ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວຄາດວ່າ ຈະໄດ້ເຂົ້າ ອົງການການຄ້າໂລກ ໃນບໍ່ຊ້ານີ້


ຜູ້ແທນລາວທີ່ເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາ
ອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ, ສະວິດເຊີແລນ ໃນທ້າຍປີ 2011
ຜູ້ແທນລາວທີ່ເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາ ອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ, ສະວິດເຊີແລນ ໃນທ້າຍປີ 2011
ທາງ​ການ​ລາວ​ຍັງ​ລໍຖ້າ​ພຽງ​ການ​ລົງມະຕິ​ອະນຸມັດ​ຢ່າງ​ເປັນ​ທາງ​
ການ​ຈາກ​ຄະນະກໍາມະການ​ຖາວອນ​ປະ​ຈໍາ WTO ​ເທົ່າ​ນັ້ນ
ກໍ​ຈະ​ໄດ້​ເປັນ​ສະມາຊິກ​ຂອງ WTO ຢ່າງ​ສົມບູນ ຊຶ່ງ​ຄາດ​ວ່າ​
ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ​ນີ້.

ທ່ານ​ນາມ ວີ​ຍະ​ເກດ ລັດຖະມົນຕີ​ການ​ກະຊວງ​ອຸດສາຫະກໍາ​
ແລະ​ການ​ຄ້າຖະ​ແຫຼ​ງຢືນຢັນ​ວ່າ ຂະນະ​ນີ້ ສປປ.ລາວ ຍັງ​ລໍຖ້າ
​ພຽງ​ແຕ່​ການ​ອະນຸ​ມັດ​ຢ່າງ​ເປັນ​ທາງ​ການ ຈາກ​ຄະນະ​ກໍາມະການ
​ຖາ​ວອນ​ຂອງ​ອົງການ​ການ​ຄ້າ​ໂລກ WTO ຢ່າງ​ເປັນ​ທາງການ
​ເທົ່າ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້ ສປປ.ລາວ​ ໄດ້​ຮັບ​ສະຖານະ​ພາບ​
ຂອງ​ການ ​ເປັນປະ​ເທດ​ສະມາຊິກຂອງ WTO ຢ່າງ​ເປັນ​ທາງ​
ການຫຼັງ​ຈາກ​ໄດ້​ສະ​ແດງ​ເຈດຈໍານົງ​ຂໍ​ເຂົ້າໄປ​ເປັນ​ສະມາຊິກ​
ຂອງ​ອົງການ​ການ​ຄ້າ​ດັ່ງກ່າວ​ນີ້​ນັບ​ຕັ້ງ​ແຕ່​ປີ 1997 ​ເປັນຕົ້ນ​ມາ.

ທ່ານນາມ ວິຍາເກດ ລັດຖະມົນຕີກະຊວງການຄ້າ ແລະການທ່ອງທ່ຽວ
ທ່ານນາມ ວິຍາເກດ ລັດຖະມົນຕີກະຊວງການຄ້າ ແລະການທ່ອງທ່ຽວ
ທັງ​ນີ້​ໂດຍ​ຄະນະ​ກໍາມະການ​ຖາວອນ​ຂອງ WTO ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂອງ​ສະມາ​ຊິກ ທັງ 157 ປະ​ເທດ​ມີ​ກໍານົດ​ການ​ປະຊຸມ​ປະ​ຈໍາປີ 2012 ​ໃນ​ວັນ​ທີ່ 26 ​ເດືອນ​ຕຸລາ​ທີ່​ຈະ​ເຖິງ​ນີ້ ຢູ່​ນະຄອນຫຼວງ​ເຈ​ນີວາ ປະ​ເທດ​ສະ​ວີ​ດ​ເຊີແລນ​ດ໌ ຊຶ່ງ​ກໍເຮັດ​ໃຫ້​ທ່ານ​ນາມມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ຄະນະ​ກໍາມະການ​ຖາວອນ​ຂອງ WTO ​ແລະ​ຄະນະ​ຜູ້​ແທນ​ຂອງ​ສະມາຊິກ​ທັງ 157 ປະ​ເທດ​ຈະ​ໄດ້​ລົງມະຕິ​ຮັບຮອງ​ໃຫ້ ສປປ.ລາວ​ເປັນ​ສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ​ໃນ​ໂອກາດ​ດຽວ​ກັນ​ນີ້ ​ແຕ່​ຖ້າ​ຫາກເປັນ​ຈິງ​ກໍ​ໝາຍ​ຄວາມ​ວ່າ ສປປ.ລາວ​ໄດ້​ເປັນ​ສະມາຊິກ​ຂອງ WTO ກ່ອນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ່ 9 ທີ່​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ່ 5-6 ​ເດືອນ​ພະຈິກ​ປີ​ນີ້ ຢູ່​ນະຄອນ​ວຽງ​ຈັນ​ນັ້ນ​ເອງ.

