ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຖານະການຫຼ້າສຸດໃນຢູເຄຣນ ມີ ການໂຈມຕີ ແບບ 'ພິເສດ' ຂອງຣັດເຊຍ ທີ່ແນເປົ້າໝາຍໃສ່ ກີຢິບ ແຕ່ ລູກສອນໄຟທັງໝົດ 18 ລູກຖືກຍິງຕົກ


ໃນພາບນີ້ ສະໜອງໂດຍ ກະຊວງຮັກສາການໄພສຸກເສີນຂອງຢູເຄຣນ, ສະແດງໃຫ້ເຫັນນັກດັບເພີງຜູ້ນຶ່ງ ພະຍາຍາມດັບໄຟ ທີ່ເກີດຈາກຊິ້ນສ່ວນຂອງລູກສອນໄຟຂອງຣັດເຊຍ ຫຼັງຈາກມັນ ໄດ້ຖືກຍິງຕົກ ໂດຍລະບົບປ້ອງກັນໄພທາງອາກາດ ໃນລະຫວ່າງການໂຈມຕີຂອງຣັດເຊຍໃນນະຄອນຫຼວງກີຢິບຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.
ໃນພາບນີ້ ສະໜອງໂດຍ ກະຊວງຮັກສາການໄພສຸກເສີນຂອງຢູເຄຣນ, ສະແດງໃຫ້ເຫັນນັກດັບເພີງຜູ້ນຶ່ງ ພະຍາຍາມດັບໄຟ ທີ່ເກີດຈາກຊິ້ນສ່ວນຂອງລູກສອນໄຟຂອງຣັດເຊຍ ຫຼັງຈາກມັນ ໄດ້ຖືກຍິງຕົກ ໂດຍລະບົບປ້ອງກັນໄພທາງອາກາດ ໃນລະຫວ່າງການໂຈມຕີຂອງຣັດເຊຍໃນນະຄອນຫຼວງກີຢິບຂອງຢູເຄຣນ, ວັນທີ 16 ພຶດສະພາ 2023.

ຢູເຄຣນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຣັດເຊຍ ໄດ້ຍິງໂຈມຕີທາງອາກາດຫຼາຍຮອບໃນຕອນກາງຄືນຕໍ່ກີຢິບ ທີ່ວ່າ ເປັນ “ແບບພິເສດໃນຄວາມໜາແໜ້ນຂອງມັນ” ແຕ່ກອງກຳລັງຂອງຢູເຄຣນ ໄດ້ຍິງສະກັດລູກສອນໄຟທັງໝົດໄດ້ 18 ລູກ ທີ່ແນເປົ້າໝາຍໃສ່ນະຄອນຫຼວງ.

ທ່ານເຊີຮີ ປອບໂກ ຫົວໜ້າກອງກຳລັງຝ່າຍບໍລິຫານຂອງນະຄອນຫຼວງກີຢິບ ໄດ້ຂຽນລົງໃນສື່ສັງຄົມ ເທເລີແກຣມວ່າ ຈຸດເດັ່ນຂອງການໂຈມຕີ ແມ່ນ “ຈຳນວນທີ່ສູງສຸດຂອງການໂຈມຕີດ້ວຍລູກສອນໄຟ ໃນໄລຍະເວລາສັ້ນທີ່ສຸດ” ໂດຍສຽງລະເບີດແຕກດັງສະໜັ່ນໄປທົ່ວເມືອງ. ລູກສອນໄຟ 6 ລູກທີ່ໄດ້ຖືກທຳລາຍ ແມ່ນລູກສອນໄຟຂີປະນາວຸດໄວກວ່າສຽງ ທີ່ຊື່ວ່າ ຄິນສອລ (Kinzhal).

ເອກອັກຄະລັດຖະທູດອັງກິດ ທ່ານນາງເມີລິນດາ ຊິມມອນສ໌ ໄດ້ຂຽນລົງໃນທວີດເຕີ ວ່າ ການຍິງໂຈມຕີນັ້ນ ແມ່ນ “ຮຸນແຮງຫຼາຍ” ໂດຍກ່າວຕື່ມວ່າ “ສັ່ນ ແລະສະເທືອນຝາກຳແພງຕ່າງໆ ເປັນຄ່ຳຄືນທີ່ບໍ່ສະບາຍໃຈເລີຍ.”

ທ່ານປອບໂກ ໄດ້ກ່າວວ່າ ການໂຈມຕີທາງອາກາດ ເປັນການແນເປົ້າໝາຍໃສ່ກີຢິບ ຄັ້ງທີແປດແລ້ວ ນັບຕັ້ງແຕ່ຕົ້ນເດືອນນີ້ ຂະນະທີ່ຣັດເຊຍ ເພີ້ມທະວີການໂຈມຕີຂອງຕົນ ກ່ອນໜ້າການບຸກໂຈມຕີຂອງຢູເຄຣນທີ່ໄດ້ຄາດໝາຍກັນໄວ້ ຢູ່ໃນຂົງເຂດທາງພາກຕາເວັນອອກຂອງປະເທດ.

ຜູ້ປົກຄອງນະຄອນຫຼວງກີຢິບ ທ່ານວິຕາລີ ກລິຕຈ໌ໂກ ໄດ້ລາຍງານວ່າ ມີຊິ້ນສ່ວນຕ່າງໆຕົກລົງມາ ສ້າງຄວາມເສຍຫາຍຈຳນວນນຶ່ງ ໃນເຂດເມືອງຕ່າງໆຂອງນະຄອນຫຼວງ ລວມທັງໃນເຂດເມືອງ ໂຊໂລມີຢານສກີ ບ່ອນທີ່ມີສາມຄົນໄດ້ຮັບບາດເຈັບ.

ຣັດເຊຍໄດ້ຍິງລູກສອນໄຟຂີປະນາວຸດ ໄວກວ່າສຽງ ຄິນສອລ 6 ລູກ ຈາກເຮືອບິນລົບ MiG-31K, ລູກສອນໄຟນຳວິຖີ 9 ລູກ ຈາກກຳປັ່ນລົບໃນທະເລດຳ ແລະ ລູກສອນໄຟນຳວິຖີ S-400 ຈາກຖານພື້ນດິນ 3 ລູກ ທັງໝົດໄດ້ແນເປົ້າໝາຍໃສ່ນະຄອນຫຼວງ ໂຄສົກກອງທັບອາກາດຂອງຢູເຄຣນ ທ່ານຢູຣີ ອີນາຕ (Yurii Ihnat) ໄດ້ກ່າວໃນຖະແຫລງການສະບັບນຶ່ງຢູ່ໃນເທເລີແກຣມ.

ບັນດາປະເທດພັນທະມິດຕາເວັນຕົກຂອງຢູເຄຣນ ໄດ້ສະໜອງລະບົບປ້ອງກັນໄພທາງອາກາດທີ່ທັນສະໄໝໃຫ້ຢູເຄຣນ ທີ່ລວມມີ ລູກສອນໄຟເພທຣີອັອດ ຜະລິດໂດຍສະຫະລັດ ແລະພວກມັນໄດ້ຊ່ອຍກີຢິບ ຈາກໄພຫາຍະນະຂອງການທຳລາຍລ້າງຢ່າງກວ້າງຂວາງແບບທີ່ໄດ້ເຫັນໃນແຫ່ງອື່ນໆຂອງປະເທດ.

ຊິ້ນສ່ວນທີ່ເປັນເຫຼັກຈາກການໂຈມຕີໃນວັນອັງຄານວານນີ້ ໄດ້ຕົກລົງຢູ່ພາຍໃນສວນສັດຂອງກີຢິບ. ບັນດານັກຂ່າວຂອງອົງການຂ່າວເອພີ ໄດ້ກ່າວວ່າ ມັນມີເຄື່ອງໝາຍຂອງບໍລິສັດ ລັອກຮີດ ມາຣຕິນ ແລະໂບອິ້ງ ສອງບໍລິສັດທີ່ພົວພັນໃນການຜະລິດລະບົບລູກສອນໄຟເພທຣີອັອດ.

Ukraine said Tuesday Russia had launched a barrage of nighttime aerial attacks on Kyiv that was “exceptional in its density” but that Ukrainian forces had shot down all 18 missiles targeting the capital.

Serhiy Popko, head of Kyiv's city military administration, posted on Telegram that the attack featured “the maximum number of attack missiles in the shortest period of time,” with loud explosions booming across the city. Six of the destroyed missiles were hypersonic Kinzhal missiles.

British Ambassador Melinda Simmons tweeted that the barrage was "pretty intense," adding that “bangs and shaking walls are not an easy night."

Popko said the aerial attack was the eighth targeting Kyiv since the beginning of the month as Russia ramps up its attacks ahead of an expected Ukrainian counteroffensive in the eastern regions of the country.

Kyiv Mayor Vitali Klitschko reported falling debris caused damage in several of the capital city’s districts, including in the Solomyanskyi neighborhood, where three people were injured.

Russia launched the six Kinzhal aero-ballistic missiles from MiG-31K aircraft, nine cruise missiles from ships in the Black Sea and three land-based S-400 cruise missiles targeted the capital, Ukrainian Air Force spokesman Yurii Ihnat said in a statement on Telegram.

Ukraine’s Western allies have supplied sophisticated air defense systems, including American-made Patriot missiles, and they have helped spare Kyiv from the kind of widespread destruction seen elsewhere in the country.

A metal fragment from Tuesday’s attacks landed inside the Kyiv Zoo. Associated Press reporters said it was labeled Lockheed Martin and Boeing, two of the companies involved in the manufacture of the Patriot missile system.

XS
SM
MD
LG