ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​​ເນ​ລະ​ເທດ ແລະ​ການ​ຫາຍ​ສາບ​ສູນ ເຮັດ​ໃຫ້​ພວກ​ຕ້ານ​ລັດ​ຖະ​ບານ​ໄທ ທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮູ້​ສຶກ​ສັ່ນ​ຄອນ


ທ່ານ​ທະ​ນະ​ທອນ ຈວງ​ຣຸ້ງ​ເຣືອງ​ກິດ, ຜູ້​ນຳພັກ​ອະ​ນາ​ຄົນກ້າວ​ໜ້າຂອງ​ໄທ ເອົາ​ນິ້ວ​ມື 3 ນິ້ວ ຊີ້​ຂຶ້ນ​ຟ້າ ເພື່ອ​ເປັນ​ການ​ຄຳ​ນັບ​ຕໍ່​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານຢູ່​ສະ​ຖາ​ນີ​ຕຳ​ຫລວດພາຍ​ຫລັງ​ສິ້ນ​ສຸດການ​ຮັບ​ຟັງ​ຄະ​ດີ​ທີ່ຟ້ອງ​ຮ້ອງ​ໂດຍທະ​ຫານ ຢູ່​ໃນ​ນະ​ຄອນ​ບາງກອກ ໃນວັນ​ທີ 6 ເມ​ສາ, 2019
ທ່ານ​ທະ​ນະ​ທອນ ຈວງ​ຣຸ້ງ​ເຣືອງ​ກິດ, ຜູ້​ນຳພັກ​ອະ​ນາ​ຄົນກ້າວ​ໜ້າຂອງ​ໄທ ເອົາ​ນິ້ວ​ມື 3 ນິ້ວ ຊີ້​ຂຶ້ນ​ຟ້າ ເພື່ອ​ເປັນ​ການ​ຄຳ​ນັບ​ຕໍ່​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານຢູ່​ສະ​ຖາ​ນີ​ຕຳ​ຫລວດພາຍ​ຫລັງ​ສິ້ນ​ສຸດການ​ຮັບ​ຟັງ​ຄະ​ດີ​ທີ່ຟ້ອງ​ຮ້ອງ​ໂດຍທະ​ຫານ ຢູ່​ໃນ​ນະ​ຄອນ​ບາງກອກ ໃນວັນ​ທີ 6 ເມ​ສາ, 2019

ນາງ​ແຢມ​ມີ ແລະ​ເພື່ອນ​ຂອງ​ລາວ​ຜັດປ່ຽນ​ກັນ​ນອນ​ເອົາ. ພວກ​ເຂົາ​ເຈົ້າໄດ້​ຜະ​ຈົນ​ໄປ​ອອກຈາກ​ເຮືອນ​ທີ່​ພວກ​ເຂົາ​ເຈົ້າ​ຢູ່​ຮ່ວມ​ກັນນັ້ນ ​ພຽງ​ແຕ່ ​ສອງ ສາມມື້ໃດ ໄປ​ເທື່ອ​ນຶ່ງເທົ່າ​ນັ້ນ ເພື່ອໄປ​ຊອກ​ອາ​ຫານມາ​ສະ​ສົມ​ໄວ້ ແລະ​ໄດ້​ຍຸ​ຕິ​ການ​ກະ​ຈາຍ​ສຽງອອກ​ອາ​ກາດ​ສົດ​ທາງເວັບ​ໄຊ​ທ໌ ເພື່ອ​ວ່າບໍ່​ໃຫ້​ເຂົາ​ເຈົ້າ​ຕ້ອງເສຍ​ທີ່​ຢູ່​ຂອງ​ພວກ​ເຂົາ​ເຈົ້າ​ໄປ.

ຢູ່​ຮ່ວມ​ກັນ​ນັ້ນ ເຂົາ​ເຈົ້າ​ມີວົງ​ດົນ​ຕີ ໄຟ​ເຢັນ (Faiyen) ຫລື Cold Fire ທີ່​ມີ​ເນື້ອ​ຮ້ອງແບບສຽດ​ສີ ​ວິ​ຈານການ​ປົກ​ຄອງແບບກະ​ສັດພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄທແລະ​ລັດ​ຖະ​ບານ​ທະ​ຫານ ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ທີ່​ອາດ​ມີ ການ​ປະ​ທະ​ກັນຢ່າງເປັນ​ອັນ​ຕະ​ລາຍ​ກັບພວກ​ທະ​ຫານທີ່​ປົກ​ຄອງ​ປະ​ເທດ​ຢູ່ນັ້ນ​ໄດ້.

