ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລັດເວຍ ບໍ່ຍອມຮັບເອົາ ພາສາຣັດເຊຍ ເປັນພາສາທາງການ


ການລົງປະຊາມະຕິທີ່ລັດເວຍ.
ວັນທີ 19 ກຸມພາ 2012.
ການລົງປະຊາມະຕິທີ່ລັດເວຍ. ວັນທີ 19 ກຸມພາ 2012.

ຜົນຂັ້ນ​ຕົ້ນຂອງ​ການ​ລົງປະຊາມະຕິທີ່​ປະ​ເທດລັ​ດ​ເວ​ຍ​ ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນລັດ​ເວຍ​ຜູ້​ມີ​ສິດປ່ອນບັດ​ ​ໄດ້​ປະຕິ​ເສດ​ຢ່າງ​ຖ້ວມ​ລົ້ນ​ຕໍ່​ຂໍ້​ສະ​ເໜີທີ່​ຈະ​ເຮັດໃຫ້​ພາສາ​ຣັດ​ເຊຍ​ເປັນ​ພາສາ​ທາງ​ການ​ທີ​ສອງໃນ​ປະເທດ​ຂອງ​ເຂົາ​ເຈົ້ານັ້ນ.

ປະມານ 1 ສ່ວນ 3 ຂອງ​ພົນລະ​ເມືອງ 2 ລ້ານຄົນ​ໃນ​ປະ​ເທດ​ໃນ​ເຂດທະ​ເລ Baltic ​ແຫ່ງ​ນີ້ ​ຖື​ວ່າ ພາສາຣັດ​ເຊຍ​ເປັນ​ພາສາ​ຂອງ​ເຂົາ​ເຈົ້າ​ແລະທໍາ​ການ​ຕໍ່ສູ້​ມາ​ເພື່ອ​ຢາກ​ໃຫ້​ພາສາ​ດັ່ງກ່າວ​ເປັນ​ພາສາ​ທາງ​ການ​ພ້ອມ​ກັບ​ພາສາ​ລັດ​ເວ​ຍນັ້ນ. ​ໃນ​ວັນ​ເສົາ​ວານ​ນີ້ ພວກ​ຜູ້​ປ່ອນ​ບັດ​ພາກັນ​ອອກໄປ​ລົງ​ຄະ​ແນນ​ສຽງ ​ເພື່ອ​ຮັບ​ເອົາ​ຫລື​ປະຕິ​ເສດ​ຕໍ່​ພາສາຣັດ​ເຊຍ​ນີ້ ຊຶ່ງ​ປະຊາຊົນ
ຫລາຍ​ຄົນ​ໃນ​ລັດ​ເວ​ຍຖື​ວ່າ​ ເປັນ​ພາສາ​ຂອງ​ພວກທີ່​ຄອບຄອງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໃນ​ອະດີດ.

ຫລັງ​ຈາກບັດ​ຄະ​ແນນ​ສຽງ​ສ່ວນ​ໃຫຍ່ໄດ້​ຖືກ​ນັບ​ໄປ​ແລ້ວ​ນັ້ນ ພວກ​ປະຊາຊົນ​ທີ່​ໄປ​ປ່ອນ​ບັດ
ໃນ​ຈໍານວນ 3/4 ຄັດຄ້ານ​ຕໍ່ການ​ເອົາພາສາຣັດ​ເຊຍ ​ມາ​ເປັນ​ພາສາ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ.

XS
SM
MD
LG