​ກ່ອນ​ໜ້າ​ນີ້ ອົງການເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ​ອະ​ເມ​ລິ​ກາ (USAID) ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ລາວ​ໃນ 2 ​ໂຄງການ​ຕິດ​ຕໍ່​ກັນ​ທີ່​ໃຫ້ຄວາມ​ສໍາຄັນ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ຕຽມ​ຄວາມ ​ພ້ອມ​ພາຍ​ໃນ​ລາວ​ເພື່ອ​ຮອງ​ຮັບກັບ​ຜົບກະທົບ​ໃນ​ດ້ານ​ຕ່າງໆ​ທີ່​ຈະ​ຕິດຕາມ​ ມາ​ຈາກ​ການ​ທີ່​ລາວ​ຈະ​ເຂົ້າ​ໄປ​ເປັນ​ສະມາ​ຊິກ​ຂອງ WTO ຢ່າງ​ເປັນ​ທາງ​ການ.
USAID ຊ່ວຍລາວຝຶກອົບຮົມພະນັກງານພາສີ
USAID ຊ່ວຍລາວຝຶກອົບຮົມພະນັກງານພາສີ

ການ​ຊ່ວຍ​ເຫຼືອ​ດັ່ງກ່າວ​ນີ້​ໃນ​ດ້ານ​ນຶ່ງ​ນັ້ນ ທາງ​ການ​ສະຫະລັດ​ກໍ
​ໄດ້​ໃຫ້​ຄວາມສໍາຄັນ​ເປັນ​ພິ​ເສດ​ໃນ​ການ​ສ້າງ​ຄວາມ​ເຂົ້າໃຈ​ໃຫ້
ແກ່ບັນດາ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ ​ແລະ​ປະຊາຊົນ​ລາວ​ກ່ຽວ
​ກັບ​ຜົນກະທົບ​ທັງໃນ​ດ້ານ​ບວກ ​ແລະ​ດ້ານ​ລົບ​ທີ່​ຈະ​ເກີດ​ຂຶ້ນຈາກ
​ການ​ທີ່​ລາວ ​ຈະ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ ​WTO ​ແລະ​ໃນ​ອີກ
​ດ້ານນຶ່ງ​ນັ້ນ ທາງການ​ສະຫະລັດ​ກໍແນມ​ເຫັນ​ຄວາມ​ສໍາຄັນ​ທີ່ທາງ
​ການ​ລາວ​ຈະ​ຕ້ອງ​ຕຽມພ້ອມ​ບຸກຄະລາ​ກອນ​ດ້ານ​ກົດໝາຍ​ແລະ​ສານ​ຍຸຕິ​ທໍາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຂໍ້​ຂັດແຍ້​ງຕ່າງ​ໆ​ທັງ​ໃນ​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ອາດ​ຈະ​ເກີດ​ຂຶ້ນພາຍ ຫຼັງ​ຈາກ​ທີ່ ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາ​ຊິກ​ຂອງ WTO ​ແລ້ວ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ດ້ານ​ສະພາ​ຫໍ​ການ​ຄ້າ​ແລະ​ອຸດສາຫະກໍາ​ແຫ່ງ​ຊາດ​ລາວກໍ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ມາ​ໂດຍ​ຕະຫຼອດ​ວ່າ ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​ຜົນ​ກະ ທົບ​ຈາກ​ການ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ຫາກ​ແຕ່​ວ່າການ​ທີ່ຈະ ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຄຸ້ມ​ຄ່າ​ທີ່​ສຸດ​ນັ້ນ ກໍ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງມີ​ການ​ພັດທະນາ ​ປັບ ປຸງ​ເພື່ອ​ຍົກ​ລະດັບ​ຄວາມ​ອາດ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ ທັງ​ພາກ​ລັດ​ແລະ​ພາກ​ເອກ​ກະ​ຊົນ​ໃນ​ລາວໃຫ້​ເທົ່າ​ທັນ​ກັບ​ສະຖານະ​ການ​ໂລກ​ດ້ວຍ ດັ່ງ​ທີ່​ສະມາຊິກ​ໃນ​ສະພາ​ການ​ຄ້າ ທ່ານ​ນຶ່ງ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ການ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ໃຫ້ ​ແກ່​ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ ​ເພາະວ່າ​ຈະ​ເປີດ​ຕະຫຼາດ​ການ​ຄ້າ​ຢ່າງ​ກວ້າງຂວາງ​ໃຫ້​ກັບ​ພວກ​ເຮົາ ​ແຕ່​ທັງ​ພາກ​ລັດຖະບານ ​ແລະ​ພາກ​ທຸລະ​ກິດ​ເອກ​ກະ​ຊົນເຮົາ​ນີ້​ຈະ​ຕ້ອງ​ໄດ້​ປັບປຸງ​ໂຄງ​ສ້າງ​ພື້ນຖານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ສະ​ພາບ ​ແວດ​ລ້ອມ​ທາງ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ​ລາວ.”

ເອກອັກຄະລັດຖະທູດສະຫະລັດ ແລະພະນັກງານຂັ້ນສູງລາວ ທີ່ເຂົ້າຮ່ວມການຝຶກອົບຮົມ ເລື້ອງໜ້າທີ່ຮັບຜິດຊອບ ແລະຜົນປະໂຫຍດຂອງການເປັນສະມາຊິກ WTO
ເອກອັກຄະລັດຖະທູດສະຫະລັດ ແລະພະນັກງານຂັ້ນສູງລາວ ທີ່ເຂົ້າຮ່ວມການຝຶກອົບຮົມ ເລື້ອງໜ້າທີ່ຮັບຜິດຊອບ ແລະຜົນປະໂຫຍດຂອງການເປັນສະມາຊິກ WTO

​ໃນ​ປັດຈຸບັນ​ນີ້ ​ໂຮງງານ​ອຸດສາຫະກໍາ​ແປ​ຮູບ​ຜະລິດ​ຕະພັນ​ຕ່າງໆ​ຢູ່​ໃນ​ລາວ 25,000 ​ກວ່າ​ແຫ່ງ ຫາກ​ແຕ່​ກໍ​ເປັນ​ໂຮງງານ​ຂະໜາດ​ໃຫຍ່ ​ແລະ​ຂະໜາດ​ກາງ​ພຽງ​ບໍ່​ເຖິງ 1,000 ​ແຫ່ງ​ເທົ່າ​ນັ້ນ ສ່ວນ​ນອກ​ນັ້ນ​ກໍ​ລ້ວນ​ແຕ່​ເປັນ​ໂຮງງານ​ຂະໜາດ ນ້ອຍ​ທີ່​ຈະ​ຕ້ອງ​ພັດທະນາ​ປັບປຸງ​ໃນ​ທຸກໆ​ດ້ານ ຈຶ່ງ​ຈະ​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ ການ​ຄ້າ​ໂລກ​ໄດ້​ຢ່າງ​ແທ້​ຈິງ.

​ເພາະສະ​ນັ້ນ ການ​ໄດ້​ຮັບ​ຄວາ​ມຊ່ວຍ​ເຫຼືອ​ຈາກ​ທາງ​ການ​ສະຫະ
ລັດ​ໃນ​ໂຄງການ ລັກ​ສະ​ນະ​ນີ້​ຈຶ່ງ​ນັບ​ໄດ້​ວ່າ​ມີ​ຄວາມ​ສອດຄ່ອງ​
ຢ່າງ​ຍິ່ງ​ກັບ​ຄວາມ​ຕ້ອງການ​ຂອງ​ລາວ ​ໂດຍ​ທາງ​ການ​ສະຫະລັດ​
ກໍ​ຍັງ​ມີ​ແຜນການ​ທີ່​ຈະ​ຂະຫຍາຍ​ໂຄງການ​ຊ່ວຍ​ເຫຼືອ​ໃນລັກສະນະ​ດັ່ງກ່າວ​ນີ້​ ໄປ​ໃນ​ພາກ ສ່ວນ​ອື່ນໆ​ໃນ​ລາວ​ໃຫ້​ກວ້າງຂວາງ​ຫຼາຍ​ຂຶ້ນນັບ​ມື້ ອີກ​ດ້ວຍ.
XS
SM
MD
LG