ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ກອງກຳລັງ ຣັດເຊຍ ໄດ້ໃຊ້ລູກສອນໄຟ ແລະ ໂດຣນ ເພື່ອດຳເນີນການໂຈມຕີຂ້າມຄືນຕໍ່ພາກພື້ນ ດິນິບໂປຣເປຕຣອບ, ເຮັດໃຫ້ຕຶກອາຄານໄດ້ຮັບຄວາມເສຍຫາຍ ແລະຢ່າງໜ້ອຍ 8 ຄົນໄດ້ຮັບບາດເຈັບ.
ຜູ້ປົກຄອງພາກພື້ນ ທ່ານ ເຊີຮີ ລີສັກ, ໄດ້ຂຽນຂໍ້ຄວາມໃນແອັບພລີເຄຊັ້ນ Telegram ວ່າ, ຄວາມເສຍຫາຍລວມມີຕຶກທີ່ຢູ່ອາໄສ ແລະ ລົດຫຼາຍຄັນ.
ກອງທັບອາກາດຂອງ ຢູເຄຣນ, ກໍໄດ້ຂຽນຂໍ້ຄວາມໃນ ແອັບພລີເຄຊັ້ນ Telegram ເຊັ່ນກັນວ່າການໂຈມຕີຂອງ ຣັດເຊຍ ປະກອບມີລູກສອນໄຟ 16 ລູກ ແລະ ໂດຣນ ຊາເຮັດ 20 ລຳ, ແລະ ວ່າລະບົບປ້ອງກັນໄພທາງອາກາດຂອງ ຢູເຄຣນ ໄດ້ຍິງລູກສອນໄຟນຳວິຖີຕົກ 4 ລູກ ແລະ ໂດຣນ 20 ລຳ.
ຣັດເຊຍ ໄດ້ຂະຫຍາຍການໂຈມຕີທາງອາກາດຂອງພວກເຂົາຕໍ່ ຢູເຄຣນ ໃນບໍ່ເທົ່າໃດອາທິດທີ່ຜ່ານມາ ໃນຂະນະທີ່ ຢູເຄຣນ ມີແຜນທີ່ຈະທຳການໂຈມຕີຕອບໂຕ້ ທີ່ແນເປົ້າໃສ່ການຍາດເອົາເຂດແດນຄືນຈາກກອງກຳລັງຂອງ ຣັດເຊຍ.
ບໍລິສັດພະລັງງານນິເຄລຍລັດຖະບານ ຢູເຄຣນ ໄດ້ກ່າວໃນວັນຈັນມື້ນີ້ວ່າການລະດົມຍິງຂອງ ຣັດເຊຍ ໄດ້ຕັດສາຍໄຟຟ້າຄວາມແຮງສູງ ທີ່ສະໜອງພະລັງງານຈາກພາຍນອກ ໃຫ້ໂຮງງານໄຟຟ້ານິວເຄລຍ ຊາໂປຣິສເຊຍ.