ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດ​ເຊຍ ເວົ້າ​ວ່າ​ພວກ​ເຂົາ​ໄດ້​ຍັບ​ຢັ້ງ ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ ໃນ​ພາກ​ພື້ນ ໂດ​ເນັດ​ສ໌


ຈະຫຼວດ ຣັດ​ເຊຍ ຖືກ​ຍິງ​ເຂົ້າ​ໃສ່ ຢູ​ເຄ​ຣນ ຈາກ​ພາ​ກ​ພື້ນ ແບ​ລ​ໂກ​ຣອດ, ເຫັນ​ໄດ້​ຈາກ ຄາ​ກີບ, ຢູ​ເຄ​ຣນ, 4 ມິ​ຖຸ​ນາ 2023.
ຈະຫຼວດ ຣັດ​ເຊຍ ຖືກ​ຍິງ​ເຂົ້າ​ໃສ່ ຢູ​ເຄ​ຣນ ຈາກ​ພາ​ກ​ພື້ນ ແບ​ລ​ໂກ​ຣອດ, ເຫັນ​ໄດ້​ຈາກ ຄາ​ກີບ, ຢູ​ເຄ​ຣນ, 4 ມິ​ຖຸ​ນາ 2023.

ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ກອງ​ກຳ​ລັງ​ຂອງ​ພວກ​ເຂົາ​ໄດ້​ຍັບ​ຢັ້ງ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ຂອງ ຢູ​ເຄ​ຣນ ໃນ​ພາກ​ພື້ນ ໂດ​ເນັດ​ສ໌ ທາງ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ ເປົ້າ​ໝາຍ​ຂອງ​ຝ່າຍ ຢູ​ເຄ​ຣນ ແມ່ນ​ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ສິ່ງ​ທີ່​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ວ່າ​ອ່ອນ​ແອ​ທີ່​ສຸດ​ຢູ່​ຕາມ​ແນວ​ໜ້າ, ແຕ່​ວ່າ​ເຂົາ​ເຈົ້າ “ບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ.”

ຣັດ​ເຊຍ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ, ລວມ​ມີກອງ​ກຳ​ລັງ​ພາກ​ພື້ນ​ດິນ​ທີ 6 ແລະ ກອງ​ກຳ​ລັງ​ລົດ​ຖັງ​ສອງ​ກອງ​ພັນ.

ໂດ​ເນັດ​ສ໌ ແມ່ນ​ນຶ່ງ​ໃນ​ບັນ​ດາ​ເຂດ​ແດນ​ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ທີ່​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ອ້າ​ງວ່າ​ໄດ້​ຍຶດ​ເອົາ​ເມື່ອ​ປີ​ກາຍນີ້ ໃນ​ການ​ເຄື່ອນ​ໄຫວ ​ທີ່​ຖືກ​ປະ​ຕິ​ເສດ​ໂດຍ​ປະ​ຊາ​ຄົມ​ສາ​ກົນ.

ມັນ​ຍັງ​ບໍ່​ທັນ​ແນ່ນອນ​ວ່າ​ລາຍ​ງານ​ ກ່ຽວ​ກັບ ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ ນັ້ນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ຕອບ​ໂຕ້​ທີ່​ຖືກວາງ​ແຜນ​ມາ​ດົນ​ນານ​ແລ້ວ​ໂດຍ ຢູ​ເຄ​ຣນ ຫຼືບໍ່ ເພື່ອ​ພະ​ຍາ​ຍາມ​ຍາດ​ເອົາ​ເຂດ​ແດນ​ທີ່​ຖືກກອງ​ກຳ​ລັງ ຣັດ​ເຊຍ ຍຶດ​ໄປຫຼັງ​ຈາກ​ການ​ດຳ​ເນີນ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ ​ໃນ​ຕົ້ນ​ປີ​ກາຍນີ້​ກັບ​ມາ​ຄືນ​.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ລະ​ຫວ່າງ​ລາຍ​ງານ​ປະ​ຈຳ​ວັນ​ວ່າ ມັນ​ມີ​ການ​ປະ​ທະ​ກັນ 29 ຄັ້ງ ​ໃນ​ພາກ​ພື້ນ​ໂດ​ເນັດ​ສ໌ ແລະ ລູ​ຮານ​ສ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG