ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫຼ້າ​ສຸດ: ທະ​ຫານ​ຢູ​ເຄ​ຣນ ​ໂຈມ​ຕີເຂດມາ​ຄີ​ຟ​ກາ ທີ່​ຍຶດ​ຄອງໂດຍຣັດ​ເຊຍ

​ຊາວ​ເມືອງ​ຄົນ​ນຶ່ງ​ຢືນ​ຢູ່​ໃນ​ຮ້ານ​ທີ່​ລາວ​ເຊົາ​ທີ່​ຖືກ​ທຳ​ລາຍຢູ່ໃນ​ຄວາມ​ຂັດ​ແຍ້ງ​ການ​ລະ​ຫວ່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນໃນ​ເມືອງ Makiivka ຢູ່ນອກ​ເຂດ Donetsk ຊຶ່ງ​ເປັນ​ພາກ​ສ່ວນ​ນຶ່ງ​ທີ່​ຍຶດ​ຄອງ​ໂດຍ​ຣັ​ດເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 2 ມິ​ຖຸ​ນາ, 2023.

ກອງທັບ​ຢູ​ເຄຣນກ່າວ​ວ່າ ຕົນ​ໄດ້​ທຳລາຍຄ້າຍ​ທະ​ຫານແຫ່ງ​ນຶ່ງ​ຂອງຣັດ​ເຊຍ ຢູ່​ໃນ ​ເຂດໂດ​ເນດ (Donetsk) ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ຢູ​ເຄ​ຣນກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເຂດມາ​ຄີ​ຟ​ກາ (Makiivka) ທີ່​ຍຶດ​ຄອງ ໂດຍຣັດ​ເຊຍ​.

ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຢູ​ເຄ​ຣນ​ໄດ້​ສັງຫານ​ພົນລະ​ເຮືອນ​ຄົນ​ນຶ່ງ ​ແລະ​ເຮັດ​ໃຫ້ 36 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຢູ​ເຄຣນ ແລະຣັດ​ເຊຍຕ່າງ​ກໍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ ​ຝ່າຍກົງ​ກັນ​ຂ້າມ​ໄດ້​ວາງ​ແຜນ​ໂຈມ​ຕີ​ໂຮງ​ໄຟຟ້າ​ນີວ​ເຄລຍຊາ​ໂປ​ຣີ​ສ​ເຊຍ (Zaporizhzhia) ທີ່​ຖືກ​ຍຶດ​ຄອງ ໂດຍຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຢູ​ເຄຣນ.

ສະຖານທີ່ດັ່ງກ່າວເປັນຈຸດໃຈກາງຂອງຄວາມຢ້ານກົວວ່າ​ ຈະ​ມີຄວາມຂັດແຍ້ງກັນ ເຊັ່ນນັ້ນ​ເກີດ​ຂຶ້ນຫລາຍ ນັບຕັ້ງແຕ່ຣັດເຊຍໄດ້ທຳ​ການບຸກລຸກໃນເດືອນກຸມພາ 2022 ເປັນ​ຕົ້ນ​ມາ. ອົງການສິ້ງ​ຊອມດ້ານນິວເຄລຍຂອງສະຫະປະຊາຊາດໄດ້ເຕືອນ ຫຼາຍ ຄັ້ງ​ແລ້ວ ກ່ຽວກັບໄພພິບັດທີ່​ອາດເປັນໄປໄດ້ ຍ້ອນ​ການທີ່ມີການຍິງປືນຖະ​ຫລົ່ມໃສ່ ພື້ນທີ່ ທີ່ທັງຣັດເຊຍ ແລະຢູເຄຣນຕ່າງ​ກໍຖິ້ມໂທດໃສ່ກັນ​ແລະ​ກັນແຫ່ງນັ້ນ.

ປະທານາທິບໍດີ​ຢູ​ເຄຣນ ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ໌​ກີ ກ່າວ​ວ່າ ທ່ານ​ໄດ້​ສົນທະນາ​ຫາ​ລື ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ທາງ​ໂທລະສັບ​ກັບ​ປະທານາທິບໍດີ​ຝຣັ່ງ, ທ່ານ ​ເອມ​ມາ​ນູ​ແອ​ລ ມາກ​ຣົງ.

ໂຮງ​ໄຟຟ້າ​ນີວ​ເຄລຍຊາ​ໂປ​ຣີ​ສ​ເຊຍ, ພາບ​ຖ່າຍ​ໃນ​ວັນ​ທີ 9 ມິ​ຖຸ​ນາ, 2023. ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ຖືກ​ຍຶດ​ຄອງ​ໂດຍ​ຣັດ​ເຊຍນັບ​ແຕ່​ປີ 2022 ເປັນ​ຕົ້ນ​ມາ.
ໂຮງ​ໄຟຟ້າ​ນີວ​ເຄລຍຊາ​ໂປ​ຣີ​ສ​ເຊຍ, ພາບ​ຖ່າຍ​ໃນ​ວັນ​ທີ 9 ມິ​ຖຸ​ນາ, 2023. ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ຖືກ​ຍຶດ​ຄອງ​ໂດຍ​ຣັດ​ເຊຍນັບ​ແຕ່​ປີ 2022 ເປັນ​ຕົ້ນ​ມາ.

“ດຽວນີ້ຄົນ​ໝົດ​ທັງໂລກຕ້ອງຮັບຮູ້ວ່າ ຄວາມໝັ້ນ​ຄົງ​ລວມ ແມ່ນ​ຂຶ້ນ​ຢູ່ກັບຄວາມສົນ ໃຈຂອງຄົນທົ່ວໂລກ ຕໍ່ການກະທຳຂອງຜູ້​ຍຶດ​ຄອງໂຮງໄຟ​ຟ້າ​ນັ້ນ. ຣັດເຊຍ ຕ້ອງຮັບຮູ້ ຢ່າງຈະແຈ້ງວ່າ ໂລກໄດ້ເຫັນສະຖານະການອັນ​ທີ່ພວກກໍ່ການ ຮ້າຍກໍາລັງກະກຽມ ເຮັດຢູ່ ແລະໂລກພ້ອມທີ່ຈະຕອບໂຕ້​ຄືນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ເຊ​ເລນ​ສ໌​ກີທີ່ ກ່າວ ຢູ່ໃນຄໍາປາໄສໃນຕອນກາງຄືນວັນອັງຄານຜ່ານ​ມາ. "ກຳ​ມັນ​ຕະ​ພາບລັງສີແມ່ນ ໄພຂົ່ມຂູ່ຕໍ່ທຸກຄົນໃນໂລກ, ແລະໂຮງໄຟຟ້ານິວເຄຼຍຕ້ອງ ໄດ້ຮັບການປົກປ້ອງຢ່າງ ເຕັມສ່ວນບໍ່​ໃຫ້​ມີເຫດການກຳ​ມັນ​ຕະ​ພາບ​ລັງສີເກີດ​ຂຶ້ນ."

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG