນໄປແບບໃດ ເພື່ອໃຫ້ປະສົບຜົນສໍາເລັດ, ທິບສຸດາ ມີລາຍງານກ່ຽວກັບການປະກອບທຸລະກິດຮ້ານອາຫານ ຂອງຜູ້ປະກອບການໃນເນເທີແລນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການເປີດທຸລະກິດຮ້ານອາຫານໃນແຕ່ລະປະເທດ ກໍມີຫຼາຍຂັ້ນຕອນ ແລະຫຼາຍກໍລະນີແຕກຕ່າງກັນ, ເຊິ່ງມັນກໍຂຶ້ນຢູ່ກັບນະໂຍບາຍ ແລະລະບຽບການຂອງປະເທດນັ້ນໆ. ແຕ່ ທ່ານຄໍາໄມ ຈັນທະວົງ ພໍ່ຄົວຊາວລາວ ທີ່ໄປເປີດທຸລະກິດຮ້ານອາຫານໃນເນເທີແລນ ກ່າວໃຫ້ຟັງວ່າ:
“ກ່ອນຊິເປີດຮ້ານນິ ເຮົາກໍຕ້ອງຮຽນຮູ້ໜ້ອຍນຶ່ງກ່ອນກ່ຽວກັບພື້ນຖານການເຮັດທຸລະກິດ ຮ້ານອາຫານນີ້ ກໍຄື ທາງຮອນແລນ (ເນເທີແລນ) ເຂົາເຈົ້າເອີ້ນວ່າ ທຸລະກິດໂຮລິກ້າ, ຄົ້ນຄວ້າກ່ຽວກັບ ເຮົາຕ້ອງຕິດຕໍ່ທາງໃດກ່ອນ ແລະກະເສຍພາສີຈັງໃດ ຈັ່ງຊີ້ນະ, ຈາກຮ້ານອາຫານຝຣັ່ງ ປ່ຽນເປັນຮ້ານອາຫານລາວ, ປ່ຽນຊື່, ແລະກະຂໍໃບຂາຍເຫຼົ້າແນ່, ຂາຍເບຍແນ່, ຂໍໃບນໍາເອົາຂອງໄທ ຫຼືວ່າຂອງລາວເຂົ້າມາແນ່ ຈັ່ງຊີ້ນະ, ມີໃບທີ່ເຮົາຮຽນກຸກມາ ຮຽນການບໍລິການມາ ເຮົາກໍສາມາດເອົາໃບນີ້ໄປທຽບເອົາວ່າ ເຮົາສາມາດເປີດໄດ້ບໍ.”
ຜູ້ປະກອບການກ່າວວ່າ ໃນເມື່ອກ່ອນ ຕະຫຼາດສະໜອງເຄື່ອງຂອງເອເຊຍແມ່ນບໍ່ມີໃນຂົງເຂດທີ່ເພິ່ນອາໄສຢູ່, ດັ່ງນັ້ນ ເພິ່ນຈະສັ່ງສິນຄ້ານໍາເຂົ້າເປັນຫຼັກ. ເພາະສະນັ້ນ ເອກະສານຂໍອະນຸຍາດນໍາເຂົ້າ ກໍເປັນສິ່ງນຶ່ງທີ່ສໍາຄັນ, ແຕ່ປັດຈຸ ບັນ ທາງຮ້ານຈະມີບໍລິສັດມາສົ່ງສ່ວນປະກອບຂອງອາຫານໃນ 2 ຄັ້ງຕໍ່ອາທິດ.
ທ່ານຄໍາໄມກ່າວວ່າ ຮ້ານອາຫານຂອງເພິ່ນ ຊື່ຮ້ານ ‘Mekong Thai-Lao Restaurant,’ ໂດຍມີນູຫຼັກໆຂອງອາຫານ ຈະເນັ້ນໄປທາງອາຫານລາວເປັນສ່ວນຫຼາຍ ແລະເພີ້ມເຕີມເມນູອາຫານລາວຕາມລະດູການ, ເຊິ່ງຮ້ານ ຕັ້ງຢູ່ເມືອງເດລ.
ເພິ່ນກ່າວວ່າ ສາເຫດທີ່ເລືອກຊື່ນີ້ ເນື່ອງຈາກວ່າ: ຢາກເນັ້ນການຄ້າຂາຍໃສ່ສິ່ງທີ່ຄົນຮູ້ຈັກຫຼາຍເປັນຫຼັກ, ເພາະຄົນຈະໃຫ້ຄວາມສົນໃຈ ໃນຈຸດນີ້ກ່ອນ ແລ້ວຈຶ່ງມອງຫາສິ່ງໃໝ່ນໍາຫຼັງ
ຜູ້ປະກອບການກ່າວໃຫ້ຟັງວ່າ ເພິ່ນຊື້ຮ້ານໃນລາຄາປະມານ 1,000,000 ຢູໂຣ ໂດຍລະບົບເງິນຜ່ອນ, ໝາຍຄວາມວ່າ ເພິ່ນຊື້ຮ້ານດັ່ງກ່າວດ້ວຍລະບົບສິນເຊື່ອ ເຊິ່ງມີຍາດຜູ້ໃຫຍ່ຢູ່ໃນເນເທີແລນເປັນຜູ້ຊ່ວຍໃນເລື້ອງລະບົບການເງິນ.
ເນື່ອງຈາກຮ້ານອາຫານທີ່ເພິ່ນເປີດກິດຈະການນັ້ນຕັ້ງຢູ່ໃຈກາງເມືອງ ໂດຍເປັນ ສູນກາງການທ່ອງທ່ຽວ ແລະເປັນແຫຼ່ງຊຸມຊົນ, ດັ່ງນັ້ນ ລູກຄ້າຂອງເພິ່ນຈະມີຫຼາຍໃນທຸກໆມື້, ເຊິ່ງຮ້ານຈະບັນຈຸລູກຄ້າໄດ້ 90 ຄົນ, ແລະໃນຊ່ວງລະດູຮ້ອນ ຈະມີໂຕະເສີມຢູ່ໜ້າຮ້ານ 7 ໂຕະ, ແລະແຕ່ລະໂຕະ ຈະນັ່ງໄດ້ 4 ຄົນ. ສະນັ້ນ, ການກໍານົດເວລາໃນການເປີດຮ້ານ ກໍເປັນສິ່ງສໍາຄັນເຊັ່ນກັນ ໂດຍທ່ານຄໍາໄມກ່າວວ່າ: ຍາມຮ້ອນຄົນອອກມາຫຼາຍ ດັ່ງນັ້ນ ເພິ່ນຈະເປີດຮ້ານທຸກໆມື້ ແຕ່ 12 ໂມງຕອນສວາຍ ຫາ 10 ໂມງແລງ, ສ່ວນຍາມໜາວ ຈະເປີດແຕ່ 4 ໂມງ ຫາ 10 ໂມງແລງ.
ແນວໃດກໍຕາມ, ການປັບລົດຊາດໃຫ້ຖືກປາກລູກຄ້າ ຄືສິ່ງສໍາຄັນຫຼັກເຊັ່ນກັນ ເຊິ່ງອາຫານທີ່ລູກຄ້ານິຍົມຫຼາຍ ຈະເປັນອາຫານປະເພດຊຸດດັ່ງທີ່ຜູ້ປະກອບການກ່າວດັ່ງນີ້:
“ສ່ວນຫຼາຍກະເປັນໄກ່ຜັດເມັດໝາກໝ່ວງ, ແກງຂຽວຫວານຈັ່ງຊິ, ພວກຍໍາເນື້ອບໍຈັ່ງຊິ ກໍຂາຍດີຄືກັນ, ຕໍາໝາກຫຸ່ງກະຂາຍດີເດະ.”
