ການຄ້າຕ່າງປະເທດຂອງລາວມີມູນຄ່າເກີນກວ່າ 9 ພັນ 345 ລ້ານໂດລາ ໂດຍທີ່ລາວ
ໄດ້ປຽບດຸນການຄ້າ ໃນມູນຄ່າ 261 ລ້ານໂດລາ ໃນປີ 2017 ທັງຄາດວ່າ ມູນຄ່າການ
ຄ້າ ຈະເພີ້ມຂຶ້ນເປັນ 9 ພັນ 993 ລ້ານໂດລາ ໃນປີ 2018.
ກະຊວງອຸດສາຫະກໍາ ແລະການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງລາວໃນຊ່ວງ
ປີ 2017 ມີມູນຄ່າເກີນກວ່າ 9 ພັນ 345 ລ້ານໂດລາ ໃນນີ້ເປັນການສົ່ງສິນຄ້າອອກໄປ
ຕ່າງປະເທດໃນມູນຄ່າເກີນກວ່າ 4 ພັນ 803 ລ້ານໂດລາ ເພີ່ມຂຶ້ນເຖິງ 13.4 ເປີເຊັນ
ເມື່ອທຽບໃສ່ກັບປີ 2016. ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດກໍມີມູນຄ່າລວມ
4 ພັນ 542 ລ້ານໂດລາ, ເພີ່ມຂຶ້ນ 7.6 ເປີເຊັນ ທຽບໃສ່ກັບປີ 2016 ຊຶ່ງເຮັດໃຫ້ລາວໄດ້
ປຽບດຸນການຄ້າໃນມູນຄ່າ 261 ລ້ານໂດລາ ແລະຖືເປັນປີທີ 2 ຕິດຕໍ່ກັນທີ່ລາວໄດ້ປຽບ
ດຸນການຄ້າຕ່າງປະເທດ.
ສໍາລັບໃນຕະຫລອດປີ 2018 ນີ້ ລັດຖະບານລາວກໍຄາດໝາຍວ່າ ການຄ້າຕ່າງປະເທດ
ຈະມີມູນຄ່າເພີ້ມຂຶ້ນເປັນ 9 ພັນ 993 ລ້ານໂດລາ ຖ້າຫາກວ່າສາມາດຊຸກຍູ້ການສົ່ງສິນ
ຄ້າອອກໄປຕ່າງປະເທດໄດ້ຕາມເປົ້າໝາຍ ທີ່ວາງໄວ້ໃນມູນຄ່າລວມ 5 ພັນ 015 ລ້ານ
ໂດລາ ແລະຄວບຄຸມການນໍາເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ມີມູນຄ່າລວມບໍ່ເກີນ 4 ພັນ
978 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວໄດ້ປຽບດຸນການຄ້າ ເປັນປີທີ 3 ໂດຍສິນຄ້າສົ່ງອອກ
ຕົ້ນຕໍແມ່ນໄຟຟ້າ, ແຮ່ທາດ, ສິນຄ້າອຸດສາຫະກໍາ ແລະສິນຄ້າກະສິກໍາ. ຫາກແຕ່ບັນຫາ
ທີ່ຜ່ານມາກໍຄືການສົ່ງອອກສິນຄ້າກະສິກໍາຂອງລາວ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ໂດຍມີສາ
ເຫດມາຈາກຄຸນນະພາບການຜະລິດທີ່ບໍ່ໄດ້ມາດຕະຖານທັງຍັງຂາດການສະໜັບສະໜຸນ
ຢ່າງແທ້ຈິງ ຈາກພາກລັດອີກດ້ວຍ ດັ່ງທີ່ທ່ານນາງວາລີ ເວດສະພົງ ສະມາຊິກສະພາ
ແຫ່ງຊາດ ຈາກເຂດນະຄອນຫລວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ
“ເນື່ອງຈາກຂະແໜງກະສິກໍາທີ່ມີການຫລຸດລົງ ກະມີຫລາຍສາເຫດເນາະ ນຶ່ງໃນຫັ້ນ ລັດຖະບານຍັງບໍ່ໄດ້ລົງທຶນໃສ່ຂະແໜງການນີ້ ເທົ່າທີ່ຄວນ ເພາະວ່າ ສ່ວນຫລາຍ
ຜ່ານມາຫັ້ນ ແມ່ນປ່ອຍໃຫ້ປະຊາຊົນເຮັດ ເອງຕາມຄວາມຮູ້-ຄວາມສາມາດຂອງປະ
ຊາຊົນເນາະ. ແມ່ນແຕ່ຫາຕະຫລາດ ຊາວກະສິກອນ ຊິເຮັດທຸລະກິດເອງ ຫລືສິໄປ
ຫາຕະຫລາດເອງນີ້ບໍ່ໄດ້ເນາະ. ບັນຫາໂຕນີ້ ແມ່ນທາງຂະແໜງການທີ່ກ່ຽວຂ້ອງ
ຕ້ອງໄດ້ຊ່ວຍໃນການຫາຕະຫລາດ ແມ່ນແຕ່ເລື່ອງລາຄາ ເຂົາເຈົ້າຮູ້ແຕ່ຜະລິດ ໂຕນີ້
ຕ້ອງໄດ້ມີການນໍາພາ ແລະອີກໂຕນຶ່ງຕ້ອງໃຫ້ເຂົາເຈົ້າຍືນຍົງດ້ວຍຕົນເອງ.”
ທາງດ້ານກະຊວງການຄ້າຂອງໄທລາຍງານວ່າ ການຄ້າລະຫວ່າງລາວກັບໄທໃນປີ
2017 ນີ້ຜ່ານມາ ມີມູນຄ່າລວມເກີນກວ່າ 8 ພັນ 164 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກປີ
2014 ເຖິງ 150 ເປີເຊັນ ແລະຈາກສະພາບການດັ່ງກ່າວ ກໍເຮັດໃຫ້ເຊື່ອວ່າການຄ້າ
ລະຫວ່າງລາວກັບໄທຈະມີມູນຄ່າເຖິງ 10,000 ລ້ານໂດລາ ໃນປີ 2020 ອີກດ້ວຍ ໂດຍສິນຄ້າສຳຄັນທີ່ລາວສົ່ງຂາຍໃຫ້ໄທ ກໍຄືກະແສໄຟຟ້າ, ແຮ່ທາດ ແລະ ສິນຄ້າກະ
ສິກໍາ. ສ່ວນສິນຄ້າທີ່ລາວ ນຳເຂົ້າຈາກໄທກໍຄື ສິນຄ້າອຸປະໂພກບໍລິໂພກ, ສິນຄ້າທຶນ ແລະວັດສະດຸກໍ່ສ້າງ ໂດຍທີ່ໄທຍັງຈະເປັນຝ່າຍທີ່ໄດ້ດຸນການຄ້າຕໍ່ລາວ ໃນມູນຄ່າບໍ່
ໜ້ອຍກວ່າ 2 ພັນ 300 ລ້ານໂດລາໃນແຕ່ລະປີ.
ແຕ່ຢ່າງໃດກໍຕາມ, ມາດຕະການນຶ່ງທີ່ລັດຖະບານລາວ ໄດ້ຈັດຕັ້ງປະຕິບັດເພື່ອຄວບຄຸມ
ການນຳເຂົ້າສິນຄ້າຈາກຕ່າງປະເທດກໍຄື ການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ
10 ເປີເຊັນ ຈາກຄົນລາວ ແລະຊາວຕ່າງຊາດທີ່ໄດ້ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າ
ມາໃນລາວ ທີ່ມີລາຄາເກີນ 4 ແສນກີບ ຫຼຶື 50 ໂດລາ ຕາມຂໍ້ກຳນົດຂອງລັດຖະມົນຕີ
ກະຊວງການເງິນ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດ
ຢູ່ສະເພາະດ່ານມິດຕະພາບລາວ-ໄທ ແຫ່ງທີ 1 ແຕ່ກໍໄດ້ຈັດເກັບອາກອນມູນຄ່າເພີ່ມ
ຈາກຄົນລາວ ແລະ ຊາວຕ່າງປະເທດທີ່ເດີນທາງເຂົ້າ-ອອກລາວ ດ້ວຍລົດສ່ວນຕົວ
ເປັນດ້ານຫລັກ.
ສ່ວນມາດຕະການສົ່ງເສີມການສົ່ງສິນຄ້າອອກໄປຕ່າງປະເທດ ແລະ ຊຸກຍູ້ການຜະ
ລິດສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະຫັດຖະກຳ ກໍໄດ້ມີການດຳເນີນມາດ
ຕະການຫຼຸດຕົ້ນທຶນການຜະລິດໃຫ້ຕໍ່າລົງ ຊຶ່ງກໍເຮັດໃຫ້ການຄ້າຕ່າງປະເທດຂອງລາວ
ໃນປີ 2016 ມີມູນຄ່າລວມ 8 ພັນ 739.1 ລ້ານໂດລາ ໃນນີ້ກໍເປັນການສົ່ງສິນຄ້າອອກ
4 ພັນ 523.9 ລ້ານໂດລາ ແລະ ນຳເຂົ້າສິນຄ້າ 4 ພັນ 215.2 ລ້ານໂດລາ ອັນເປັນ
ຜົນເຮັດໃຫ້ລາວເປັນຝ່າຍທີ່ໄດ້ດຸນການຄ້າຕ່າງປະເທດໃນມູນຄ່າ 308 ລ້ານໂດລາ ຊຶ່ງກໍນັບເປັນຄັ້ງທຳອິດທີ່ລາວໄດ້ປຽບດຸນການຄ້າຕ່າງປະເທດໃນຮອບກວ່າ 40 ປີ ອີກດ້ວຍ.