ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເລີ່ມທໍາການພິສູດສັນຊາດ ຄົນງານລາວໃນໄທ


ຄົນງານຕ່າງດ້າວ ທີ່ປະເທດໄທ
ຄົນງານຕ່າງດ້າວ ທີ່ປະເທດໄທ

ທາງ​ການ​ລາວ​ເລີ່​ມລົງມື​ດຳ​ເນີນ​ການ​ພິສູດ​ສັນຊາດ​ແຮງ​ງານ​ລາວ​ໃນ​ໄທ​ອີກ​ເທື່ອ​ໃໝ່ ​ໂດຍ​ຄາດໝາຍ​ວ່າ​ຈະຕ້ອງ​ໃຊ້​ເວລາ​ອີກ​ຫລາຍ​ເດືອນ​ຈຶ່ງ​ຈະ​ສາມາດ​ດໍາເນີນ​ການ ​ໃຫ້​ສໍາເ​ລັດ​ໄດ້ ສ່ວນ​ແຮງ​ງານ​ລາວ​ນັ້ນ​ກໍ​ຍັງ​ຄົງພາກັນ​ເດີນທາງ​ເຂົ້າ​ໄປ​ລັກລອບ​ທໍາງານ​ໂດຍ ​ຜິດ​ກົດໝາຍ​ໃນ​ໄທ​ເພີ່ມ​ຫລາຍ​ຂື້ນ​ນັບ​ມື້.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ແຮງ​ງານ​ແລະ​ສະ​ວັດ​ດີກາ​ນ ສັງຄົມ​ຂອງ​ລາວ ​ໄດ້​ໃຫ້ການ​ຍອມ​ຮັບ​ວ່າການ​ດຳ​ເນີນງານ​ ກ່ຽວ​ກັບ​ການ​ພິສູດ​ສັນຊາດ​ຂອງ​ແຮງ​ງານ​ລາວ​ທີ່​ລັກ​ລອບ​ທຳ​ງານໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ໄທ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ມາ​ໂດຍ​ຕະຫລອດ ​ໂດຍ​ມີ​ສາ​ເຫດ​ທີ່​ສຳຄັນ​ປະການ​ນຶ່ງ​ມາ​ຈາກ​ບັນຫາ​ຂັດ​ແຍ້​ງ​ແລະ​ຄວາມ​ຮຸນ​ແຮງທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ໄທ.

ໂດຍ​ສຳ​ລັບ​ໃນ​ປີ 2010 ນີ້ ​ເຖິງ​ແມ່ນ​ວ່າ​ທາງການ​ລາວ​ຈະ​ໄດ້​ຕຽມ​ພ້ອມ​ຈະ​ດຳ​ເນີນ​ການ​ພິສູດ​ສັນຊາດ​ແຮງງານ​ໃນ​ໄທ​ ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ເປັນ​ຕົ້ນ​ມາ​ແລ້ວ​ກໍ​ຕາມ ຫາກ​ແຕ່​ດ້ວຍ​ການ​ຊຸມນຸມ​ປະ​ທ້ວງ​ຂອງ​ກຸ່ມ​ຄົນ​ເສື້ອ​ແດງ ​ທີ່​ຕ້ອງການ​ໃຫ້​ມີ​ການ​ຍຸບ​ສະພາ​ຜູ້​ແທນ​ລາດ​ສະ​ດອນ​ໄທ​ແລ້ວ ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃຫ້​ໄວ​ທີ່​ສຸດ​ນັ້ນ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ຝ່າຍ​ໄທ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ຮ່ວມ​ມື​ກັບ​ທາງ​ການຝ່າຍ​ລາວ​ເພື່ອ​ດຳ​ເນີນ ການ​ດັ່ງກ່າວ​ໄດ້​ເລີຍ. ແຕ່​ຢ່າງ​ໃດ​ກໍ​ຕາມ ດ້ວຍສະຖານະ​ການ​ທາງ​ການ​ເມືອງ​ທີ່​ມີ​ຄວາມ​ສະຫງົບ​ຮຽບຮ້ອຍ​ຫລາຍ​ຂື້ນນັບ​ມື້​ໃນ​ເວລາ​ນີ້ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ລາວ​ແລະ​ໄທ​ສາມາ​ດຮ່ວມ​ກັນ​ເລີ່​ມລົງມື​ດຳ​ເນີນ​ການ​ພິສູດ​ສັນຊາດ​ແຮງງານ​ລາວ ​ໃນ​ໄທ​ໄດ້​ອີກ​ເທື່ອ​ໃໝ່​ແລ້ວ ​ໂດຍ​ກະຊວງ​ແຮງ​ງານ​ຂອງ​ໄທ​ກໍ​ໄດ້​ລາຍ​ງານ​ວ່າ​ຍັງ​ຄົງ​ເຫລືອ​ແຮງ​ງານ​ລາວ​ອີກ 62,000 ກວ່າ​ຄົນ​ທີ່​ຈະ​ຕ້ອງ​ຖືກ​ພິສູດ​ສັນຊາດ​ຕາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ພັດທະນາ​ການ​ຈ້າງ​ແຮງ​ງານ​ລະ ຫວ່າງ​ລາວ​ກັບ​ໄທ​ທີ່​ໄດ້​ລົງ​ນາມ​ຮ່ວມກັນ​ນັບ​ຕັ້ງ​ແຕ່​ປີ 2002 ​ເປັນ​ຕົ້ນ​ມາ ສ່ວນ​ການ​ດຳ​ເນີນ​ງານ​ໃນ​ຕະຫລອດ ​ໄລຍະ​ທີ່​ຜ່ານ​ມາ​ນ້ັນ ກໍ​ປາກົດ​ວ່າ​ທາ​ງການ​ລາວ​ແລະ​ໄທ​ສາມາດ​ຮ່ວມ​ກັນ​ພິສູດ​ສັນຊາດ​ແຮງ​ງານ​ລາວ​ໃນ​ໄທ​ໄດ້​ຈຳນວນ​ທັງ​ໝົດ​ພຽງ​ແຕ່ 5 ໝື່ນ​ກວ່າ​ຄົນ​ເທົ່າ​ນັ້ນ.

ຄົນງານລາວ ຈໍານວນນຶ່ງ ທີ່ໄປເຮັດວຽກກໍາມະກອນ ຢູ່ໃນໄທ
ຄົນງານລາວ ຈໍານວນນຶ່ງ ທີ່ໄປເຮັດວຽກກໍາມະກອນ ຢູ່ໃນໄທ

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່​ລາວ​ກໍ​ຍອມ​ຮັບວ່າ​ບັນຫາ​ທາງ​ການເມືອງ​ພາຍ​ໃນ​ໄທ​ບໍ່​ແມ່ນ​ສາ​ເຫດ​ດຽວ​ທີ່​ເຮັດ​ໃຫ້ການ​ພິສູດ​ສັນຊາດ​ແຮງ​ງານ​ລາວ​ໃນ​ໄທ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ດັ່ງກ່າວ ຫາກ​ແຕ່​ຍັງ​ລວມ​ໄປ​ເຖິງ​ການ ຊັກ​ຊ້າ​ໃນ​ການ​ດຳ​ເນີນງານ​ຂອງ​ທາງ​ການ​ຝ່າຍ​ລາວ​ດ້ວຍ ​ໃນ​ຂະໜະ​ດຽວ​ກັນ​ບັນດາແຮງ​ງານ​ລາວ​ສ່ວນ​ໃຫຍ່​ໃນ​ໄທ​ກໍ​ບໍ່​ໃຫ້ການ​ຮ່ວມ​ມື​ກັບ​ທາງ​ການ​ລາວ​ແລະ​ໄທ​ດ້ວຍ​ເຊັ່ນ​ກັນ ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ບັນດາ​ແຮງ​ງານ​ລາວ ສ່ວນ​ໃຫຍ່ໃນ​ໄທ​ເຫັນ​ວ່າການ​ພິສູດ​ສັນຊາດ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສາມາດ​ທຳ​ງານ​ໃນໄທ​ໄດ້​ພຽງ​ແຕ່ 4 ປີ​ແລະ​ຫລັງ​ຈາກ​ນັ້ນ ກໍ​ະຕ້ອງ​ເດີນທາງ​ກັບ​ຄືນ​ມາລາ​ວ​ເປັນ​ເວລາ​ຢ່າງ​ໜ້ອຍ 2 ປີ ຈຶ່ງ​ຈະ​ສາມາດ​ຂໍອະນຸ ຍາດ​ກັບ​ຄື​ນ​ໄປ​ທຳ​ງານ​ໃນ​ໄທ​ໄດ້​ອີກ​ເທື່ອ​ໃໝ່. ຊຶ່ງ​ດ້ວຍ​ເງຶ່​ອນ​ໄຂ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນ​ໃຫຍ່​ນິຍົມ​ຂໍອ​ະນຸຍາດ​ໄປ​ທຳ​ງານ​ຢູ່​ໃນ​ໄທ​ໂດຍ ຜ່າ​ນບໍລິສັດ​ຈັດ​ຫາ​ງານ​ທີ່​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ​ລາວ​ອີກ​ດ້ວຍ ​ເພາະວ່າ​ການ​ດຳ​ເນີນ​ການ​ດັ່ງກ່າວ​ນັ້ນ​ມີຄ່າ​ໃຊ້​ຈ່າຍ​ສູງ​ກວ່າ​ການ​ລັກລອບ​ເຂົ້າ​ໄປ​ທຳ​ງານ​ໃນ​ໄທ​ໂດຍ​ຜ່ານ​ນາຍ​ໜ້າ​ເຖິງ 4 ​ເທົ່າ​ຕົວ ກໍ​ຄືໃນ​ຂະໜະທີ່​ການ​ຂໍອະນຸຍາດ​ຜ່ານ​ບໍລິສັດ​ຈັດ​ຫາ​ງານ​ຈະ​ຕ້ອງ​ໃຊ້​ຈ່າຍ​ເຖິງ 2 ໝື່ນ​ກວ່າ​ບາດ ຫາກ​ແຕ່​ການ​ລັກລອບ​ເຂົ້າ​ໄປທຳ​ງານ​ໂດຍ​ຜ່ານ​ນາຍ​ໜ້າ​ໃນ​ລາວ​ແລະ​ໄທ​ຈະ​ມີຄ່າ​ໃຊ້​ຈ່າຍ​ພຽງ​ແຕ່ 5 ພັນ​ບາດ​ເທົ່າ​ນັ້ນ

ນອກຈາກ​ນີ້ ການ​ທີ່ໃນ​ລາວ​ເອງ​ກໍ​ມີ​ຕໍາ​ແໜ່​ງງານ​ຢ່າງ​ຈໍາກັດ​ ແລະ​ມີ​ອັດ​ຕາ​ຄ່າ​ຈ້າງ​ຕໍ່າກວ່າ​ອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າໃນ​ໄທ​ດ້ວຍແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນໃຫຍ່​ ພາກັນ​ສະໝັກໃຈ​ເດີນທາງ​ໄປ​ລັກລອບ​ທໍາງານ​ຢູ່​ໃນ​ໄທ​ຫລາຍ​ຂື້ນ​ນັບ​ມື້ ດັ່ງທີ່​ເຈົ້າໜ້າ​ທີ່ໃນ​ກະຊວງ​ແຮງ​ງານ​ຂອງ​ລາວ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“ການ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງປະ​ເທດ​ນັ້ນ ກໍ​ມີ​ຫລາຍ​ສາ​ເຫດ​ອັນ​ທີ່​ນຶ່ງ​ກໍ​ແມ່ນ​ຕຳ​ແໜ່​ງງານ​ຢູ່​ໃນ​ບ້ານ​ເຮົາ​ມັນ​ກໍ ບໍ່​ຫລາຍ ສອງ​ມາ​ກໍ​ຍ້ອນ​ວ່າ​ຊາວ​ໜຸ່ມ​ລາວ​ກໍ​ບໍ່​ມັກ​ເຮັດ​ວຽກ​ໃນ​ພາກ​ກະສິກຳ ​ໂດຍ​ສ່ວນ​ໃຫຍ່​ທີ່​ໄປ​ອອກ​ແຮງງານ​ໃນ​ບ້ານ​ເຮົາ​ຜັດ​ມີ​ໜ້ອຍ​ແລ້ວ​ກຳລັງ​ແຮງ​ງານ​ກໍ​ມີ​ຫລາຍ ກໍ​ເລີຍ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ ​ເຈົ້າດີກ​ວ່າ​ຢູ່​ໃນ​ລາວ ​ເພາະວ່າ​ໄດ້​ຄ່າ​ຈ້າງ​ດີກ​ວ່າ”

ໂດຍ​ໃນ​ປັດຈຸບັນ​ນີ້ ອົງການ​ເຄືອ​ຂ່າຍ​ເພື່ອ​ການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ​ເຊື່ອ​ວ່າ​ມີ​ແຮງ​ງານ​ລາວ​ທີ່ ລັກລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍ​ໃນ​ໄທ​ຫລາຍ​ກວ່າ 4 ​ແສນ​ຄົນ ​ໃນ​ຂະໜະ​ທີ່​ທາງ​ການ​ລາວ​ເຊື່ອ​ວ່າ​ມີ​ຢູ່​ພຽງ ​ແຕ່ 2 ​ແສນ​ກວ່າ​ຄົນ​ເທົ່າ​ນັ້ນ.

XS
SM
MD
LG