ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼ້າສຸດໃນຢູເຄຣນ: ຣັດເຊຍ ໂຈມຕີເປົ້າໝາຍຕ່າງໆຢູ່ໃນນະຄອນຫຼວງ ກີຢິບ ແລະ ໂອເດຊາ


ນາງ ສວິດລານາ, ຜູ້ທີ່ຢາກໃຫ້ລະບຸພຽງແຕ່ຊື່ແທ້ຂອງນາງ ກຳລັງບາຍຮູບຂອງລູກຊາຍ ທ້າວ ວລາດີສລາບ ເຊີຣເນຍຄອບ, ຢູ່ທີ່ສຸສານ ໃນເມືອງບູຊາ (Bucha) ຂອງຢູເຄຣນ, ວັນທີ 18 ກໍລະກົດ 2023. ທະຫານຢູເຄຣນທີ່ໄດ້ເສຍຊີວິດ ຢູ່ໃກ້ເມືອງອາບດີບກາ ໃນຂົງເຂດໂດເນັສ ຂອງຢູເຄຣນ.
ນາງ ສວິດລານາ, ຜູ້ທີ່ຢາກໃຫ້ລະບຸພຽງແຕ່ຊື່ແທ້ຂອງນາງ ກຳລັງບາຍຮູບຂອງລູກຊາຍ ທ້າວ ວລາດີສລາບ ເຊີຣເນຍຄອບ, ຢູ່ທີ່ສຸສານ ໃນເມືອງບູຊາ (Bucha) ຂອງຢູເຄຣນ, ວັນທີ 18 ກໍລະກົດ 2023. ທະຫານຢູເຄຣນທີ່ໄດ້ເສຍຊີວິດ ຢູ່ໃກ້ເມືອງອາບດີບກາ ໃນຂົງເຂດໂດເນັສ ຂອງຢູເຄຣນ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ກອງກຳລັງຂອງຣັດເຊຍ ໄດ້ດຳເນີນການໂຈມຕີທາງອາກາດຕໍ່ຂົງເຂດໂອເດຊາ ໃນພາກໃຕ້ຂອງ ຢູເຄຣນ ເປັນຄ່ຳຄືນທີສອງລຽນຕິດ ໃນຂະນະດຽວກັນ ຍັງແນເປົ້າໝາຍໃສ່ ນະຄອນຫຼວງກີຢິບ ແລະພື້ນທີ່ອື່ນໆນຳດ້ວຍ.

ທ່ານໂອເລ ຄິບເປີ ຜູ້ປົກຄອງຂົງເຂດໂອເດຊາ ໄດ້ເອີ້ນການໂຈມຕີດັ່ງກ່າວວ່າ “ແຮງຫຼາຍ” ແລະຮຽກຮ້ອງໃຫ້ປະຊາຊົນ ຢູ່ໃນບ່ອນລີ້ໄພແຫ່ງຕ່າງໆ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ກອງທັບໄດ້ຍິງໂດຣນ ຊາເຮດ ທີ່ຜະລິດໂດຍອີຣ່ານ 23 ລຳ ໃນຈຳນວນທັງ​ໝົດ 32 ລຳຕົກ ແລະ ລູກສອນໄຟນຳວິຖີ 14 ລູກ ທີ່ຣັດເຊຍໄດ້ຍິງມານັ້ນ ຕົກເຊັ່ນກັນ.

ສ່ວນທ່ານເຊີຮີ ປັອບໂກ ຫົວຝ່າຍບໍລິຫານດ້ານການທະຫານຂອງເມືອງກີຢິບ ໄດ້ກ່າວຢູ່ໃນເທເລີແກຣມ ວ່າ ລະບົບປ້ອງກັນໄພທາງອາກາດ ໄດ້ສະກັດກັ້ນເຮືອບິນໂດຣນທັງໝົດໄດ້ ທີ່ແນໃສ່ກີຢິບ ແລະວ່າ ບໍ່ມີລາຍງານຂອງການເສຍຫາຍ ໃນທັນທີທັນໃດ.

ທ່ານປັອບໂກ ໄດ້ກ່າວວ່າ “ຄ່ຳຄືນແຫ່ງຄວາມລຳບາກຂອງການໂຈມຕີທາງອາກາດສຳລັບຢູເຄຣນທັງໝົດ.”

ຫຼັງຈາກການໂຈມຕີທາງອາກາດຂອງຄ່ຳຄືນທຳອິດ ຊຶ່ງໂອເດຊາ ຖືກຖະຫລົ່ມ ແລະເມືອງມີໂກລາ​ອິບຢູ່ໃກ້ຄຽງ ຣັດເຊຍໄດ້ກ່າວໃນວັນອັງຄານວານນີ້ ຊຶ່ງມັນເປັນການກະທຳຕອບໂຕ້ຄືນສຳລັບການໂຈມຕີເມື່ອວັນຈັນຜ່ານມາ ທີ່ໄດ້ສ້າງຄວາມເສຍຫາຍແກ່ຂົວສຳຄັນ ທີ່ຣັດເຊຍນຳໃຊ້ໃນການລຳລຽງໃຫ້ກອງທັບຂອງຕົນຢູ່ໃນແຫຼມຄຣາຍເມຍ.

Ukrainian officials said Wednesday that Russian forces carried out airstrikes on the Odesa region in southern Ukraine for a second consecutive night while also targeting the capital, Kyiv, and other areas.

Oleh Kiper, the Odesa regional governor, called the attack "powerful" and urged people to stay in shelters.

Ukraine's air force said the military downed 23 of 32 Iranian-made Shahed drones and 14 cruise missiles that Russia launched.

Serhii Popko, the head of Kyiv’s city military administration, said on Telegram that air defenses intercepted all of the drones that targeted Kyiv and that there were no immediate reports of damage.

"A difficult night of air attacks for all of Ukraine," Popko said.

After the first night of aerial attacks, which hit Odesa and nearby Mykolaiv, Russia said Tuesday it was acting in retaliation for an attack Monday that damaged a key bridge Russia used to supply its military in the Crimean Peninsula.

XS
SM
MD
LG