ຄ້າຍ​ຄື​ກັນ​ກັບ​ຄົນ​ໄທ​ທີ່​ຕ້ານ​ລັດ​ຖະ​ບານ​ຫລາຍ​ສິບ​ຄົນ ທີ່​ໄດ້​ເອົາ​ຕົນ​ເອງ​ໄປຫລົບ ລີ້ຢູ່​ໃນ​ລາວ​ແບບ​ຄົນ​ພັດ​ຖິ່ນ​ໃນ​ຊຸມ​ປີ​ໝໍ່ໆ​ມານີ້ ຍ້ອນ​ຢ້ານ​ກົວ​ຕໍ່​ການ​ຖືກ​ໂຈມ​ຕີ ຫລື ຖືກ​ຈັບ​ຢູ່​ໃນ​ປະ​ເທດ​ຕົນ, ການ​ຖືກ​ບັງ​ຄັບ​ໃຫ້​ກັບ​ຄືນ​ບ້ານ ແລະ​ການ​ຫາຍ​ສາບ​ສູນຂອງ​ນັກ​ເພື່ອນເຄື່ອນ​ໄຫວໄທ 4 ຄົນ ໃນ​ຫລາຍ​ອາ​ທິດ​ຜ່ານ​ມານີ້ ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຮູ້​ສຶກສັ່ນ​ຄອນ.

"ມັນ​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ຢ່າງ​ແນ່ນອນ​ວ່າ ພວກ​ເຮົາ​ເປັນ​ພວກ​ທີ່ລັດ​ຖະ​ບານ​ໄທ​ຕ້ອງ​ການ​ຕົວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ແຢມ​ມີ (Yammy), ຊຶ່ງ​ເປັນ​ຊື່​ໃຊ້​ໃນ​ເທິງ​ເວ​ທີ​ຂອງ​ນາງ ຣົມ​ສະ​ລີ ສົມ​ບູນ​ຣັດ​ຕະ​ນະ​ກຸນ (Romchalee Sombulrattanakul) ທີ່​ກ່າວ​ຕໍ່​ວີ​ໂອ​ເອ ຜ່ານ​ທາງ​ໂທ​ລະ​ສັບ ໃນ​ວັນ​ເສົາ​ຜ່ານ​ມາ.

​ນາງ​ເວົ້າ​ວ່າ "ດຽວນີ້​ພວກ​ເຮົາ​ປ່ຽນ​ກັນ​ນອນ ເພື່ອ​ວ່າ​ໃຫ້​ມີ​ຜູ້​ໃດ​ຜູ້​ນຶ່ງຍາມ​ຢູ່​ຕະ​ຫລອດ​ເວ​ລາ.” ນາງ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ຈະ​ບໍ່​ໜີ​ຈາກ​ບ່ອນ​ຢູ່​ຂອງ​ຕົນ​ເອງ​ໄປເວັ້ນ​ເສຍ​ແຕ່​ວ່າຈະມີ​ຄວາມ​ຈຳ​ເປັນ ພຽງ​ແຕ່​ໄປ​ຊື້​ອາ​ຫານ ແລະ​ພວກ​ເຮົາ​ຊື້​ອາ​ຫານ​ໃຫ້ກິນ​ກຸ້ມ ສອງ ສາມມື້ໄດ້.”

ການ​ລະ​ວັງ​ໄພ​ແມ່ນມີ​ຂຶ້ນ​ພາຍ​ຫລັງ​ທີ່​ມີ​ລາຍ​ງານທີ່ບໍ່ໄດ້​ຮັບ​ການ​ຢືນ​ຢັນ​ວ່າ ນັກ​ເຄື່ອນ​ໄຫວ​ໄທ​ສາມ​ຄົນ ທີ່​ອາ​ໄສ​ຢູ່​ໃນ​ລາວ​ຖືກ​ຈັບ​ຢູ່​ຫວຽດ​ນາມ ແລະ​ໄດ້ຖືກ​ນຳ​ຕົວ​ສົ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ໄທ ໃນ​ວັນ​ທີ 8 ພຶດສະ​ພາຜ່ານ​ມາ ແລະ​ການ​ກັບ​ໄປ​ບ້ານ​ຍ້ອນ​ຖືກ​ບັງ​ຄັບ​ຂອງນັກເຄື່ອນ​ໄຫວ​ໄທອີກ​ຄົນ​ນຶ່ງ ຢູ່​ມາ​ເລ​ເຊຍ ໃນ​ສອງມື້​ຕໍ່​ມາ, ແມ່ນ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ທະ​ນາຍ​ຄວາມ​ຂອງ​ນາງ.

