ພາບຫລ້າສຸດ ຈາກຊີເຣຍ

1
ທະຫານເທີກີ ລາດຕະເວນ ຢູ່ໃນເຂດຊາຍແດນ ຕິດກັບຊີເຣຍ, ໃກ້ໆບ້ານ Hacipasa ໃນແຂວງ
Hatay, ເທີກີ, ວັນທີ 11 ຕຸລາ 2012.
Hatay, ເທີກີ, ວັນທີ 11 ຕຸລາ 2012.

2
ຄວັນຈາກປືນຄົກແລະການຍິງຕໍ່ສູ້ກັນ ລະຫວ່າງກອງທັບຊີເຣຍ ກັບພວກກະບົດ ໃນເມືອງ Azmarin ຕິດກັບ ຊາຍແດນເທີກີ, ຕາມທີ່ມອງເຫັນຈາກບ້ານ Hacipasa ໃນແຂວງ Hatay ຂອງເທີກີ, ວັນທີ 11 ຕຸລາ 2012.

3
ລົດຫຸ້ມເກາະຄັນນຶ່ງຂອງເທີກີ ແລ່ນອອກຈາກຄ້າຍແຫ່ງນຶ່ງ ໃນເຂດຊາຍແດນເທີກີ-ຊີເຣຍໃກ້ກັບບ້ານ Hacipasa ໃນແຂວງ Hatay, ພາກໃຕ້ຂອງເທີກີ, ວັນທີ9 ຕຸລາ 2012.

4
ພາບຈາກອົງການຂ່າວແຫ່ງຊາດ SANA ຂອງຊີເຣຍ ສະແດງໃຫ້ເຫັນ ຊາກລົດເມຄັນນຶ່ງ ຫລັງຈາກເກີດ ເຫດລະເບີດ ໃນຄຸ້ມ al-Zablatani, ໃນນະຄອນຫລວງ Damascus, ຊີເຣຍ, ວັນທີ 9 ຕຸລາ 2012.