ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະລາວສົ່ງເສີມ ການຮ່ວມມືກັນ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)

ບັນດາ​ນັກວິ​ເຄາະ​ເຫດການ​ໃນຂົງ​ເຂດເອເຊຍຕາເວັນອອກສຽງໃຕ້​ ພາກັນສະ​ແດງ​ຄວາມ​ຍິນ​ດີນຳ​ການ​ເຄື່ອນ​ໄຫວ​ຂອງ​ສະຫະລັດ ​ເພື່ອ​ຍົກລະດັບການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ປະເທດລາວ​ຂຶ້ນນັ້ນ ຊຶ່ງຖືກ​ມອງ​ເຫັນ​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ແນໃສ່ເພື່ອ ຕ້ານຢັນອິດ​ທິພົນ​ຂອງຈີນ ທີ່ຂະຫຍາຍກ້ວາງອອກນັບມື້ຢູ່ໃນ​ຂົງ​ເຂດ. ການປັບປຸງ​ການ​ຮ່ວມ​ມື​ກັນ ລະຫວ່າງ​ສອງ​ຝ່າຍ​ນີ້ ໄດ້ມີ​ຂຶ້ນ​ໃນ​ການ​ພົບ​ປະ​ຫາລື​ກັນ​ໃນ​ລະດັບ​ສູງ​ສຸດ​ ນັບ​ແຕ່​ສົງຄາມ​ຫວຽດນາມ​ຍຸດຕິ​ລົງ.

ການເອົາ​ບາ​ດກ້າວສົ່ງ​ເສີມ​ການ​ຮ່ວມ​ມື​ກັນລະຫວ່າງ​ສະຫະລັດ​ແລະ​ ສປປ ລາວ​ ​ໄດ້ມີ​ຂຶ້ນ​ໃນ​ລະຫວ່າງ​ການ​ໂອ້​ລົມ​ສົນທະນາກັນ​ທ່ີ​ກຸງ​ວໍ​ຊິງ​ຕັນໃນ​ສັບປະດາ​ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ເວລາ 6 ປີ​ຫລັງ​ຈາກ​ສອງປະ​ ເທດ​ໄດ້ຜູກ​ສາຍສຳພັນ​ທາງ​ດ້ານ​ການ​ຄ້າ​ລະດັບປົກ​ກະຕິ ຕລອດ​ທັງ​ສາຍ​ພົວພັນ​ທາງດ້ານ​ການ​ທູດ​ ທີ່ໃກ້ຊິດ​ກັນ​ຂຶ້ນກ່ວາເກົ່າ.
ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ທ່ານ​ນາງ​ຮີນ​ເລີຣີ ຄລິນ​ຕັນ ລັດ​ຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ລັດຖະມຸນຕີ​ການ​ປະ​ເທດ​ລາວ ​ໄດ້​ເປັນ​ພົບ​ປະຫາລື​ກັນ​ລະດັບ​ສູງ​ສຸດລະ ຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ສົງຄາມ​ຫວຽດນາມ​ສິ້ນ​ສຸດ​ລົງ. ທັງ​ສອງ​ປະ​ເທດ​ຕ່າງກໍໃຫ້​ຄຳ​ໝັ້ນ​ສັນຍາ ທ່ີ​ຈະ​ເພີ່ມ​ທະວີ​ການແລກປ່ຽນ ​ກັນໃນ​ດ້ານ​ຕ່າງໆ​ ​ໂດຍໄດ້​ຕົກລົງ​ເຊັນ​ສົນທິສັນຍາ​ດ້ານການ​ຂົນ​ສົ່ງທາງອາກາດ ຫລື ສັນຍາເປີດກວ້າງ ນ່ານຟ້າ ​ຊຶ່ງ​ຈະ​ອຳນວຍ​ໃຫ້​ສາຍ​ການບິນ​ຂອງທັງ​ສອງ​ຝ່າຍ ບິນບໍລິການ​ລະຫວ່າງ ສອງປະເທດໄດ້ ​ແລະ​ຄາດ​ວ່າ​ຈະ​ສົ່ງ​ເສີມອຸດສາຫະກຳ​ການທ່ອງ ທ່ຽວ​ຂອງ​ລາວ​ນຳ​ອີກ. ທ່ານ Pradumna B. Rana ຮອງ​ສາດສະດາຈານ​ທ່ີ​ສະ​ຖາ​ບັນການ​ ສຶກສາລະ​ຫວ່າງ​ຊາດ S. Rajaratnam ທ່ີ​ສິງກະ​ໂປ ສະ​ແດງຄວາມ ​ຍິນ​ດີ​ນຳ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ທ່ີ​ມີ​ຂຶ້ນ​ໃນ​ຂະນະ​ທ່ີ​ສິງ​ກະ​ໂປແລະ ​ກຸ່ມ​ອາ​ຊ່ຽນ ທີ່ປະກອບດ້ວຍສະມາຊິກ 10 ປະ​ເທດ​ ໂຮມທັງສິງກະ ໂປນຳນັ້ນ​ ກຳລັງ​ພະຍາຍາມດຶງເອົາສະຫະລັດ​ເຂົ້າມາພົວພັນ​ໃນ​ຂົງ​ເຂດ​ ​ຫລາຍ​ຂຶ້ນ.
ທ່ານ Rana ກ່າວ​ວ່າ ພວກ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ ໃຕ້​ພາກັນ​ຄຶດ​ວ່າ ສົງຄາມ​ໃນ​ອິຣັກ​ແລະ​ໃນ​ອັຟກາ​ນິສຖານໄດ້ເຮັດ​ໃຫ້​ສະຫະລັດ ຫລຸດຜ່ອນການ​ເອົາ​ທ່າ​ທີ​ຢ່າງແຂງຂັນໃນ​ຂົງ​ເຂດ​ຂອງ​ພວກ​ຕົນລົງໃນໄລ​ຍະຫລາຍໆ​ປີຜ່ານມາ. ທ່ານ Rana ກ່າວ​ກ່ຽວ​ກັບ​ປັບປຸງ​ການ​ຮ່ວມ​ມື ລາວ-ສະຫະລັດ ​ດັ່ງ​ນີ້:
“ມັນເປັນການເຄຶ່ອນໄຫວທີ່ໜ້າຍິນດີນຳຫລາຍ ແລະແນ່ນອນວ່າມັນຍົກລະດັບບົດບາດ ຂອງສະຫະລັດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະຍົກລະດັບບົດບາດຂອງ ສະຫະລັດໃນສ່ວນພູມິພາກ ​ໃຫ້​ຫລາຍ​ຂຶ້ນ​ໄປອີກ. ສິງຄະໂປ​ໄດ້ເປັນຜູ້ມີສ່ວນສຳຄັນ ໃນ​ການ​ຊຸກຍູ້ການຈັດຕັ້ງ ຂອງ ກຸ່ມອາຊ່ຽນບວກແປດ. ​ແລະ​ມາ​ບັດ​ນີ້ ກໍ​ຊຸກຍູ້​ໃຫ້ກຸ່ມຈັດຕັ້ງໃໝ່ ທີ່ ມີສະມາຄົມອາຊ່ຽນ ຮ່ວມ​ກັບສະຫະລັດ ແລະຣັດເຊຍ ທີ່​ເປີດ​ກ້ວາງ​ ຫລາຍຂື້ນຕໍ່​ການ​ພົວພັນຂອງສະຫະລັດ ຊຶ່ງຖືວ່າເປັນການສອດຄ່ອງ ກັນ ຫລາຍກັບຄວາມຄິດອັນນັ້ນ.”
ທ່ານ Carl Thayer ນັກວິ​ເຄາະ​ດ້ານ​ປ້ອງ​ກັນ​ປະ​ເທດ​ປະຈຳ​ຂົງ​ເຂດ​ທ່ີ Australia ກ່າວ​ວ່າ ນອກນັ້ນແລ້ວ ການ​ເຄື່ອນ​ໄຫວເຫລົ່າ​ ນີ້​ຍັງ​ສະທ້ອນ​ເຖິງບາດກ້າວ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ ໃນການຮື້ຟື້ນການພົວພັນກັບ​ເອ​ເຊຍ​ຄືນ​ອີກ ​ແລະ​ເປັນ​ນໍ້າໜັກ ຖ່ວງ​ອິດ​ທິພົນ​ຂອງ​ຈີນ​ໃນ​ຂົງ​ເຂດ.
ທ່ານ Xi Jinping ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ໄປ​ຢ້ຽມຢາມ ​ສປປ ລາວ ໃນ​ເດືອນ​ແລ້ວ​ນີ້ ພ້ອມ​ກັບ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະໃຫ້ເງິນລົງທຶນ ສຳລັບກໍ່ສ້າງ​ໂຄງ​ລ່າງ​ພື້ນຖານໃຫ້ລາວ ​ເພື່ອ​ສົ່ງ​ເສີມ​ການ​ຂົນ​ສົ່ງ​ສິນຄ້າ​ຈີນ​ໃນ​ຂົງ​ເຂດ ນຳ​ດ້ວຍ.
ທ່ານ Thayer ກ່າວ​ວ່າ ປະທານາທິບໍດີ​ບາຣັກ​ ໂອ​ບາ​ມາ ​ໄດ້​ສືບຕໍ່ໂຄງການ​ຕ່າງໆ​ທ່ີ​ລີ​ເລີ້ມ​ມາ​ ຕັ້ງ​ແຕ່​ສະ​ໄໝ​ການ​ປົກຄອງ​ຂອງ​ອະດີດ ປະທານາ ທິບໍດີ George W. Bush ​ແລະ​ຈະ​ທຳ​ການ​ເຄື່ອນ​ໄຫວ ເພື່ອຕ້ານຢັນ​ການດຳເນີນຄວາມ​ພະຍາຍາມດ້ານ​ການ​ທູດ​ຂອງ​ຈີນ​ເພື່ອ​ຍົກ​ສູງ​ອິດ​ທິພົນ​ຂອງ​ຕົນ​ໃນ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ Thayer ກ່າວ​ອະທິບາຍວ່າ​:
“ລັດຖະບານໂອບາມາ ກຳລັງຄິດທົບທວນຄືນໃໝ່ກ່ຽວ​ກັບຄວາມສຳພັນກັບຂົງເຂດເອເຊຍ ຕາເວັນອອກສ່ຽງໃຕ້ ແລະ​ເປັນທີ່ແຈ້ງຂາວວ່າພາກສ່ວນ​ນຶ່ງ​ຂອງທ່າ​ທີ​ອັນ​ໃໝ່ນັ້ນ ກໍຄືການຫລິ້ນເກມລຸກ ​ແບບເອົາອົກເອົາໃຈພວກ​ປະ​ເທດ​ໃນ​ຂົງ​ເຂດ​ນັ້ນ ອັນ​ເປັນ​ເກ​ມ ທີ່ຈີນ​ໄດ້​ຫລີ້ນ​ມາ​ແລະ​ກໍໄດ້ຮັບ​ໄຊຊະນະ ມາຈົນເຖິງປັດຈຸບັນນີ້ ແລະປະ​ເທດລາວກໍ​ໄດ້ເຫັນ ສາຍສຳພັນທີ່ສູງຂຶ້ນນີ້.”
ທ່ານ Thayer ກ່າວຕື່ມ​ວ່າ ການ​ເພີ່ມ​ທະວີການ​ຮ່ວມ​ມືຂອງ​ສະຫະລັດ​ກັບ​ລາວ ​ໄດ້​ຕິດຕາມ​ມາ​ຫລັງ​ຈາກ​ສະຫະລັດໄດ້ທຳ​ການ​ລິ​ເລີ່​ມຫລາຍ​ຢ່າງ​ ​ເພື່ອ​ສົ່ງ​ເສີມ​ສາຍພົວພັນສອງ​ຝ່າຍ​ກັບ​ກຳປູ​ເຈຍ​ໃນ​ຫວ່າງ​ໄວໆ​ມາ​ນີ້.
ລາວ​ມີ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ກັບ​ສະຫະລັດ​ຢູ່​ແລ້ວ ​ແລະ ຄວາມ​ສຳພັນ​ດ້ານ​ປ້ອງ​ກັນ​ປະ​ເທດ​ກໍດີ​ຂຶ້ນ ຫລັງ​ຈາກ​ໄດ້ມີ​ການ​ແລກປ່ຽນອຸປະ​ທູດທະຫານ​ກັນ​.