ທ່ານ ປ​ຣາ​ວິດ ວົງ​ສຸ​ວັນ, ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ໄທ
ທ່ານ ປ​ຣາ​ວິດ ວົງ​ສຸ​ວັນ, ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ໄທ

ແມ່​ຍິງ​ທີ່​ຖືກ​ເນ​ລະ​ເທດ​ຈາກ​ມາ​ເລ​ເຊຍ ໄດ້​ຖືກ​ຂັງ​ຢູ່​ໃນ​ຄຸກສຳ​ລັບ​ແມ່​ຍິງ ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ບາງກອກ ແລະ​ຖື​ກ່າວ​ຫາ​ວ່າ ປຸກ​ລະ​ດົມ​ຄົນ​ໃຫ້​ຕ້ານ​ລັດ​ຖະ​ບານ ແລະ​ເຂົ້າ​ຮ່ວມ​ໃນ​ອົງ​ການ​ສືບ​ລັບ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ທະ​ນາຍ​ຄວາມ​ຂອງ​ນາງ ທີ່​ກ່າວ​ຕໍ່​ວີ​ໂອ​ເອໃນ​ວັນ​ພະ​ຫັດ​ຜ່ານ​ມາ. ຜູ້​ຊ່ຽວ​ຊານ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ໄທ, ທ່ານປ​ຣາ​ວິດ ວົງ​ສຸ​ວັນ (Prawit Wongsuwan) ກ່າວ​ຕໍ່ ພວກ​ນັກ​ຂ່າວໃນ​ອາ​ທິດ​ນຶ່ງ​ກ່ອນ​ໜ້ານັ້ນວ່າ ລັດຖະ​ບານບໍ່​ມີ​ສາມ​ຄົນ​ທີ່​ຫາຍ​ສາບ​ສູນ​ໄປ​ຢູ່​ໃນ​ຫວຽດ​ນາມນັ້ນ ເຖິງ​ແມ່ນ​ວ່າ​ກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸ​ດຄິດ​ຢ້ານ​ວ່າ ພວກ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານທະ​ຫານ ອາດ​ຈະກັກ​ຂັງ​ພວກ​ເຂົາ​ໄວ້​ຢູ່​ໃນ​ບ່ອນ​ລັບກໍ​ຕາມ.

ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ຢູ່​ໃນ​ລາວ ແມ່ນ​ໄດ້​ຮັບ​ການ​ເຕືອນ​ໄພ ​ໃນ​ລະ​ດັບ​ສູງ ນັບ​ແຕ່​ເດືອນ​ທັນ​ວາ ​ປີ​ກາຍ​ເປັນ​ຕົ້ນ​ມາ ເມື່ອທ່ານ ສຸ​ຣະ​ໄຊ ແດນ​ວັດ​ຕະ​ນາ​ນຸ​ສອນ (Surachai Danwattananusorn) ທີ່​ດຳ​ເນີນ​ລາຍ​ການ​ວິ​ທະ​ຍຸ​ຜ່ານ​ອິນ​ເຕີ​ແນັດ​ ຈາກ​ປະ​ເທດດັ່ງ​ກ່າວ ໂດຍ​ທີ່​ມີ​ການ​ຕຳ​ໜິ​ຕໍ່​ລະ​ບອບ​ການ​ປົກ​ຄອງ​ຂອງ​ທະ​ຫານ ແລະ​ກະ​ສັດ ໄດ້​ຫາຍ​ສາບ​ສູນ​ໄປ. ໃນ​ເດືອນ​ຕໍ່​ມາ ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ 2 ຄົນ ຄື ຊາດ​ຊານ ບຸບ​ຜາ​ວັນ (Chatcharn Buppawan) ແລະ ໄກ​ຣ​ເດດ ລື​ເລີດ (Kraidej Luelert) ໄດ້ເສຍ​ຊີ​ວິດ; ຊຶ່ງ​ສົບ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກພົບ​ຢູ່​ໃນ​ແມ່​ນ້ຳ​ຂອງ ​ໂດຍ​ທີ່​ມີ​ກ້ອນ​ດິນ​ຈີ່​ມັດ​ໃສ່​ເຕັມ​ຕົວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງກິດ

XS
SM
MD
LG