ອາຫານຈະມີການກໍານົດລາຄາແຕກຕ່າງກັນ ຕົວຢ່າງ: ຕໍາໝາກຫຸ່ງໃສ່ກຸ້ງ ລາຄາ 21.95 ຢູໂຣ, ໜຶ້ງຜັກໜຶ້ງປາ ຊຸດລະ 29.95 ຢູໂຣ, ແກງໜໍ່ໄມ້ ຊຸດລະ 25 ຢູໂຣ, ແກງຂຽວຫວານຊຸດລະ 21 ຢູໂຣ ແລະອື່ນໆ.
ຜູ້ປະກອບການກ່າວວ່າ: ສິ່ງສໍາຄັນອີກອັນນຶ່ງໃນການເປີດຮ້ານຢູ່ຕ່າງປະເທດກໍຄື ການເອົາໃຈໃສ່ຕໍ່ລາຍລະອຽດທຸກຢ່າງຂອງຮ້ານ ນັບຕັ້ງແຕ່ລາຍລະອຽດຂອງອາຫານ, ຄວາມຕ້ອງການຂອງລູກຄ້າ ແລະທີ່ສໍາຄັນທີ່ສຸດ ການໃຫ້ຄວາມສໍາຄັນຕໍ່ພະນັກງານພາຍໃນຮ້ານ ເພາະຈະເຮັດໃຫ້ເຮົາມີອົງກອນທີ່ໝັ້ນຄົງ, ເຊິ່ງພະນັກງານໃນຮ້ານທີ່ເຮັດວຽກນໍາກັນມາຕັ້ງແຕ່ເປີດຮ້ານ ມີທັງໝົດ 11 ຄົນ.
ທ່ານຄໍາໄມກ່າວວ່າ ເປີດຮ້ານມາໄດ້ 12 ປີ, ທຸກຢ່າງດໍາເນີນໄປໄດ້ດີຫຼາຍ, ຫຼາຍໆຢ່າງເຂົ້າທີ່ເຂົ້າທາງ, ມີລາຍຮັບອາທິດນຶ່ງບໍ່ຫຼຸດ 15,000 ຢູໂຣ. ອາດຈະຍາກໃນຊ່ວງທໍາອິດກ່ອນເຮົາເປີດກິດຈະການ. ສະນັ້ນ, ການສຶກສາຂໍ້ມູນ ແມ່ນສິ່ງຈໍາເປັນ ແລະສໍາຄັນ.
ສະຫຼຸບລວມແລ້ວ, ການດໍາເນີນທຸລະກິດຮ້ານອາຫານລາວໃນເນເທີແລນ ກໍສາມາດສ້າງລາຍຮັບໄດ້ດີ ແລະເປັນທີ່ຍອມຮັບຂອງລູກຄ້າຊາວຢູໂຣບໄດ້ເຊັ່ນກັນ ພຽງແຕ່ຜູ້ປະກອບການ ຕ້ອງຮູ້ຈັກປັບເທັກນິກເລັກນ້ອຍໃຫ້ລູກຄ້າຮູ້ຈັກ, ຈາກນັ້ນ ກໍປັບປຸງລົດຊາດໃຫ້ຖືກປາກຂອງລູກຄ້າ ແຕ່ຍັງຄົງເນັ້ນສະພາບອາຫານແບບດັ້ງເດີມຢູ່, ແລະຈະຕ້ອງຮູ້ພາສາດັສເປັນຢ່າງດີ ເພາະປະເທດດັ່ງກ່າວຈະອະນຸຍາດອອກໜັງສືພົນລະເມືອງທີ່ມາອາໄສຢູ່ປະເທດຕົນໄດ້ ສະເພາະຜູ້ທີ່ເສັງຜ່ານພາສາຂອງຕົນເທົ່ານັ້ນ.