ສ່ວນຫວຽດນາມ​ນັ້ນ ກໍ​ໄດ້​ມີ​ບົດ​ບາດ​ເຊັ່ນ​ກັນ​ໃນ​ການ​ຊຸກຍູ້​ໃຫ້​ລາວ​ຍົກ​ລະດັບສາຍ​ພົວພັນ​ຂອງ​ຕົນກັບ​ສະຫະລັດຂຶ້ນ ຫລັງ​ຈາກ​ທີ່ຈີນ​ໃຫ້ການ​ຊ່ອຍ​ເຫລືອທາງ​ທະຫານ​ໃຫ້​ແກ່​ກຳປູ​ເຈຍ. ​ທ່ານ Thayer ກ່າວ​ດັ່ງ​ນີ້:
“ເລື້ອງນີ້​ໄດ້ເຮັດໃຫ້ຫວຽດນາມເກີດຄວາມ​ວິຕົກກັງວົນໃຈ ແລະຂ້າພະ ເຈົ້າຂໍເວົ້າວ່າ ສິ່ງທີ່ເກີດຂຶ້ນກັບລາວຢູ່ໃນເວລານີ້ ​ເກີດ​ຂຶ້ນ​ໄດ້ກໍ​ເພາະວ່າ ທັງລາວແລະສະຫະລັດ​ໄດ້ ຕົກລົງກັນທີ່ຈະຍົກລະດັບສາຍພົວພັນ ລະຫວ່າງ​ກັນ ສູງຂຶ້ນໄປອີກລະດັບນຶ່ງ ຊຶ່ງ ມັນກໍບໍ່​ແມ່ນລະດັບທີ່ສູງຫລາຍ ແລະຈິງໆແລ້ວ ຫວຽດນາມກໍ​ໄດ້ຊຸກຍູ້ໃຫ້ເລຶ່ອງນີ້​ເກີດ​ຂຶ້ນ​ໄດ້ ເນື່ອງຈາກວ່າຕົນບໍ່ສາມາດທີ່​ຈະສະໜອງຄໍ່າຈູນລາວ ດ້ວຍຕົນເອງໄດ້.”
ສະຫະລັດ​ໄດ້​ໃຫ້ການ​ຊ່ອຍ​ເຫລື​ອ​ແກ່​ລາວ​ມາ​ແລ້ວ ​ໃນ​ການ​ເກັບກູ້​ລະ​ເບີດ​ທ່ີ​ຍັງ​ບໍ່​ທັນ​ແຕກ​ ທ່ີ​ຫລົງ​ເຫລືອ​ມາ​ຕັ້ງ​ແຕ່​ປາງ​ສົງຄາມ​ຫວຽດນາມ ​ແລະກໍ​ຍັງສືບ​ຕໍ່​ເຮັດ​ໃຫ້​ປະຊາຊົນ​ພິການ​ແລະ​ເສຍ​ຊີວິດ​ຢູ່​ຕໍ່ມາ 35 ປີຫລັງ​ຈາກ​ສົງຄາມໄດ້ຍຸດຕິ​ລົງ​. ສະຫະລັດ​ໄດ້​ທຳ​ການ​ຖິ້ມລະ​ເບີດ​ຢ່າງ​ ໜັກ​ໃສ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ໃນ​ລາວ​ໃນ​ລະຫວ່າງ​ສົງຄາມ​ຫວຽດນາມນັ້ນ.
ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ກັນໄດ້​ຕົກ​ຢູ່​ໃນ​ສະພາວະ​ທີ່ເຄັ່ງ​ຕຶງເປັນ​ບາງ​ຄັ້ງບາງ​ຄາວ ຍ້ອນ​ການ​ປະຕິບັດ​ຂອງ​ລັດຖະບານ​ລາວ​ຕໍ່​ຊົນ​ເຜົ່າ​ມົ້ງ ທີ່ທຳ​ການ​ຕໍ່ສູ້​ຄຽງ​ບ່າ​ຄຽງ​ໄຫລ່​ ກັບ​ກຳລັງ​ສະຫະລັດ​ໃນ​ປາງ​ສົງຄາມ​ນັ້ນ. ​ໃນ​ເວລາ​ຕໍ່​ມາ ພວກ​ຊາວ​ມົ້ງຫລາຍ​ພັນ​ຄົນ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ຊຶ່ງ​ຈຳນວນຫລາຍ​ ​ແມ່ນ​ມາ​ຈາກສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ​ ໃນປະ​ເທດໄທ ​ເພື່ອນ​ບ້ານ​ຂອງ​ລາວ​.

XS
SM
MD
LG