ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ຄັ້ງຫຼ້າສຸດ ໃນປະເທດ ເມັກຊິໂກ ໄດ້ສັງຫານ ປະຊາຊົນ ຢ່າງໜ້ອຍ 2 ຄົນ


ສະມາຊິກຂອງໜ່ວຍກູ້ໄພເຄື່ອນຍ້າຍຊາກຫັກພັງຂອງຕຶກທີ່
ພັງລົງມາ ຫຼັງຈາກແຜ່ນດິນໄຫວໃນນະຄອນຫຼວງ ເມັກຊິໂກ ຊີຕີ້, 24 ກັນຍາ, 2017.
ສະມາຊິກຂອງໜ່ວຍກູ້ໄພເຄື່ອນຍ້າຍຊາກຫັກພັງຂອງຕຶກທີ່ ພັງລົງມາ ຫຼັງຈາກແຜ່ນດິນໄຫວໃນນະຄອນຫຼວງ ເມັກຊິໂກ ຊີຕີ້, 24 ກັນຍາ, 2017.

ແຜ່ນດິນໄຫວຄັ້ງຮ້້້າຍແຮງທີ່ໄດ້ເກີດຂຶ້ນໃນປະເທດ ເມັກຊິໂກ ເມື່ອວັນເສົາວານີ້ ເຮັດ
ໃຫ້ຄົນເສຍຊີວິດສອງຄົນ, ເຊິ່ງກະຕຸ້ນໃຫ້ມີການຕື່ນຕົວຄັ້ງໃໝ່ ໃນປະເທດທີ່ກຳລັງດີ້ນ
ຮົນ ເພື່ອຟື້ນຟູຕົນ ຈາກເຫດແຜ່ນດິນໄຫວສອງຄັ້ງເມື່ອບໍ່ດົນມານີ້ ທີ່ມີຜູ້ເສຍທັງໝົດ
ປະມານ 400 ຄົນ.

ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ ກ່າວວ່າ ແຜ່ນດິນໄຫວຄັ້ງໃໝ່ມີຄວາມ
ແຮງ 6.1 ແລະ ສູນກາງການສັ່ນສະເທືອນແມ່ນຢູ່ໃນລັດ Oaxaca ທີ່ຕັ້ງຢູ່ພາກໃຕ້
ຂອງປະເທດ, ປະມານ 360 ກິໂລແມັດທາງພາກຕາເວັນອອກສຽງໃຕ້ຈາກນະຄອນ
ຫຼວງ, ເຊິ່ງຍັງມືນງົງຈາກແຜນດິນໄຫວຄວາມແຮງ 7.1 ຂອງວັນອັງຄານທີ່ຜ່ານມາ
ທີ່ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 300 ຄົນເສຍຊີວິດ.

ບັນດາເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວໃນວັນເສົາວານນີ້ ແມ່ນສາມາດຮູ້ສຶກໄດ້ໃນ
ນະຄອນຫຼວງ ເມັກຊິໂກ ຊີຕີ້, ເຊິ່ງຕຶກອາຄານຕ່າງໆໃນຄອນຫຼວງສັ່ນໄປມາ.

ອົງການໄພພິບັດຂອງ ເມັກຊິໂກ ໄດ້ກ່າວວ່າ ແຜ່ນດິນໄຫວຄັ້ງຫຼ້າສຸດແມ່ນແຜ່ນດິນ
ໄຫວນ້ອຍຂອງ ແຜ່ນດິນໄຫວທີ່ມີຄວາມແຮງ 8.1 ທີ່ໄດ້ເກີດຂຶ້ນໃນຊາຍຝັ່ງພາກໃຕ້
ຂອງ ເມັກຊິໂກ ໃນວັນທີ 7 ກັນຍາທີ່ຜ່ານມາ, ເຊິ່ງປະຊາຊົນເກືອບ 100 ໄດ້ເສຍຊີວິດ.

ພະນັກງານກູ້ໄພໄດ້ສືບຕໍ່ ຄົ້ນຜ່ານຊາກຫັກພັງ ຈາກແຜ່ນດິນໄຫວຂອງວັນອັງຄານທີ່
ຜ່ານມາ, ແຕ່ໄດ້ຢຸດການປະຕິບັດງານຂອງເຂົາເຈົ້າໄວ້ຊົ່ວຄາວ ຍ້ອນແຜ່ນດິນໄຫວ
ຂອງວັນເສົາວານນີ້, ອີງຕາມອົງການປົກປ້ອງພົນລະເຮືອນຂອງ ເມັກຊິໂກ.

ພະນັກງານກູ້ໄພຂອງ ເມັກຊິໂກ, ເຊິ່ງໄດ້ຮັບການສະໜັບສະໜູນໂດຍກຸ່ມຕ່າງໆຈາກ
ທົ່ວໂລກ, ລວມທັງ ອິສຣາແອລ, ຍີ່ປຸ່ນ ແລະ ສະຫະ ລັດ, ໄດ້ຊ່ວຍເຫຼືອປະຊາຊົນຢ່າງ
ໜ້ອຍ 60 ຄົນໃນນະຄອນຫຼວງ ເມັກຊິໂກ ຊີຕີ້ ແລະ ເມືອງທີ່ຢູ່ອ້ອມຂ້າງ.

ໃນວັນພະຫັດທີ່ຜ່ານມາ, ອົງການພັດທະນາສາກົນຂອງ ສະຫະລັດ ໄດ້ສົ່ງກຸ່ມຜູ້ຊ່ວຍ
ເຫຼືອໄພພິບັດຫຼາຍກວ່າ 60 ຄົນ, ເຄື່ອງມືຕ່າງໆ ແລະ ອຸປະກອນການແພດໄປນະ
ຄອນຫຼວງ ເມັກຊິໂກ ຊີຕີ້.

ໃນຂະນະທີ່ບັນດາເຈົ້າໜ້າທີ່ຍັງຄົງເພັ່ງເລັງໃສ່ການຄົ້ນຫາຜູ້ລອດຊີວິດ ແລະ ເບິ່ງ
ແຍງຜູ້ທີ່ໄດ້ຮັບບາດເຈັບໃນແຜ່ນດິນໄຫວຂອງວັນອັງຄານທີ່ຜ່ານມານັ້ນ, ພວກຜູ້ທີ່
ຊີວິດທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍນັ້ນມີການສົງໄສວ່າ ແມ່ນຍັງຈະເກີດຂຶ້ນກັບ
ເຂົາເຈົ້າຢູ່.

ເຮືອນປະມານ 2,000 ຫຼັງ ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ ເຊິ່ງຫຼາຍຫຼັງ
ແມ່ນອາໄສຢູ່ບໍ່ໄດ້, ເຮັດໃຫ້ເຈົ້າຂອງເຮືອນກາຍເປັນຜູ້ບໍ່ມີບ່ອນຢູ່.

ເມັກຊິໂກ ໄດ້ຈັດຕັ້ງບ່ອນພັກລີ້ໄພຂຶ້ນ 50 ແຫ່ງໃຫ້ແກ່ຜູ້ລອດຊີວິດຈາກແຜ່ນດິນໄຫວ,
ແຕ່ບາງຄົນໄດ້ເລືອກທີ່ຈະນອນຢູ່ຖະໜົນ, ຍ້ອນຢ້ານແຜ່ນດິນໄຫວນ້ອຍຈະເກີດຂຶ້ນ
ຕື່ມອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG