ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ໃນ​ເຂດສ້າງ ທາງ​ລົດ​ໄຟ​ລາວ-ຈີນ ບໍ່ສໍາເລັດ: ປະຊາຊົນ ບາງບ່ອນ ​ຍັງ​ບໍ່ໄດ້ຮັບ ຄ່າຊົດ​ເຊີຍ​​ທີ່​ດິນ


ອຸບໂມງທາງລົດໄຟລາວ-ຈີນທີ່ກໍາລັງໄດ້ຮັບການກໍ່ສ້າງຢູ່ ໃນແຂວງຫລວງພະບາງ
ອຸບໂມງທາງລົດໄຟລາວ-ຈີນທີ່ກໍາລັງໄດ້ຮັບການກໍ່ສ້າງຢູ່ ໃນແຂວງຫລວງພະບາງ

ກອງທັບ​ປະຊາຊົນ​ລາວ ຍັງ​ບໍ່ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ
​ໄປ​ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ທັງໝົດ ​ເພາະ​ຫລາຍ​ພື້ນທີ່​ຍັງ
ບໍ່ຊົດ​ເຊີຍ​ຄ່າ​ທີ່​ດິນ​ໃຫ້​ປະຊາຊົນ.

ພົນ​ຕີຄໍາ​ລຽນ ອຸທະ​ໄກສອນ ຮອງ​ຫົວໜ້າກົມ​ເສນາ​ທິການ ກອງທັບ​ປະຊາ
ຊົນ​ລາວ ຖະ​ແຫລ​ງວ່າ ການ​ກວດ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ​ໄປ​
ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ 2017 ຜ່ານ​ມາ​ສາມາດ​ຈັດຕັ້ງ
ປະຕິບັດ​ໄດ້​ໃນ​ເນື້ອທີ່ 1,026 ກວ່າ​ເຮັກຕາ ​ໂດຍ​ເກັບ​ກູ້ລະ​ເບີດໄດ້​ທັງໝົດ
​128 ໜ່ວຍ​ໃນ​ປີນີ້ ​ເປັນ​ລະ​ເບີດ​ຂະໜາດ 250 ປອນ​ຈໍານວນ 2 ໜ່ວຍ
​ແລະ​ຊິ້ນສ່ວນ​ລະ​ເບີດ ຫລື​ໂລຫະ​ຕ່າງໆ ອີກ​ເຖິງ 211,562 ຊິ້ນສ່ວນ.

ເຈົ້າໜ້າທີ່ຂັ້ນສູງຢ້ຽມຢາມສະຖານທີ່ກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນເຂດ ແຂວງວຽງຈັນ
ເຈົ້າໜ້າທີ່ຂັ້ນສູງຢ້ຽມຢາມສະຖານທີ່ກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ໃນເຂດ ແຂວງວຽງຈັນ

ສໍາລັບ​ປີ 2018 ນີ້ ຄະນະ​ຮັບຜິດຊອບ​ກໍ​ໄດ້ວາງ​ເປົ້າໝາຍການ​ກວດ​ກູ້​ລະ​ເບີດ
UXO ​ໃຫ້​ໄດ້​ໃນ​ເນື້ອທີ່ 1,798 ​ເຮັກຕາ​ທີ່​ເປັນ​ເຂດ​ແລວ​ທາງ, ​ເຂດທີ່​ຕັ້ງສະ
​ຖາ​ນີລົດ​ໄຟ ​ແລະ​ເຂດ​ທາງ​ຊອຍ ຫາກ​ແຕ່​ວ່າ ການຈັດຕັ້ງປະຕິບັດ​ໃນ​ໄລຍະ​
ຜ່ານ​ມາ​ກໍ​ມີ​ບັນຫາ​ໃນ​ຫລາຍ​ດ້ານ ​ເຊ່ນ ບໍລິສັດ​ຈາກ​ຈີນ ຍັງ​ບໍ່​ໄດ້​ເຈລະຈາ
​ໄກ່​ເກ່ຍ ຫລື​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ​ແລະ​ສິ່ງ​ປຸກ​ສ້າງ ​ໃຫ້​ປະຊາຊົນ​ເປັນຕົ້ນ
ດັ່ງທີ່ ພົນ​ຕີຄໍາ​ລຽນ ​ໃຫ້ການ​ຢືນຢັນ​ວ່າ

“ບາງ​ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ ບໍ່ສະໜອງຂໍ້​ມູນ​ພື້ນທີ່ກວດ​ກູ້​ໃຫ້​ກ່ອນ​.
ໃນ​ບາງ​ສ່ວນສັນຍາ ຍັງ​ບໍ່ທັນ​ໃຫ້ການ​ຮ່ວມ​ມືດີ​ເທົ່າ​ທີ່ຄວນ ຕໍ່ວຽກງານ​
ກວດ​ກູ້​ລະ​ເບີດ, ບາງ​ບໍລິສັດ​ດໍາ​ເນີນ​ການກໍ່ສ້າງ​ໄປ​ກ່ອນ​ໂຄງການ​ເປີດ
​ຢ່າງ​ເປັນ​ທາງ​ການ ​ແລະ​ໄດ້​ດໍາ​ເນີນ​ການກໍ່ສ້າງ​ຫລາຍໆຈຸດ​ໄປ​ພ້ອມ​ກັນ
​ໂດຍ​ບໍ່ລໍຖ້າ​ການ​ອະນຸຍາດ ຫລື​ວ່າ​ບໍ່ລໍຖ້າການກວດ​ລະ​ເບີດ​ກ່ອນ. ​ພື້ນ
ທີ່ກວດ​ລະ​ເບີດ​ບາງ​ບ່ອນບໍ່ທັນ​ໄກ່​ເກ່ຍກັນ​ກັບ​ປະຊາຊົນ​ໃຫ້​ສໍາ​ເລັດ​
ກ່ອນຈຶ່ງ​ບໍ່ສາມາດ​ເຂົ້າ​ໄປ​ກວດ​ກູ້​ລະ​ເບີດ​ໄດ້ ​ໂດຍ​ສະ​ເພາະ​ແມ່ນ​ໃນ​
ເຂດ​ຕົວ​ເມືອງ ​ແລະ​ຊຸມ​ຊົນ​ທີ່​ມີ​ສິ່ງ​ກີດ​ຂວາງ​ຫລາຍ.”

ກ່ອນໜ້ານີ້ ທ່ານ​ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍວ່າການກະຊວງ
​ໂຍທາ​ທິການ​ແລະ​ຂົນ​ສົ່ງ ຢືນຢັນ​ວ່າ ​ໂຄງການ​ກໍ່ສ້າງ​ທາງລົດ​ໄຟ​ລາວ-ຈີນ​ນີ້
ຈະ​ສົ່ງຜົນກະທົບຕໍ່ປະຊາຊົນລາວ​ຈໍານວນ 4,411 ຄອບຄົວ ໃນເຂດ 13 ເມືອງໃນແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະນະ
ຄອນຫລວງວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ, ສິ່ງປຸກສ້າງ
3,346 ຫລັງ, ຕົ້ນໄມ້ຊະນິດຕ່າງໆແລະໄມ້ກິນໝາກ ຫຼາຍກວ່າ 9 ແສນຕົ້ນ.

​ໂດຍການຊົດເຊີຍຄ່າທີ່ດິນສະເພາະໃນເຂດແຂວງຫລວງນ້ຳທາ, ອຸດົມໄຊ,
ແລະ ຫລວງພະບາງ ນັ້ນ ໄດ້ແບ່ງເປັນດິນນາ, ໃນຕົວເມືອງທີ່ຕິດຖະໜົນ
ສາຍເອກ, ຕິດທາງຊອຍ ແລະດິນນາ ທີ່ບໍ່ມີເສັ້ນທາງນັ້ນ ຈະໄດ້ຄ່າຊົດເຊີຍ
11,000-80,000 ກີບຕໍ່ຕາແມັດ. ສ່ວນທີ່ດິນທີ່ຢູ່ເຂດຊານເມືອງທີ່ຕິດທາງ
ຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະ ດິນທີ່ບໍ່ມີເສັ້ນທາງ ກໍຈະໄດ້ຮັບ
ຄ່າຊົດເຊີຍ 16,000-40,000 ກີບຕໍ່ຕາແມັດ. ສ່ວນດິນອື່ນໆ ໃນເຂດຊົນ
ນະບົດຈະໄດ້ຮັບຄ່າຊົດເຊີຍ 11,000-15,000 ກີບຕໍ່ຕາແມັດ.

ສ່ວນໃນເຂດແຂວງວຽງຈັນ ແລະ ນະຄອນວຽງຈັນ ນັ້ນ ດິນນາໃນຕົວເມືອງທີ່
ຕິດຖະໜົນສາຍເອກ ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ
20,000-30,000 ກີບຕໍ່ຕາແມັດ ດິນຢູ່ຊານເມືອງທີ່ຕິດທາງຫລວງແຫ່ງຊາດ ຕິດທາງຫລວງແຂວງ ແລະດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍ 15,000-
25,000 ກີບຕໍ່ຕາແມັດ ສ່ວນດິນໃນເຂດເມືອງ ໄຊທານີ ຈະໄດ້ຄ່າຊົດເຊີຍ
55,000-107,000 ກີບ ຕໍ່ຕາແມັດ ແລະ 50,000-137,000 ກີບ ຕໍ່ຕາແມັດ ສຳລັບດິນນາໃນເຂດເມືອງນາຊາຍທອງ.

ນອກຈາກນີ້ ກໍໄດ້ກຳນົດຄ່າຊົດເຊີຍ ສຳລັບດິນສວນ, ດິນປູກສ້າງ ແລະ ສິ່ງ
ປຸກສ້າງທີ່ຮວມເຖິງເຮືອນຢູ່ອາໄສອີກດ້ວຍນັ້ນ ຊຶ່ງຈະຊົດເຊີຍຕາມສະພາບຕົວ
ຈິງ ຫຼື ລາຄາໃນການກໍ່ສ້າງທີ່ເປັນຈິງ ໃນແຕ່ລະລາຍການເປັນສຳຄັນ ແລະ
ທາງການລາວ ຍັງຈະຮັບຜິດຊອບໃນການຈັດສັນທີ່ຢູ່ອາໄສໃໝ່ ໃຫ້ກັບປະຊາ
ຊົນທີ່ບໍ່ຢາກຈະສ້າງເຮືອນໃໝ່ອີກດ້ວຍ.

ການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ​ກໍານົດ​ວ່າຈະສຳເລັດ​ແລ້ວ ​ແລະ​ເປີດ​ການ
​ເດີນ​ລົດ ໃນຕົ້ນປີ 2022. ມັນເປັນການຮ່ວມທຶນ ລະຫວ່າງລັດຖະບານລາວກັບ
ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງ​ມູນ​ຄ່າເງິນທຶນລວມ 6,000 ລ້ານໂດລາທີ່ມີໄລຍະທາງຍາວ 417 ກິໂລແມັດ ຈາກ​ບໍ່​ເຕັນ ມາ​ເຖິງ​ນະຄອນ
ຫລວງ​ວຽງຈັນ.

XS
SM
MD
LG